ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນຕອນເຊົ້າ ຂອງວັນທີ 26 ສິງ​ຫາ 2022, ເວລາ 8:30 ໂມງ; ​ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ພາຍ​ໃຕ້​ການ​ເປັນປະ​ທານ ຂອງ​ສະ​ຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມມີບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກ ເຂົ້າ​ຮ່ວມ 30 ສະຫາຍ.

ເພື່ອເຮັດໃຫ້ສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫຼັກແຫຼ່ງສະພາທິດສະດີສູນກາງພັກໄດ້ເຂົ້າໃຈ ແລະກຳແໜ້ນເນື້ອໃນມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງ​ທີ 4 ຂອງ​ ສະ​ໄໝ​ທີ XI ເພື່ອຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ທິດຊີ້ນຳ ຂອງສູນກາງພັກ ກ່ຽວກັບການຄົ້ນຄວ້າທິດສະດີ ແລະພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ເຊິ່ງສູນກາງພັກໄດ້ມອບໝາຍໃຫ້ສະພາທິດສະດີສູນກາງພັກສົມທົບກັບພາກສ່ວນກ່ຽວຂ້ອງໃນການສືບຕໍ່ລົງເລິກຄົ້ນຄວ້າ-ວິໄຈ, ປັບປຸງດ້ານເນື້ອໃນໃຫ້ຄົບຖ້ວນ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງໂຄງການການເມືອງ ຂອງພັກ.

ໃນ​ໂອກາດນີ້, ສະຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ໄດ້ເນັ້ນໜັກໃຫ້ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະພະນັກງານຫຼັກແຫຼ່ງສະພາທິດສະດີສູນກາງພັກເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບ ແລະຄວາມເປັນເຈົ້າການ ເພື່ອຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວໃຫ້ປະກົດຜົນເປັນຈິງ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຕົນ ພ້ອມກັນນັ້ນ ກໍສຸມສະຕິປັນຍາ, ການປະດິດສ້າງປະກອບສ່ວນເຂົ້າໃນການຍົກສູງການຄົ້ນຄວ້າທາງດ້ານທິດສະດີ ແລະພຶດຕິກຳ ແລະບັນດາໜ້າທີ່ວຽກງານຕ່າງໆທີ່ຕົນໄດ້ຮັບການມອບໝາຍ ເພື່ອເຮັດໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.