ຂ່າວສານ ຄອສພ

ພິທີປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019)

ພິທີປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019) ໃນຕອນເຊົ້າວັນທີ 26 ທັນວາ 2019 ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຕ້ານການສໍ້ລາດ ບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019) ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງ ພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ ແລະ ວິຊາການທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ ຮອງປະທານກວດກາ ຜູ້ຊີ້ນຳວຽກງານກວດກາພັກໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານກວດກາ ໃນປີ 2019, ທິດທາງແຜນການເຄື່ອນໄຫວວຽກງານກວດກາ ປີ […]

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ.

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ. ໃນຕອນເຊົ້າວັນທີ 24 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງ ລາວຄົບຮອບ 65 ປີ( 01 ມັງກອນ1955 – 01 ມັງກອນ 2020)ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ກຳມະການສູນກາງພັກ ຮອງ ເລຂາຄະ ນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີ: ຄະນະພັກ, ພະນັກງານຫຼັກແຫຼ່ງຈາກກະຊວງອົງການອ້ອມຂ້າງສູນກາງ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຍົກໃຫ້ເຫັນ: ຂະບວນການກາແດງສາກົນ, ການກຳເນີດເຕີມໃຫຍ່ຂະ ຫຍາຍຕົວຂອງອົງການກາແດງລາວ, ຄວາມໝາຍຄວາມສຳຄັນຂອງອົງການກາແດງທີ່ໃຫ້ການຊ່ວຍເຫຼືອຊີວິດ ຂອງມວນມະນຸດໃນຕະຫຼອດໄລຍະທີ່ ຜ່ານມາ, ຜົນງານທີ່ພົ້ນເດັ່ນຕະຫຼອດໄລຍະ 65 ປີຜ່ານມາ; ການຕັ້ງໜ້າເສີມຂະຫຍາຍພາລະບົດບາດ-ໜ້າທີ່ຂອງອົງການກາແດງລາວທີ່ ເປັນເສນາ […]

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານໂຄສະນາອົບຮົມທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມ ​ສະຫຼຸບ​ວຽກ​ງານ​ໂຄສະນາ​ອົບຮົມ​ທົ່ວ​ນະຄອນຫຼວງວຽງຈັນ ປະຈຳ​ປີ 2019  ແລະ ວາງທິດ​ທາງ​ແຜນການ ປີ 2020 ໃນວັນທີ 8 ມັງກອນ 2020 ຜ່ານມາ ທີ່ຫ້ອງ​ວ່າການ​ນະຄອນຫຼວງ​ວຽງ​ຈັນໄດ້ຈັດກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໂຄສະນາ​ອົບຮົມ​ທົ່ວ​ນະຄອນຫຼວງ ປະຈຳ​ປີ 2019 ແລະ ວາງທິດ​ທາງ​ແຜນການ ປີ 2020 ໂດຍການເປັນ​ປະ­ທານຮ່ວມ​ຂອງ​ທ່ານ ປອ ຄຳ​ພັນ ພົມ​ມະ​ທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ, ທ່ານ ເຂັມ​ເພັດ ແພງ​ດວງ​ຈັນ ຫົວໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມນະຄອນຫຼວງວຽງຈັນ ແລະ ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ປະ­ທານ​ສະ­ພາ​ປະ­ຊາ­ຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ: ຮອງ​ເລ­ຂາຄະ­ນະ​ບໍ­ລິ­ຫານ​ງານ​ພັກນະຄອນຫຼວງວຽງຈັນ, ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກເມືອງ, ເຈົ້າ­ເມືອງ, ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ, ຫົວ­ໜ້າ​ພະ­ແນກ­ການ​ອ້ອມ​ຂ້າງ, ຄະນະໂຄ­ສະ­ນາ​ອົບ­ຮົມ 9 ຕົວ​ເມືອງ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງທົ່ວຄະນະໂຄສະນາອົບຮົມນະຄອນຫຼວງກໍເຂົ້າ​ຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ […]

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 71 ປີ

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 71 ປີ ການສະແດງ​ກຳລັງ ພາຍ​ໃຕ້​ລະຫັດ “ຄົມ​ໃນ​ຟັກ-01 2020” ຂອງ​ເຫຼົ່າ​ຮົບ​ສືບ​ຂ່າວ ກອງທັບ​ປະຊາຊົນ​ລາວ ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 71 ປີ (20 ມັງກອນ 1949) ແລະ ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ສືບ​ຂ່າວ ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ (25 ມັງກອນ 1954) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງກອນ​ນີ້, ທີ່​ສະໜາມ​ຝຶກແອບ ວິທະຍາຄານ​ກົມ​ມະ​ດຳ.ໃຫ້​ກຽດ​ເຂົ້າ​ຮ່ວມ​ຊົມ ໂດຍ​ມີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ມີ​ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ທ່ານ ປອ ຄຳພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, […]

ກອງປະຊຸມເຊື່ອມຊືມນິຕິກຳຕ່າງໆຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະຈັດຕັ້ງສູນກາງພັກກ່ຽວກັບລະບອບການຮ່ຳຮຽນທິດສະດີການເມືອງ

     ໃນວັນທີ 03 ມັງກອນ 2019 ຜ່ານມາ ທີ່ສະໂມສອນຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດ ກອງປະຊຸມເຊື່ອມຊຶມມະຕິ ຂອງກົມການເມືອງສູນກາງພັກ, ຂໍ້ກຳນົດ, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງໃຫ້ກຽດເປັນປະທານ ແລະ ກ່າວເປີດ ໂດຍທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີພະນັກງານນຳພາຄຸ້ມຄອງຂັ້ນພະແນກທັງໝົດທົ່ວ ຄອສພ. ໃນກອງປະຊຸມ ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ, ຫົວໜ້າຫ້ອງການໄດ້ຂື້ນຜ່ານມະຕິກົມການເມືອງສູນກາງພັກ ສະບັບເລກທີ 072/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 073/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ ຂື້ນຜ່ານຂໍ້ກຳນົດ ຂອງຄະນະເລຂາທິການສູນກາງພັກ […]

1 61 62 63 64 65