ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.


ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.
     ໃນຕອນບ່າຍ ຂອງວັນທີ 23 ສິງຫາ 2021 ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ. ເຊິ່ງນໍາໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ບັນດາເລຂາໜ່ວຍພັກ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.



     ຈຸດປະສົງໃນພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານຄັ້ງນີ້ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອສະແດງຄວາມເຄົາລົບຮັກຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວບັນດາເຜົ່າ ເຊິ່ງທ່ານເປັນຜູ້ກໍ່ຕັ້ງນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງຊາດເຮົາຈາກໄຊຊະນີ້ ສູ່ ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ, ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ, ນໍາພາຂະບວນການປະຕິວັດລຸກຮືຂຶ້ນຕໍ່ສູ້ກັບສັດຕູຜູ້ຮຸກ ຮານຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ.