ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ.

 

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ.


     ໃນຕອນເຊົ້າ ຂອງວັນທີ 16 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເປີດຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຄະນະໂຄສະນາອົບຮົມສູນກາງພັກ ( ຫຼັກ6) ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປີດພິທີໂດຍທ່ານ ນາງ ວິລະວອນ ພັນທະວົງ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ບັນດາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

     ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ຫົວໜ້າຂະບວນການ ແລະ ໂຄສະນາກອງປະຊຸມໃຫຍ່ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດຂະບວນ ການຄັ້ງນີ້ແມ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ທັງເປັນການປຸກລະດົມຈິດໃຈໃຫ້ພະນັກງານ ລັດຖະກອນ ໄດ້ເຄື່ອນໄຫວວຽກງານ ດ້ານຂະບວນການ ແລະ ເຕົ້າໂຮມຄວາມສາມັກຄີ ເພື່ອເປັນກໍາລັງແຮງ ແລະ ສ້າງຄວາມເຂັ້ມແຂງໃນການເຮັດວຽກງານການເມືອງແນວຄິດ.
     ຈຸດປະສົງໃນການເປີດຂະບວນການ ແລະ ເຕົ້າໂຮມພະນັກງານໃນທົ່ວ ຄອສພ ໃນຄັ້ງນີ້ນອກຈາກການເປີດຂະບວນການອອກແຮງງານ, ອະນາໄມອາຄານສະຖານ ທີ່ແລ້ວ ຍັງໄດ້ສົມທົບກັບ 3 ອົງການ ຈັດຕັ້ງມະຫາຊົນ ເພື່ອສ້າງຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະ ແລະ ສ້າງຂະບວນການກິລາ, ສີລະປະ ໂດຍເລີ່ມຕົ້ນແຕ່ມື້ນີ້ເປັນຕົ້ນໄປ ຈົນກວ່າກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ຈະເປີດຂຶ້ນ.

     ໃນໂອກາດພິທີ ທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ນາງ ວິລະວອນ ພັນທະວົງ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ ແລະ ມີຄໍາເຫັນ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ພະ ນັກງານ-ລັດຖະກອນ ທຸກຄົນຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເອົາໃຈໃສ່ເຂົ້າຮ່ວມທຸກໆຂະບວນການ ອັນເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ເປັນຂະບວນການຟົດຟື້ນ.