ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat).
ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat). ໃນຕອນເຊົ້າວັນທີ 4 ທັນວາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat) ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບົວໄລ ຊົມພູແກ້ວ ຮັກສາການຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະ ແນກ ພ້ອມດວ້ຍວິຊາການພາຍໃນຄອສພ ເຂົ້າຮ່ວມຈຳນວນ 123 ທ່ານ, ຍິງ 67 […]
