ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ມອບ-ຮັບປຶ້ມ 100 ນະວັດຕະກຳທາງສັງຄົມຈາກປະເທດຟິນແລນ

ມອບ-ຮັບປຶ້ມ 100 ນະວັດຕະກຳທາງສັງຄົມຈາກປະເທດຟິນແລນ ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ພັນນາລີ ເທບພະວົງສາ ຜູ້ອຳນວຍການ ສຳນັກພິມໄວເດັກ ອະດີດຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ນໍາເອົາປຶ້ມ “100 ນະວັດຕະກໍາທາງສັງຄົມຈາກຟິນແລນ” ທີ່ຈັດພິມໂດຍໂດຍສຳນັກພິມໄວເດັກ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າມອບປຶ້ມໃນຄັ້ງນີ້ແມ່ນ ທ່ານ ນາງ ພັນນາລີ ເທບພະວົງສາ ຜູ້ອຳນວຍການ ສຳນັກພິມໄວເດັກ ອະດີດຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ (ສຊປລ) ແລະ ຕາງໜ້າຮັບໂດຍ ທ່ານ ນ. ມອນສະຫວັນ ແສນໄຕ, ຮອງຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ, ປຶ້ມທີ່ນໍາມາມອບໃນຄັ້ງນີ້ ມີທັງໝົດ 16 […]

ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ.

ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ. ໃນວັນທີ 5-6 ມິຖຸນາ 2023. ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດກອງປະຊຸມກາງສະໄໝ ຂຶ້ນທີ່ ຫ້ອງປະຊຸມ (ຊັ້ນ5) ຂອງຄະນະໂຄສະນາອົບຮົມສູນກາງພັກ; ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າຄະນະຊີ້ນໍາການດໍາເນີນກອງປະຊຸມກາງສະໄໝ ຄອສພ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ເຂົ້າຮ່ວມມີ: ເລຂາໜ່ວຍພັກ, ຮອງເລຂາ ໜ່ວຍພັກ, ຜູ້ຕາງໜ້າກົມຈັດຕັ້ງ, ກົມກວດກາ ແລະ ບັນດາສະມາຊິກພັກທັງໝົດພາຍໃນກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ຈຸດປະສົງຂອງການດໍາເນີນກອງປະຊຸມກາງສະໄໝຄັ້ງນີ້ແມ່ນເພື່ອ ເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍ  ພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນໄລຍະກາງສະໄໝ ແລະ ວາງທິດທາງແຜນການທ້າຍສະໄໝ ພ້ອມທັງຕີລາຄາຄືນການຊີ້ນໍາ-ນໍາພາລວມ ຂອງຄະ  ນະໜ່ວຍພັກ […]

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານຝຶກອົບຮົມ ກັບ ສູນຝຶກອົບຮົມຂອງສູນກາງແນວລາວສ້າງຊາດ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານຝຶກອົບຮົມ ກັບ ສູນຝຶກອົບຮົມຂອງສູນກາງແນວລາວສ້າງຊາດ     ໃນຕອນບ່າຍວັນທີ 17 ພຶດສະພາ 2023  ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023 ຜ່ານມາ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ (ໄອຊີທີ) ກັບ ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງນໍາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະ ມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ຊີ້ນໍາວຽກງານໄອຊີທີ ພ້ອມດ້ວຍຄະນະ. […]

ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນວຽກງານ ໄອທີລະຫວ່າງ ຫນັງສືພິມເຢີນເຢີນ (ຫວຽດນາມ) ແລະ ຫນັງສືພິມປະຊາຊົນ (ລາວ)

ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນວຽກງານ ໄອທີລະຫວ່າງ ຫນັງສືພິມເຢີນເຢີນ (ຫວຽດນາມ) ແລະ ຫນັງສືພິມປະຊາຊົນ (ລາວ) ໃນວັນທີ 24 ເມສາ 2023ທີ່ຜ່ານມານີ້ ຢູ່ທີ່ສຳນັກງານຂອງໜັງສືພິມປະຊາຊົນ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານໄອທີ ລະຫວ່າງຫນັງສືພິມເຢີນເຢີນ (ຫວຽດນາມ)

1 12 13 14 15 16 25