ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ IV ແລະ ສະຫຼຸບການເຄື່ອນໄຫວວຽກງານເວັບໄຊປະຈໍາປີ 2023 ຜ່ານລະບົບກອງປະຊຸມທາງໄກ (video conference).


ໃນຕອນເຊົ້າຂອງ ວັນທີ 13 ທັນວາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ IV ແລະ ສະຫຼຸບການເຄື່ອນໄຫວວຽກງານເວັບໄຊປະຈໍາປີ 2023 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ, ມີ ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ IV, ສະຫຼຸບການເຄື່ອນໄຫວວຽກງານເວັບໄຊປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາ ທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ມີຄຸນນະພາບສູງສຸດ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ ( ເວັບໄຊ) ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຕໍ່ກອງປະຊຸມຢ່າງກົງໄປກົງມາ.


ຫຼັງຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໃນການປັບປຸງພາລະບົດບາດຂອງວຽກງານຂໍ້ມູນຂ່າວສານຂອງແຕ່ລະ ຄອຮ.ຂ, ການຊັບຊ້ອນແຕ່ງຕັ້ງບຸກຄະລາກອນ ເຂົ້າໃນການປະຕິບັດວຽກງານຕົວຈິງຄຽງຄູ່ກັບການເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາ ໃນການໂຄສະ ນາເຜີຍແຜ່ການເຄື່ອນໄຫວ, ບັນດາມະຕິຄໍາສັ່ງຕ່າງໆໃຫ້ມີຄວາມສະດວກ ວ່ອງໄວກ້າວໄປສູ່ທັນສະໄໝເພື່ອຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນສູງ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານ ກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ ) ຂອງຄະນະໂຄສະ ນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄອຮ.ຂ ບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:
1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີີ່ຖືກແຕ່ງຕັ້ງຈະເປັນຜູ້ເກົ່າ ຫຼື ຜູ້ໃໝ່ ຕ້ອງໄດ້ເອົາໃຈໃສ່ຍາດແຍ່ງແລກປ່ຽນຄວາມຮູ້ນໍາຄະນະຮັບຜິດຊອບທາງສູນກາງ ຫຼື ຖ້າຫາກຜູ້ເກົ່າຖືກແຕ່ງຕັ້ງໄປຮັບຜິດ ຊອບວຽກງານອື່ນກໍຂໍໃຫ້ມອບວຽກ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ໃຫມ່ ຫຼື ພາຍໃນຄະນະຮັບຜິດຊອບນໍາກັນຢ່າງລະອຽດ ເພືີ່ອງ່າຍໃນຂອດການປະສານງານລະຫວ່າງສູນກາງ ແລະ ແຂວງ.
2. ຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນ ກ່ຽວກັບບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ, ປະດິດສ້າງໃຫ້ມີສີສັນ, ຂໍ້ມູນຫຼາກຫຼາຍ ຂໍເນັ້ນໜັກໃຫ້ທາງຜູ້ຊີ້ນໍາວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງຕິດຕາມກວດກາຄືນ.
3. ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ແຂວງຕ້ອງເປັນເຈົ້າການຊ່ວຍຄະນະໂຄສະນາອົບຮົມເມືອງ ເພື່ອຂະຫຍາຍຕາໜ່າງເພື່ອນຮ່ວມງານໃຫ້ທົ່ວເຖິງ.
4. ເພີ່ມທະວີການພົວພັນປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບທາງສູນກາງ ເພື່ອຫາວິທີທາງແກ້ໄຂຢ່າງຮີບດ່ວນ, ຜ່ານມາພວກເຮົາກໍມີມູນເຊື້ອທາງດ້ານຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍຂໍໃຫ້ຮັກສາມູນເຊື້ອ ເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດໄປເທື່ອລະກ້າວ.
5. ຮີບຮ້ອນສືບຕໍ່ຈັດຕັ້ງປະຕິບັດການຊັບຊ້ອນບຸກຄະລາກອນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເຂົ້າໃນວຽກງານດັ່ງກ່າວໃຫ້ສໍາເລັດໂດຍໄວ ເພື່ອທີ່ພວກເຮົາຈະໄດ້ກະກຽມຝຶກອົບຮົມການນໍາໃຊ້ ແລະ ການບໍລິຫານຈັດການເວັບໄຊສ ໃນເວີຊັ່ນໃໝ່ໃຫ້ແຕ່ລະແຂວງໃນມໍ່ໆນີ້.