ຄະນະຜູ້ແທນຂັ້ນສູງຂອງຫນັງສືພິມ ເຍີນເຍີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ເຂົ້າຢ້ຽມຂໍ່ານັບສະຫາຍຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນບ່າຍຂອງວັນທີ 25 ທັນວາ 2023 ຜ່ານມາ ທີ່ ຫ້ອງຮັບແຂກ ຄອສພ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດິງ ຍື ຮວານ ຮອງບັນນາທິການໃຫຍ່ໜັງ ສືພິມ ເຍິນເຍິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະ ຫວ່າງວັນທີ 24-29 ທັນວາ 2023 ນີ້.

ໃນໂອກາດທີ່ມີຄວາມຫມາຍ ຄວາມສໍາຄັນດັ່ງກ່າວ ທ່ານຄໍາພັນ ເຜີຍຍະວົງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຫນັງສືພິມ ເຍີນເຍິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະ ເພາະແມ່ນການພົວພັນຮ່ວມມື ລະຫວ່າງໜັງສືພິມປະຊາຊົນລາວ ແລະ ໜັງສືພິມ ເຍິນເຍິນ ຫວຽດນາມ ໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ.
ຫຼັງຈາກນັ້ນ, ທ່ານ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມ ເຍິນເຍິນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍ ງານຈຸດປະສົງກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນການຮ່ວມມື ແລະ ສະຫນັບສະໜູນຊ່ວຍເຫຼືອໃນການປັບປຸງເວັບໄຊຂອງໜັງສືພິມປະຊາຊົນໃນການຫັນເປັນດີຈີຕອນ, ຫັນເປັນທັນສະໄໝ ທີ່ມີຫລາຍຮູບ ຫລາຍສີ ເພື່ອນໍາມາຫມູນໃຊ້ເຂົ້າໃນການເຜີຍແຜ່ໂຄສະນາບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ກົດຫມາຍຂອງລັດ ໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ວ່ອງໄວຍິ່ງໆຂຶ້ນ.
ໃນຕອນທ້າຍພິທີ, ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ກໍໄດ້ກ່າວສະແດງຄວາມເຫັນດີເປັນເອກະພາບກັບບັນດາ ຄໍາຄິດ ຄໍາເຫັນ ແລະ ຂໍ້ສະເຫນີທັງໝົດ ກ່ຽວກັບຜົນການພົບປະສອງຝ່າຍ ລະຫວ່າງ ໜັງສືພິມ ເຍິນເຢິນ ແລະ ໜັງສືພິມປະຊາຊົນ ເຊິ່ງຈະເປັນໂອກາດດີ ແລະ ມີຄວາມໝາຍສຳຄັນທີ່ສຸດ ທີ່ຈະເຮັດໃຫ້ໜັງສືພິມປະຊາຊົນລາວ ກ້າວໄປສູ່ການຫັນປ່ຽນໃໝ່ທີ່ເລິກເຊິ່ງ ແລະ ຮອບດ້ານ. ພ້ອມນັ້ນ ທ່ານໄດ້ກ່າວອວຍພອນໃຫ້ ທ່ານ ດິງ ຍື ຮວານ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈົ່ງປະສົບຜົນສຳ ເລັດຕາມລະດັບຄາດໝາຍ, ອວຍພອນໄຊ ໃຫ້ແກ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະສອງໜັງສືພິມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນາ.


ໃນໂອກາດດຽວກັນນີ້, ຄະນະຜູ້ແທນໜັງສືພິມ ເຍິນເຍິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ໄດ້ສືບຕໍ່ພົບປະແລກປ່ຽນກ່ຽວກັບວຽກງານເວັບໄຊ ຮ່ວມກັບກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໂດຍມີ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ, ຈຸດປະສົງເປົ້າຫມາຍກໍເພື່ອແລກປ່ຽນຖອດຖອນບົດຮຽນປະສົບການທາງດ້ານວິຊາການວຽກງານເວັບໄຊ ຂອງຄອສພ ໃນໄລຍະຜ່ານມາ, ບັນດາຖານຂໍ້ມູນ, ດ້ານພື້ນຖານໂຄງລ່າງ, ບຸກຄະລະກອນໃນການຮັບຜິດຊອບວຽກງານດັ່ງກ່າວ ຄວາມເປັນໄປໄດ້ ແລະ ສິ່ງທ້າທ້າຍໃນການຈັດ ຕັ້ງປະຕິບັດ ເພື່ອທີ່ຈະສາມາດຮັບຮອງເວັບໄຊຂອງໜັງສືພິມປະຊາຊົນມາຂຶ້ນກັບ ຄອສພ. ນອກຈາກນັ້ນ ທ່ານໄດ້ລາຍງານໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ທາງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແມ່ນໄດ້ຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 20 ເວັບໄຊ ທີ່ຂຶ້ນກັບ ຄອສພໄປລວມສູນຢູ່ບ່ອນດຽວ ເພື່ອຮັບປະກັນຄວາມປອດໄພ ແລະ ຄຸ້ມຄອງໄດ້ສະດວກ. ໃນຫວ່າງບໍ່ດົນມານີ້, ຄອສພ ໄດ້ເຊັນສັນຍາຮ່ວມມືກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບປະກັນຄວາມປອດໄພຕໍ່ການເຜີຍແຜ່ບັນດາເນື້ອໃນ, ຂໍ້ມູນໂພສຕ່າງໆໃນເວັບໄຊ; ແຕ່ຢ່າງໃດກໍຕາມປັດຈຸບັນກໍຍັງມີຫຼາຍໆລະບົບທີ່ທັນສະໄໝ ທີ່ພວກເຮົາຍັງຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າປຶກສາຫາລືແລກປ່ຽນ ແລະ ຂໍການຊ່ວຍເຫຼືອຈາກທາງໜັງສືພິມ ເຍິນເຍິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ຕື່ມໃນຕໍ່ໜ້າ ເພື່ອເຮັດໃຫ້ເວັບໄຊ ຄອສພ ແລະ ໜັງສືພິມປະຊາຊົນລາວ ມີຄວາມທັນສະໄຫມ, ມີການຫັນປ່ຽນສູ່ຄຸນນະພາບໃຫມ່ຢ່າງແຂງແຮງ ເລິກເຊິ່ງ.