ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ພະນັກງານກົມຂໍ້ມູນຂ່າວສານເຂົ້າຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ ໃນວັນທີ 14 ພຶດສະພາ 2026 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ ໃຫ້ກຽດກ່າວເປີດພິທີ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ມີ: ບັນດາພະນັກງານໄອທີຂອງກະຊວງອົງການ ແລະ ຂັ້ນສູນກາງເຂົ້າຮ່ວມ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາກະຊວງອົງການທຽບເທົ່າໃນການຄຸ້ມຄອງນຳໃຊ້ລະບົບEmailລັດຖະບານ, ເຊິ່ງການຝຶກອົບຮົມດັ່ງກ່າວຈະສາມາດຄຸ້ມຄອງລະບົບ ແລະ ບໍລິຫານຈັດການຜູ້ນຳໃຊ້ຂອງພາກສ່ວນຕົນເອງໄດ້ງ່າຍຂຶ້ນ; ບົດຮຽນທີ່ໄດ້ຝຶກມີ: 1. ລະບົບ user admin 2. ເມນູລວມຂອງລະບົບ 3. ການເພີ່ມ, ແກ້ໄຂ, ລົບບັນຊີລາຍຊື່ອີເມວ 4. ການ Export ແລະ Import ບັນຊີລາຍຊື່ ຫຼັງຈາກສໍາເລັດການຝຶກອົບຮົມດັ່ງກ່າວນັ້ນ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ມີຄຳເຫັນໂອ້ລົມ ເພື່ອຊຸກຍູ້ສົ່ງເສີມການພັດທະນາ, ປັບປຸງລະບົບEmailຂອງລັດຖະບານ ຫັນວຽກງານຂອງຕົນເອງທີ່ຮັບຜິດຊອບ ໃຫ້ມີຄວາມທັນສະໄໝ ເປັນຕົ້ນແມ່ນການສົ່ງຂໍ້ມູນ ແລະ ການເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ, ວ່ອງໄວ ປອດໄພ ທີ່ຂໍ້ມູນເປັນຂອງລັດຖະບານຄຸ້ມຄອງ; ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳ ມະກອນທຸກທ່ານຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, […]
ພິທີປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳ ຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍການນຳຂັ້ນສູງ ພັກ-ລັດ ແລະ ຜູ້ຕາງໜ້າບັນດາກະຊວງ, ອົງການທຽບເທົ່າ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບ ຄອສພ […]
ໃນຕອນເຊົ້າຂອງ ວັນທີ 25 ມີນາ 2026, ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເຕັກໂນໂລຊີ-ຂໍ້ ມູນຂ່າວສານ(ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I (1-2-3)/2026, ທິດທາງແຜນການປະຈໍາໄຕມາດ II (4-5-6)/2026 ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ຕາງໜ້າບັນດາພະແນກ ຂອງກົມຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ.
ໃນຕອນບ່າຍຂອງ ວັນທີ 12 ມີນາ 2026 ທີ່ ຫ້ອງຝຶກອົບຮົມ ຊັ້ນ 3 ກົມຂໍ້ມູນຂ່າວສານ ໄດ້ຈັດພິທີປິດຊຸດຝຶກອົບຮົມວິທີນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)
ໃນຕອນເຊົ້າຂອງ ວັນທີ 10 ມີນາ 2026 ກົມຂໍ້ມູນຂ່າວສານ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິທີຕິດຕັ້ງ ແລະ ນໍາໃຊ້ລະບົບຫ້ອງການທັນສະ ໄໝ (E-Office) ໃຫ້ແກ່ພະນັກງານກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຢູ່ທີ່ ຫ້ອງປະຊຸມທາງໄກ (ຊັ້ນ4), ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ເຂົ້າຮ່ວມມີ: ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການພາຍໃນກົມຂໍ້ມູນຂ່າວສານ.