ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ.

ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບ ຮົມສູນກາງພັກ. ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ສໍາເລັດການ ຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ; ເຊິ່ງພິທີປິດດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໃຫ້ກຽດເຂົ້້າຮ່ວມມີ ທ່ານ ສີສຸພັນ ທັນສະໄໝ ອະດີດຜູ້ທີ່ເຄີຍມີປະສົບການໃນການພັດທະນາວຽກງານໄອທີ ທັງເປັນຜູ້ເຮັດຕົວຈິງ, ມີ ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ໃນພິທີໄດ້ຮັບຟັງການລາຍງານຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ພ້ອມທັງຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຂໍ້ສະເໜີຂອງນັກຝຶກອົບຮົມ ແລະ […]

ພະນັກງານວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເຂົ້າຮ່ວມຝຶກອົບຮົມທາງດ້ານເຕັກນິກເວັບໄຊວາລະສານອະລຸນໃໝ່

ພະນັກງານວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເຂົ້າຮ່ວມຝຶກອົບຮົມທາງດ້ານເຕັກນິກເວັບໄຊວາລະສານອະລຸນໃໝ່     ໃນວັນທີ 03 ຫາ 06 ກຸມພາ 2023 ທີ່ຫ້ອງຝຶກອົບຮົມວາລະສານອະລຸນໃໝ່(ໜອງບອນ) ວາລະສານກົງສ້ານ ສສ ຫວຽດນາມ ຮ່ວມກັບບໍລິສັດຫວຽດເທວ ແລະ ວາລະສານອະລຸນໃໝ່

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນ ກາງພັກ ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ. ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ຄະ ນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ຈຸດປະສົງໃນການເປີດຊຸດຝຶກອົບຮົມຄັ້ງນີ້ ເພືື່ອຍົກລະດັບຄວາມຮູ້ ຄວາມສາມາດ, ສ້າງຄວາມຊໍານານໃຫ້ແກ່ພະນັກງານ-ລັດຖະກອນຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ […]

ມອບ-ຮັບປຶ້ມ 100 ນະວັດຕະກຳທາງສັງຄົມຈາກປະເທດຟິນແລນ

ມອບ-ຮັບປຶ້ມ 100 ນະວັດຕະກຳທາງສັງຄົມຈາກປະເທດຟິນແລນ ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ພັນນາລີ ເທບພະວົງສາ ຜູ້ອຳນວຍການ ສຳນັກພິມໄວເດັກ ອະດີດຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ນໍາເອົາປຶ້ມ “100 ນະວັດຕະກໍາທາງສັງຄົມຈາກຟິນແລນ” ທີ່ຈັດພິມໂດຍໂດຍສຳນັກພິມໄວເດັກ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າມອບປຶ້ມໃນຄັ້ງນີ້ແມ່ນ ທ່ານ ນາງ ພັນນາລີ ເທບພະວົງສາ ຜູ້ອຳນວຍການ ສຳນັກພິມໄວເດັກ ອະດີດຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ (ສຊປລ) ແລະ ຕາງໜ້າຮັບໂດຍ ທ່ານ ນ. ມອນສະຫວັນ ແສນໄຕ, ຮອງຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ, ປຶ້ມທີ່ນໍາມາມອບໃນຄັ້ງນີ້ ມີທັງໝົດ 16 […]

ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ.

ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ. ໃນວັນທີ 5-6 ມິຖຸນາ 2023. ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດກອງປະຊຸມກາງສະໄໝ ຂຶ້ນທີ່ ຫ້ອງປະຊຸມ (ຊັ້ນ5) ຂອງຄະນະໂຄສະນາອົບຮົມສູນກາງພັກ; ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າຄະນະຊີ້ນໍາການດໍາເນີນກອງປະຊຸມກາງສະໄໝ ຄອສພ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ເຂົ້າຮ່ວມມີ: ເລຂາໜ່ວຍພັກ, ຮອງເລຂາ ໜ່ວຍພັກ, ຜູ້ຕາງໜ້າກົມຈັດຕັ້ງ, ກົມກວດກາ ແລະ ບັນດາສະມາຊິກພັກທັງໝົດພາຍໃນກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ຈຸດປະສົງຂອງການດໍາເນີນກອງປະຊຸມກາງສະໄໝຄັ້ງນີ້ແມ່ນເພື່ອ ເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍ  ພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນໄລຍະກາງສະໄໝ ແລະ ວາງທິດທາງແຜນການທ້າຍສະໄໝ ພ້ອມທັງຕີລາຄາຄືນການຊີ້ນໍາ-ນໍາພາລວມ ຂອງຄະ  ນະໜ່ວຍພັກ […]

1 3 4 5 6 7 17