ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ໃໝ່

ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ໃໝ່

    ໃນຕອນເຊົ້າວັນທີ 24 ຕຸລາ 2019 ຢູ່ທີ່ຫ້ອງວ່າການສູນກາງພັກໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າ

ຄະນະໂຄສະນາອົບຮົມສູນກາງພັກລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປ ລາວ ແລະ ມີບັນດາສະຫາຍການນຳອ້ອມຂ້າງສູນກາງ ແລະ ພະນັກງານຫຼັກແຫຼ່ງຈາກຫ້ອງວ່າການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນ​ພິທີ​ດັ່ງກ່າວ ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ​ ຂື້ນຜ່ານຄຳສັ່ງ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງການນຳຂັ້ນສູງໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ເຊິ່ງມີລາຍຊື່ດັ່ງນີ້:

1. ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ(ຜູ້ເກົ່າ) ມອບ-ຮັບໜ້າທີ່ໃຫ້ແກ່ ສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດມາເປັນຫົວໜ້າຫ້ອງວ່າການສູນກາງພັກ(ຜູ້ໃໝ່)

2. ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຜູ້ເກົ່າ) ມອບ-ຮັບໜ້າທີ່ໃຫ້ແກ່ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກມາເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຜູ້ໃໝ່)

ໃນພິທີ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຮຽກຮ້ອງມາຍັງບັນດາສະຫາຍການນຳທຸກຂັ້ນຂອງຫ້ອງວ່າການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າໃຈວ່າການທີ່ກົມການເມືອງສູນກາງພັກ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນຍຸດທະສາດ ຫຼື ພະນັກງານການນຳຂັ້ນສູງຄືແນວນີ້ ແມ່ນຄວາມຈຳເປັນຂອງໜ້າທີ່ວຽກງານ, ຄວາມຕ້ອງການສຳລັບພັກແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບໜ້າທີ່ວຽກງານ ແລະ ສອດຄ່ອງກັບລະດັບຄວາມຮູ້ຄວາມສາມາດຂອງພະນັກງານແຕ່ລະຄົນ ບໍ່ວ່າພະນັກງານຂັ້ນໃດ, ຈະແມ່ນພະນັກງານການນຳຂັ້ນສູງ, ກາງ ແລະ ພະນັກງານລັດຖະກອນທົ່ວໄປໃນເມື່ອມີຄວາມຮຽກຮ້ອງຕ້ອງການແລ້ວກໍຕ້ອງໄດ້ປະຕິບັດຕາມການມອບໝາຍຂອງການຈັດຕັ້ງ.

ສະນັ້ນ, ໃນເມື່ອມີການສັບປ່ຽນຜູ້ເປັນແກນນຳຫຼັກແຫຼ່ງຄືແນວນີ້ສະເໜີໃຫ້ ບັນດາສະຫາຍເອົາໃຈໃສ່ບາງບັນຫາຄື: ໃຫ້ບັນດາສະຫາຍສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຢູ່ແຕ່ລະກົມ, ພະແນກການເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ; ໃຫ້ພວກສະຫາຍສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນຢ່າງແໝ້ນແຟ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກ; ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫຼ່ຽມ ແລະ ຖ້ອຍທຳນອງໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກພາຍໃນພັກຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ.

ສະຫາຍ, ກ່າວຕື່ມວ່າ: ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ມີຄວາມເຊື່ອໝັ້ນວ່າ ບັນດາສະຫາຍຈະມີຄວາມສາມັກຄີກັນສືບຕໍ່ຊີ້ນຳ-ນຳພາພະນັກງານໃຫ້ກ້າວຂື້ນຢ່າງໜັກແໜ້ນ, ຍູ້ແຮງຂະບວນການຮອບດ້ານໃຫ້ມີການຫັນປ່ຽນຢ່າງແຂງແຮງເພື່ອສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍຄືກອງປະຊຸມໃຫຍ່ອົງຄະນະພັກຂອງພວກສະຫາຍທີ່ຈະມາເຖິງໃນມໍ່ໆນີ້.