ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ໂດຍປະຕິບັດຕາມແຜນການຮ່ວມມືສອງຝ່າຍລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ກັບ ຄະນະໂຄສະນາສຶກສາສູນກາງພັກ

ກອມມູນິດຫວຽດນາມ, ໃນວັນທີ 20 -26 ຕຸລາ 2019 ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກໄດ້ເດີນທາງໄປເຄື່ອນໄຫວຢ້ຽມຍາມ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ ນຳໂດຍທ່ານ ນາງ ແສງຕານ ແກ້ວອິນດາປິງຫົວໜ້າກົມສັງລວມ ພ້ອມດ້ວຍຄະນະໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ບຸ່ຍ ເຈື່ອງ ຢາງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ, ການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມໃນຄັ້ງນີ້ສອງຝ່າຍໄດ້ພົບປະ ແລະ ແລກປ່ຽນບົດຮຽນເຊີ່ງກັນແລະກັນ ຝ່າຍລາວເຂົ້າຮ່ວມມີ: ທ່ານ ໂພເມກ ວິໄລສັກ ຫົວໜ້າ ບກ ວາລະສານໂຄສະນາ, ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ບຸນມີ ຫຼວງປັນຍາ ຫົວໜ້າພະແນກສັງລວມ, ທ່ານ ນາງ ປະທຸມມາ ແພງຄໍາ ຮອງຫົວໜ້າພະແນກພົວພັນຕ່າງປະເທດ-ພິທີການ, ທ່ານ ກົງເພັດ ສີອຸດົມ ວິຊາການ ກົມຂໍ້ມູນຂ່າວສານ, ທ່ານ ດາວທະວີສຸກ ສິນຕະນາກ ວິຊາການ ວາລະສານໂຄສະນາ ແລະ ຝ່າຍຫວຽດນາມມີບັນດາສະຫາຍມາຈາກ ກົມສັງລວມ, ກົມຂໍ້ມູນຂ່າວສານ ແລະ ພົວພັນຕ່າງປະເທດ, ກົມໂຄສະນາ, ກົມໜັງສືພິມ ແລະ ການພິມ, ກົມທິດສະດີການເມືອງ, ຫ້ອງວ່າການຄະນະຊີ້ນຳ35ສູນກາງ.

ໃນການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານ ບຸ່ຍ ເຈືອງ ຢາງ (Bui Truong Giang) ໄດ້ຢືນຢັນວ່າ, ໃນຊຸມປີຜ່ານມາ, ຫວຽດນາມ ແລະ ລາວໄດ້ເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ສອງປະເທດປະຊາຊົນຫວຽດນາມ ແລະ ລາວ ພ້ອມກັນນັ້ນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວຈະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງສອງຄະນະຂອງສອງປະເທດ;  ສ້າງໂອກາດໃຫ້ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຂອງວຽກງານໂຄສະນາອົບຮົມ,ການພົວພັນ ແລະ ການຮ່ວມມືລະຫວ່າງສອງຄະນະໃນບັນດາຂົງເຂດຕົ້ນຕໍແມ່ນ: ການໂຄສະນາເຜີຍແຜ່; ການສຶກສາ; ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຄະນະຜູ້ແທນ, ການພັດທະນາ ແລະ ສົ່ງເສີມການຮ່ວມມືຢ່າງມີປະສິດທິຜົນ. ສອງຄະນະດັ່ງກ່າວໄດ້ປະຕິບັດຕາມຂໍ້ຕົກລົງການຮ່ວມມືລະດັບສູງລະຫວ່າງທ່ານ ວໍ ວັນ ເທືອງ (Vo Van Thuong), ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ພ້ອມດຽວກັນນີ້ ທ່ານ ບຸ່ຍ ເຈືອງ ຢາງ (Bui Truong Giang) ຍັງໄດ້ຫວນຄືນຄວາມຊົງຈຳທີ່ດີໃນໄລຍະການຢ້ຽມຢາມ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະກຳມະການສູນກາງ ຢູ່ ສປປ ລາວ.

ປັດຈຸບັນ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວກຳລັງກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອມຸ່ງໜ້າໄປສູ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ພັກກອມມູນິດຫວຽດນາມກໍພວມກະກຽມກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ແລະ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ໃນການພົບປະແລກປ່ຽນບົດປ່ຽນໃນຄັ້ງນີ້ ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນໃນຫຼາຍບັນຫາເຊັ່ນ: ການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆໃຫ້ຫຼາຍກວ່າເກົ່າ, ເພີ່ມທະວີການແລກປ່ຽນການພົວພັນລະຫວ່າງກົມກັບກົມ, ລະຫວ່າງຄະນະໂຄສະນາແຂວງກັບແຂວງດ້ວຍກັນ ນອກຈາກນັ້ນຝ່າຍຫວຽດນາມຍິນດີທີ່ຈະຊ່ວຍສ້າງວາລະສານເອລັກໂຕນິກ ໃຫ້ແກ່ວາລະສານໂຄສະນາ ແລະ ສືບຕໍ່ບຳລຸງສ້າງພະນັກງານໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ.

ນອກຈາກນັ້ນ ຄະນະຜູ້ແທນ ຂອງພວກເຮົາ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຕຽນຢາວ, ສະຖາບັນຫາງສຽງສັງຄົມ, ບໍລິສັດຫວຽດເທວ, ແຂວງແຄ໋ງຮົວ ນະຄອນຢາຈາງ ໂດຍໄດ້ພົບປະກັບຄະນະໂຄສະນາສຶກສາ ແຂວງແຄ໋ງຮົວ ແລະ ບໍລິສັດຜະລິດຮັງນົກ ຢູ່ ນະຄອນ   ຢາຈາງດ້ວຍຜົນສຳເລັດອັນຈົບງາມ.