ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃຫມ່

ວັນທີ 19 ພະຈິກຜ່ານມານີ້, ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເປັນຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ໂດຍການເຂົ້າຮ່ວມຂອງທ່ານ ປອ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ອາດີດການນຳຂອງຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ຕະຫຼອດຮອດ ພະນັກງານອະວຸໂສ-ບໍານານ ແລະ ພະນັກງານວິຊາການ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ. ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລທີ 083/ກມສພ ລົງ ວັນທີ 13 ກັນຍາ2019 ວ່າດ້ວຍ ການຍົກຍ້າຍພະນັກງານການນໍາ ຂັ້ນສູງໄປຮັບໜ້າທີ່ ໃໝ່; ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ ລົງວັນທີ 17 ກັນຍາ 2019 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 170/ຄລສພ ລົງວັນທີ 17 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃຫມ່ໂດຍການຍົກຍ້າຍ ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃຫມ່ ແລະ ປະກາດ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກອອກພັກຜ່ອນຮັບອຸດໜູນບຳນານຄົບຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ.

ໃນຕອນທ້າຍພິທີ, ທ່ານ ປອ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນຕະຫລອດໄລຍະຜ່ານມາທີ່ຄະນະໂຄສະນາໄດ້ເຄື່ອນໄຫວປະກອບສ່ວນເຂົ້າໃນການປັບປຸງແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ເວົ້າລວມ ເວົ້າສະເພາະກໍແມ່ນບັນດາສະຫາຍຜູ້ທີ່ໄດ້ຮັບອຸດໜູນບຳນານ ເຊິ່ງພວກເຮົາບໍ່ອາດຈະຫລົງລືມເຖິງຜົນງານຂອງບັນດາສະຫາຍເຫລົ່ານີ້ໄດ້ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ສືບຕໍ່ ຈັດຕັ້ງນໍາພາກະກຽມດໍາເນີນ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄຂຂຶ້ນ ໃນໝໍ່ໆນີ້ໃຫ້ປະສົບຜົນສໍາເລັດ ແລະ ກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມທັງຕັ້ງໜ້າສືບຕໍ່ບຸກທະລຸເຮັດໃຫ້ວຽກງານການເມືອງ-ແນວຄິດໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ເສີມຂະຫຍາຍສີ່ງທີ່ດີ, ແກ້ໄຂບັນຫາທີ່ຍັງອ່ອນ ແລະ ຄົງຄ້າງ. ພ້ອມກັນນັ້ນ ຄະນະພັກ-ຄະນະນຳ ຕ້ອງມີຄວາມເປັນເອກກະພາບສູງຕໍ່ການຈັດຕັ້ງປະຕິບັດວຽກງານທີ່ສຳຄັນຂອງພັກທັງເອົາໃຈໃສ່ສ້າງລະບອບແບບແຜນວິທີເຮັດວຽກໃຫ້ຖືກຕ້ອງເພື່ອສືບຕໍ່ນຳພາພະນັກງານສະມາຊີກພັກ ເປັນເສນາທິການໃຫ້ແກ່ຄະນະພັກປະຕິບັດໜ້າທີ່ໃຫ້ມີຜົນສຳເລັດ.