ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ໃນຕອນເຊົ້າຂອງວັນທີ 13 ກັນຍາ 2019 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ

ຈຳນວນ 3 ທ່ານທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີມອບໃບຢັ້ງຢືນດັ່ງກ່າວ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຄືອຂ່າຍເອເລັກໂຕຣນິກ ໄດ້ຂື້ນຜ່ານບົດລາຍງານການລົງຝຶກງານ ຂອງ ນັກສຶກສາຝຶກງານ 3 ທ່ານ ທີ່ມາຈາກວິທະຍາໄລ BCT (Business College Technology) ແຂວງວຽງຈັນ ພາກວິຊາວິທະຍາສາດຄອມພີວເຕີ ແລະ ວິສະວະກໍາຊອບແວ ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ເປັນເວລາ 2 ເດືອນ 1 ອາທິດເລີ່ມແຕ່ວັນທີ 15/10-13/12-2019 ຢູ່ກົມຂໍ້ມູນຂ່າວສານ(ພະແນກໂຄສະນາຜ່ານສື່ເອເລັກໂຕຣນິກ, ພະແນກເຄືອຂ່າຍເອເລັກໂຕຣນິກ ແລະ ພະແນກຫ້ອງສະໝຸດ ແລະ ສໍາເນົາ) ໂດຍນໍາໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດຕົວຈິງ ເຂົ້າໃນວຽກງານການສ້າງເວັບໄຊນຳໃຊ້ joomla ແລະ wordpress, ການນຳໃຊ້ໂປຣແກຣມ Photoshop ແລະ Indesign, ວຽກງານປະຈຳວັນແຕ່ລະມື້ກວດສອບເວັບໄຊ, ແປງຄອມພີວເຕີ ແລະ ກວດກາອິນເຕີເນັດ ແລະ ແຈກຢາຍໜັງສືພິມ, ເອກະສານຕ່າງໆໃຫ້ແກ່ແຕ່ລະກົມ.

ຫຼັງຈາກນັ້ນ ນັກສຶກສາຝຶກງານ ກໍ່ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດ ຈຸດດີ, ຈຸດອ່ອນ ບົດຮຽນທີ່ຖອດຖອນໄດ້ຂອງ ການລົງຝຶກງານຕົວຈິງໃນໄລຍະເວ ລາ 2 ເດືອນ 1 ອາທິດທີ່ຜ່ານມາ.

ໃນທ້າຍພິທີ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊີ່ງກ່ອນອຶ່ນທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບແຕ່ລະພະແນກທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດໃນການລົງພາກປະຕິບັດຕົວຈິງຢູ່ແຕ່ລະພະແນກກ່ຽວກັບການສອນຮຽນຮູ້ ແລະ ນຳໃຊ້ເຂົ້າໃນວຽກງານຕົວຈິງ. ນອກນັ້ນທ່ານຍັງໄດ້ເນັ້ນໃຫ້ 3 ບັນດານັກຝຶກງານຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ມາຈາກຝຶກງານຢູ່ ກົມຂໍ້ມູນຂ່າວສານ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສໍາເລັດ.