ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີ ປະຈຳປີ 2019 ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ

http://ptc.gov.la/images/icethumbs/60x60/95/images/stories/pIT1.jpg

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີປະຈຳປີ2019ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີໃຫ້ແກ່ພະນັກງານບັນດາກົມຢູ່ພາຍໃນຄອສພ

ເປັນເວລາ 5 ວັນລະຫວ່າງວັນທີ 23 -27 ກັນຍາ 2019 ທີ່ຜ່ານມາ.ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມ​ມີ: ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກຈຳນວນ 16 ສະຫາຍ, ຍິງ 11 ສະຫາຍ.

ຈຸດປະສົງ​ໃນ​ການ​ເປີດ​ຊຸດ​ອົບຮົມ​ຄັ້ງນີ້ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ໃຫ້​ພະນັກງານ​ວິຊາ​ການ​ພາຍໃນ ຄອສພ ກ່ຽວກັບ​ວຽກງານຂໍ້ມູນຂ່າວສານໃຫ້ນັບມື້ນັບສູງ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 7 ບົດຄື:

ຄວາມຮູ້ພື້ນຖານກ່ຽວກັບການສື່ສານຂໍ້ມູນ
ການຮຽນຮູ້ກ່ຽວກັບຮາດແວ(Hardware)
ພື້ນຖານການບຳລຸງຮັກສາລະບົບຄອມພິວເຕີ
ການນຳໃຊ້ໂປຣແກຣມ Lao Antivirus, ການແກ້ໄຂໄວຣັດ ແລະ ການປ່ຽນຟອນເອກະສານ
ການນຳໃຊ້ Google drive
ການເກັບໄຟລ, ຂໍ້ມູນຕ່າງໆໄວ້ແຜ່ນ CD, DVD ດ້ວຍໂປຣແກຣມ Nero Express8
ການນຳໃຊ້ Microsoft Office word, Excel ແລະ Power point

ການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 5 ວັນຈຶ່ງປິດລົງ. ໃນພິທີປິດຊຸດຝຶກອົບຮົມຄະນະຮັບຜິດຊອບບັ້ນຝຶກອົບຮົມໄດ້ຂື້ນສະຫລຸບລາຍງານຈຸດດີ-ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃນຕອນທ້າຍ ທ່ານ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານໄດ້ມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ເຊິ່ງໄດ້ຮຽກຮ້ອງເຖີງນັກຝຶກອົບຮົມທີ່ເຂົ້າຮ່ວມຝຶກອົມຮົມຄັ້ງນີ້ຕ້ອງໄດ້ຍາດແຍ່ງເວລາ ແລະ ເອົາໃຈໃສ່ຮຽນຮູ້ເອົາສິ່ງໃໝ່ໆກ່ຽວກັບວຽກງານໄອທີເພື່ອນຳໄປໝູນໃຊ້ເຂົ້າວຽກງານຂອງຕົນແນ່ໃສ່ຍົກສູງການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຄວາມວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຍຸກປັດຈຸບັນ ຫຼື ຍຸກ 4,0.