ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

      ໃນວັນທີ 25 ກຸມພາ 2020 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ບຸນຕາ ເທບພະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າ ຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າບັນດາກົມພາຍໃນ ຄອສພ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງ ຄອສພ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄອສພ ທັງໝົດ 108 ສະຫາຍ, ຍິງ 54 ສະຫາຍ ກໍເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ລິດສະໄໝ ເພັງສະຫວັນ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມ ຄອສພ ຄັ້ງທີ III ຕໍ່ກອງປະຊຸມ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ການເຄື່ອນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄະນະບໍລິຫານງານຊາວໜຸ່ມ ຄອສພ ໃນໄລຍະ 5 ປີຜ່ານມາ , ທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ( 2019-2024); ໃນຕະຫຼອດໄລຍະ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາໆພາຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ກໍຄືຄະນະບໍລິຫານງານຊາວໜຸ່ມ ຄອສພ ສະມາຊິກຊາວໜຸ່ມ ຄອສພ ໄດ້ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມ ຄອສພ ຄັ້ງທີ III ຂອງຕົນ ແລະ ກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ; ສຸມໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ , ຂໍ້ແຂ່ງຂັນຮັກຊາດຮັກພັດທະນາຂອງລັດຖະບານ ຕິດພັນກັບໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າປັບປຸງກົງຈັກການຈັດຕັ້ງພາຍໃນໜ່ວຍ ແລະ ພັດທະນາຄະນະບໍລິຫານງານຊາວໜຸ່ມ ຄອສພໃຫ້ມີຄວາມເຕີບໃຫຍ່ຂະ    ຫຍາຍຕົວ ແລະ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ, ໄດ້ເອົາໃຈໃສ່ປຸກລະດົມຊຸກຍູ້, ເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ບັນ ດາມະຕິສູນກາງພັກ ສະໄໝທີ IX , X ກໍຄືລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ VIII ຂອງລັດ; ວຽກງານກໍ່ສ້າງຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ; ກອງປະຊຸມໄດ້ຮັບຮອງເອົາຮ່າງບົດລາຍ ງານການເມືອງຢ່າງເປັນເອກະສັນ, ເຊິ່ງເປັນການຢັ້ງຢືນເຖິງຜົນສໍາເລັດອັນໃຫຍ່ຫຼວງໃນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານໂຄສະນາອົບຮົມ, ນອກຈາກນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອ ກະພາບຮັບ ຮອງເອົາທິດທາງ ແລະ ໜ້າທີ່ລວມແຜນພັດທະນາໃນ 5 ປີຕໍ່ໜ້າ ໂດຍສຸມໃສ່ການເພີ້ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ໄປຄຽງຄູ່ກັບດ້ານດີ ແລະ ຜົນງານ ກໍຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸຸງແກ້ໄຂໂດຍສະເພາະແມ່ນການຄົ້ນຄວ້າຮໍ່າຮຽນຍົກລະດັບທາງດ້ານທິດສະດີ, ການຄົ້ນ ຄວ້າຮໍ່າຮຽນບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍຂອງລັດ, ການສູ້ຊົນບຸກບືນພັດທະນາຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນເອງທາງດ້ານວິຊາສະເພາະ ສະນັ້ນຈຶ່ງເຮັດໃຫ້ຜົນໄດ້ຮັບຂອງທຸກວຽກງານບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່. ຫຼັງຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ມີຄໍາເຫັນຂອງ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລ ຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະ     ຫາຊົນ ຕໍ່ກອງປະຊຸມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນ ໄຫວໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຊາວໜຸ່ມ ຄອສພ ຕະຫຼອດໄລຍະ 5 ປີຜ່ານມາ ເຊິ່ງເປັນໝາກຜົນອັນໃຫຍ່ຫຼວງໃນການປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄສະນາອົບຮົມ ພ້ອມນັ້ນທ່ານ ຍັງໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ທຸກສະ ຫາຍ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນ, ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງຕ່າງໆຂອງສູນກາງພັກ, ພັດທະ ນາຕົນເອງ, ບຸກບືນຫ້າວ ຫັນຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະຂອງຕົນ ແລະ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີສະຕິລະວັງຕົວຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ, ຍົກສູງທາງດ້ານທິດສະດີການເມືອງ, ທິດສະດີມາກ-ເລນິນ, ແນວຄິດປະທານໄກ ສອນ ພົມວິຫານ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ, ເປັນເຈົ້າການບຸກທະລຸທາງດ້ານຈິນຕະນາການ ແລະ ປະຕິບັດຕາມຂໍ້ແຂ່ງຂັນ 4 ບຸກຢ່າງຕັ້ງໜ້າ; ດັ່ງຄໍາສຸພາສິດທີ່ວ່າ: ຊາວ ໜຸ່ມເປັນກະດູກສັນຫຼັງຂອງຊາດ ເປັນແຂນຂວາຂອງພັກ.

ຫຼັງຈາກນັ້ນຄະນະບໍລິຫານງານຊາວໜຸ່ມ ຄອສພ ຊຸດເກົ່າ ໄດ້ຂຶ້ນກ່າວລາໜ້າທີ່ ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ຄອສພ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງເປັນ ຄະນະບໍລິຫານງານຊາວໜຸ່ມຄອສພ ຊຸດ ໃໝ່ຈໍານວນ 10 ສະຫາຍ, ໃນນັ້ນໃຫ້ເລືອກເອົາ 7 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງບັນດາສະມາ ຊິກຊາວໜຸ່ມ ຄອສພ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມທີ ແລະ ເລືອກໄດ້ 7 ສະຫາຍຄື:

ຄະນະບໍລິຫານງານຊຸດເກົ່າ

ຄະນະບໍລິຫານງານຊຸດໃໝ່

  1. ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ.
  2. ທ່ານ ບົວວົງ ພົມພັກດີ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ເປັນປະທານກວດກາຊາວໜຸ່ມ ຄອສພ.
  3. ທ່ານ ສະບາຍດີ ຄູນທະວົງ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ.
  4. ທ່ານ ບຸນເພັງ ຈັນທະດາລາ ເປັນຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ຮອງປະທານກວດກາ.
  5. ທ່ານ ບຸນອຸ້ມ ລາດຊະວົງ ເປັນຄະນະບໍລິຫານງານຊາວໜຸ່ມ ຄອສພ.
  6. ທ່ານ ສອນໄພ ບົວຄໍາໄຊ ເປັນຄະນະບໍລິຫານງານຊາວໜຸ່ມ ຄອສພ.
  7. ທ່ານ ສຸກສະຫວາດ ຈິດລະພົນ ເປັນຄະນະບໍລິຫານງານຊາວໜຸ່ມ ຄອສພ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ບົວຕາ ເທບພະວົງ ຮອງເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕໍ່ກອງປະຊຸມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະ ນະບໍລິຫານງານຊາວໜຸ່ມ ຄອສພ ຍາດມາໄດ້ໃນໄລຍະ5 ປີຜ່ານມາຢ່າງສຸດອົກສຸດໃຈ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ເອົາໃຈໃສ່ສືບຕໍ່ຊີ້ນໍາໆພາວຽກງານຂອງຊາວໜຸ່ມ ໃຫ້ມີຄວາມກ້າວໜ້າ, ມີບາດກ້າວໃໝ່ໃຫຍ່ຫຼວງກວ່າເກົ່າ, ສ້າງແຜນງານ ແລະ ແບ່ງໜ້າທີ່ເຊິ່ງກັນ ແລະ ກັນດ້ວຍຄວາມຮັບຜິດຊອບສູງ, ນໍາເອົາມະຕິກອງປະຊຸມຄັ້ງນີ້ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບຜົນສໍາເລັດ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງໃນການສຶກສາຮໍ່າຮຽນ ບັນດາທິດສະດີ, ແນວທາງ, ມະຕິຄໍາສັ່ງ, ຊຸກຍູ້ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ເພື່ອນໍາໄປຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ໃຫ້ເກີດດອກອອກຜົນ ແລະ ຮັບຜົນສໍາເລັດຕົວຈິງ.