ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະ ຍາສາດເຕັກໂນໂລຊີ.

ໃນຕອນບ່າຍຂອງວັນທີ 6 ກຸມພາ 2020 ຜ່ານມາ, ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ(ໄອຊີທີ) ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ, ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ພ້ອມດ້ວຍຄະນະ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ຄະນະ ແລະ ພະນັກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອເຮັດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, ການຄຸ້ມຄອງລະບົບເຄືອຂ່າຍອິນເຕີເນັດ, ເຄື່ອງມືເອເລັກໂຕຣນິກ ແລະ ການຄຸ້ມຄອງນໍາໃຊ້, ການບໍລິຫານຈັດການຂໍ້ມູນ ຂອງເວັບໄຊ; ນອກນັ້ນ ຍັງເປັນການຍົກສູງຄວາມຮູ້ ຄວາມສາມາດໃນການພັດທະນາວຽກງານໄອທີ ເພື່ອສ້າງບາດກ້າວບຸກທະລຸໃນການນໍາໃຊ້ວິທະຍາສາດ ແລະ ນະວະຕະກໍາທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ ແນ່ໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເວົ້າລວມ ເວົ້າສະເພາະ ກໍຄືຫັນວຽກງານໂຄສະນາອົບຮົມໃຫ້ມີຄວາມທັນສະໄໝຂຶ້ນເປັນກ້າວໆ ແລະ ແທດເໝາະກັບຍຸກປັດຈຸບັນ; ພ້ອມນັ້ນ ທ່ານ ວັນຕຸລາ ຣັກນຸດ ຍັງໄດ້ເໜັ້ນໜັກໃຫ້ພະນັກງານວິຊາການຜູ້ທີ່ເຂົ້າຮ່ວມຈົ່ງພ້ອມກັນສຶກສາຄົ້ນຄວ້າໃຫ້ເລິກເຊິ່ງເພື່ອນໍາມາໜູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນ; ໃນຕອນທ້າຍ ທ່ານ ວິລະສັກ ອິນທະປະຖາ ຍັງໄດ້ສະເໜີກ່ຽວກັບການເຄື່ອນ ໄຫວເຮັດພາລະບົດບາດໜ້າທີ່ຂອງຕົນໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ໜ້າຂອງສະຖາບັນໃຫ້ຊາບເຊັ່ນ: ໂຄງການຄົ້ນຄວ້າ ແລະ ພັດທະນາການສ້າງປຶ້ມແບບເອເລັກໂຕນິກ (E-Book), ຄົ້ນຄວ້າສ້າງໂປຼແກຣມຮັບ-ສົ່ງຂໍ້ມູນແບບທັນສະໄໝ (MIM), ທົດລອງສ້າງການບໍລິການຕິດຕັ້ງໂປຼແກຣມ ແລະ ສ້ອມແປງເຄື່ອງອຸປະກອນໄອທີ, ຄົ້ນຄວ້າ ແລະ ພັດທະນາ ເຮືອບິນບໍ່ມີຄົນຂັບ ແລະ  ສ້າງລະບົບໂປຼແກຣມຖານຂໍ້ມູນຂອງບ້ານ ແລະ ອື່ນໆ.

     ການພົບປະແລກປ່ຽນບົດຮຽນລະຫວ່າງກົມຂໍ້ມູນຂ່າວສານ ຄອສພ ແລະ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໃນຄັ້ງນີ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນພ້ອມທັງແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນຢ່າງກົງໄປກົງມາພາຍໃຕ້ຫົວຂໍ້:

  1. ແນວທາງການພັດທະນາທາງດ້ານເຕັກໂນໂລຊີຂອງກະຊວງວິທະຍາສາດມີຫຍັງແດ່?
  2. ການຄຸ້ມຄອງຈັດການລະບົບເຄືອຂ່າຍມີຄືແນວໃດ?
  3. ການຈໍລະຈອນ ເອກະສານຢູ່ພາຍໃນກະຊວງດ້ວຍລະບົບໃດ?
  4. ການນໍາໃຊ້ໂປຣແກຣມຄຸ້ມຄອງລັດຖະກອນຂອງກະຊວງມີຄືແນວໃດ?
  5. ການນໍາໃຊ້ໂປຣແກຣມຄຸ້ມຄອງ ລະບົບອັດຕະໂນມັດຢູ່ໃນສໍານັກງານມີຫຍັງແດ່?

ການໄປແລກປ່ຽນ ແລະ ຖອດຖອນບົດຮຽນ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕນິກ ໃນຄັ້ງນີ້ຖືວ່າໄດ້ຮັບບົດຮຽນອັນລໍ້າຄ່າ ເພື່ອເອົາໝູນໃຊ້ເຂົ້າໃນການພັດທະນາລະບົບໄອທີຂອງ ຄອສພ ໃຫ້ນັບມື້ນັບມີຄວາມທັນສະໄໝ ທັງບຸກຄາລະກອນ ແລະ ແນວຄວາມຄິດ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ