ຄະນະບໍລິຫານງານຊາວໜຸ່ມ ຄອສພ ຈັດຂະບວນການແຂ່ງຂັນກິລາເພື່ອຕ້ອນຮັບກອງປະຊຸມໃຫຍ່ຊາວໜຸ່ມ

ຄະນະບໍລິຫານງານຊາວໜຸ່ມ ຄອສພ ຈັດຂະບວນການແຂ່ງຂັນກິລາເພື່ອຕ້ອນຮັບກອງປະຊຸມໃຫຍ່ຊາວໜຸ່ມ

ໃນຕອນບ່າຍວັນທີ 20 ທັນວາ 2019 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານເຕະຍິງ-ຊາຍ ແລະ ກິລາມວນຊົນ ທີ່ເດີນບານຫຼັກ 9 ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເປັນປະທານ ແລະ ຜູ້ກ່າວເປີດພິທີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຜູ້ຊີ້ນຳວຽກງານ 3 ອົງການຈັດມະຫາຊົນ ເຂົ້າຮ່ວມມີ: ເລຂາ, ຮອງເລຂາໜ່ວຍຊາວໜຸ່ມ ແລະ ສະ ມາຊິກຊາວໜຸ່ມບັນດາກົມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຜູ້ຊີ້ນຳວຽກງານ 3 ອົງການຈັດມະຫາຊົນໄດ້ກ່າວວ່າ: ຂະ ບວນການແຂ່ງຂັນກິລາໃນຄັ້ງນີ້ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫຍ່ຊາວໜຸ່ມທີ່ຈະມາເຖີງໃນໄວໆນີ້, ເປັນການສ້າງໂອກາດໃຫ້ຊາວໜຸ່ມທົ່ວ ຄອສພ ໄດ້ແລກປ່ຽນບົດຮຽນດ້ານວຽກງານກິລາຮ່ວມກັນ, ສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຊາວໜຸ່ມຫັນມາຫຼິ້ນກິລາຢ່າງເປັນຂະບວນກວ້າງຂວາງຟົດຟື້ນເພື່ອສຸຂະພາບ, ຄວາມສາມັກຄີ ແລະ ມິດຕະພາບ. ນອກນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນເອົາໃຈໃສ່ເຮັດໜ້າທີ່ດ້ວຍຄວາມບໍລິສຸດຍຸດຕິທຳ, ມີນ້ຳໃຈນັກກິລາ, ຫຼິ້ນຢ່າງສ້າງສັນຮູ້ໄດ້ຮູ້ເສຍ, ຮູ້ເສຍສະຫຼະໃຫ້ອາໄພເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ບັນຍາກາດແຂ່ງຂັນກິລາໃນຄັ້ງນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄວາມປະທັບໃຈ ແລະ ມິດຕະພາບອັນອົບອຸ່ນ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ