ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

 ວັນທີ 21 ກຸມພາ 2020 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍການເປັນປະທານຮ່ວມຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທັງໝົດພາຍໃນ ຄອສພ .

ໃນພິທີ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງສາກົນ, ສະພາບລວມພາຍໃນ ສປປ ລາວ, ການກຳເນີດ ນິຕິກຳທີ່ເປັນພຶ້ນຖານ, ການປະເມີນກ່ຽວກັບການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍ ການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະ
ໜອງທືນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ່ 50/ ສພຊ, ລົງວັນທີ 21 ກໍລະກົດ 2014. ຫຼັງຈາກນັ້ນ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວໄດ້ສະເໜີກ່ຽວກັບ ພາບລວມ ແລະ ສະຖານະພາບ ຂອງ ສປປລາວ ກ່ຽວກັບວຽກງານຕ້ານການຟອກເງິນ, ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ, ພາລະບົດບາດ ສໍານັກງານຕ້ານການຟອກເງິນ, ກົດໝາຍວ່າດ້ວຍຕ້ານການຟອກເງີນແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອສ້າງຄວາມຮັບຮູ້ຄວາມເຂົ້າໃຈຢ່າງເລິກຕໍ່ກັບພາບລວມຂອງວຽກງານສະກັດກັ້ນ ການຟອກເງິນ ແລະ ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ, ການນຳໃຊ້ບັນດານິຕິກໍາທີ່ກ່ຽວຂ້ອງ ເຂົ້າໃນວຽກງານການດໍາເນີນຄະດີອາຍາທ່ີຕິດພັນກັບການຟອກເງີນ. ນອກນັ້ນຍັງໄດ້ມີການແລກປ່ຽນຄິດຄຳເຫັນຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈຕໍ່ກັບວຽກງານດ່ັງກ່າວໃຫ້ເລິກເຊິ່ງເພື່ອເປັນຂໍ້ມູນນຳເອົາໄປໂຄສະນາເຜີຍແຜ່ໃຫ້ຂັ້ນສູນກາງລົງສູ່ທ້ອງຖິ່ນ.

ໃນທ້າຍພິທີ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນໂອ້ລົມເຊີ່ງກ່ອນອື່ນໝົດທ່ານສະແດງຄວາມຂອບໃຈຕໍ່ທະນາຄານແຫ່ງສ ປປ ລາວທີ່ໄດ້ນຳເອົາຂໍ້ມູນຕ້ານການຟອກເງີນ ແລະ ການສະໜອງທືນໃຫ້ແກ່ການກໍ່ການຮ້າຍເຜີຍແຜ່ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານດ່ັງກ່າວເຊິ່ງເປັນວຽກງານທີ່ສຳຄັນຕໍ່ດ້ານເສດຖະກິດຂອງສ ປປ ລາວ, ໂດຍສະເພາະການແມ່ນການລົງທືນຂອງຕ່າງປະເທດຢູ່ປະເທດເຮົາຕະຫຼອດໄລຍະຜ່ານມາເພື່ອເຮັດໃຫ້ປະເທດຫຼຸດພົ້ນອອກຈາກບັນຊີສີເທົາ. ນອກຈາກນັ້ນທ່ານໄດ້ເນັ້ນໜັກໃຫ້ພະນັກງານທັງໝົດເອົາໃຈເຊື່ອມຊຶມກຳແໜ້ນວຽກງານດັ່ງກ່າວສືບຕໍ່ໂຄສະນາເຜີຍແຜ່ຕໍ່ເປົ້າໝາຍຕ່າງໆລວມເຖີງປະຊາຊົນທຸກຊັ້ນຄົນອື່ນໆໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງຕໍ່ວຽກງານນີ້ ພ້ອມທັງນຳຄວາມຮູ້ທີ່ໄດ້ຖອດຖອນໄດ້ນັ້ນນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິຜົນສູງສຸດ.
ຂ່າວ: ຄອນສະຫວັນ ເນົາວະລັງສີ
ພາບ: ສົມພິນິດ ວົງສົມບັດ