ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານໂຄສະນາອົບຮົມທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມ ​ສະຫຼຸບ​ວຽກ​ງານ​ໂຄສະນາ​ອົບຮົມ​ທົ່ວ​ນະຄອນຫຼວງວຽງຈັນ ປະຈຳ​ປີ 2019  ແລະ ວາງທິດ​ທາງ​ແຜນການ ປີ 2020

ໃນວັນທີ 8 ມັງກອນ 2020 ຜ່ານມາ ທີ່ຫ້ອງ​ວ່າການ​ນະຄອນຫຼວງ​ວຽງ​ຈັນໄດ້ຈັດກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໂຄສະນາ​ອົບຮົມ​ທົ່ວ​ນະຄອນຫຼວງ ປະຈຳ​ປີ 2019 ແລະ ວາງທິດ​ທາງ​ແຜນການ ປີ 2020 ໂດຍການເປັນ​ປະ­ທານຮ່ວມ​ຂອງ​ທ່ານ ປອ ຄຳ​ພັນ ພົມ​ມະ​ທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ, ທ່ານ ເຂັມ​ເພັດ ແພງ​ດວງ​ຈັນ ຫົວໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມນະຄອນຫຼວງວຽງຈັນ ແລະ ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ປະ­ທານ​ສະ­ພາ​ປະ­ຊາ­ຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ: ຮອງ​ເລ­ຂາຄະ­ນະ​ບໍ­ລິ­ຫານ​ງານ​ພັກນະຄອນຫຼວງວຽງຈັນ, ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກເມືອງ, ເຈົ້າ­ເມືອງ, ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ, ຫົວ­ໜ້າ​ພະ­ແນກ­ການ​ອ້ອມ​ຂ້າງ, ຄະນະໂຄ­ສະ­ນາ​ອົບ­ຮົມ 9 ຕົວ​ເມືອງ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງທົ່ວຄະນະໂຄສະນາອົບຮົມນະຄອນຫຼວງກໍເຂົ້າ​ຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ເຂັມ​ເພັດ ແພງ​ດວງ​ຈັນ ໄດ້​ຂື້ນຜ່ານ​ບົດ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໂຄ­ສະ­ນາ​ອົບ­ຮົມ ນະຄອນຫລວງວຽງຈັນ ປະ­ຈຳ​ປີ 2019 ແລະ ວາງທິດ​ທາງ​ແຜນ­ການ​ປີ 2020 ຕະ­ຫຼອດ​ໄລ­ຍະ 1 ປີ­ຜ່ານ­ມາຄະ­ນະ​ພັກ, ອົງ­ການ​ປົກ­ຄອງ​ທຸກ​ຂັ້ນ​ໄດ້​ເອົາ­ໃຈ­ໃສ່​ເຮັດ​ວຽກ​ງານ​ໂຄ­ສະ­ນາ​ອົບ­ຮົມ​ການ­ເມືອງ-ແນວ​ຄິດ​ໃຫ້​ຖັນ​ແຖວ​ພະ­ນັກ­ງານ, ສະ­ມາ­ຊິກ​ພັກ ແລະ ປະ­ຊາ­ຊົນ​ໃນ​ຂອບ​ເຂດ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ​ໄດ້​ຢ່າງ​ເປັນ​ປົກ­ກະ­ຕິ ພ້ອມ​ນັ້ນ ໄດ້​ບຳ­ລຸງ​ລະ­ດັບ​ທິດ​ສະ​ດີ​ການ­ເມືອງ-ການ​ປົກ­ຄອງ​ໃຫ້​ພະ­ນັກ­ງານສະ­ມາ­ຊິກ​ພັກໄດ້​ 19 ຊຸດ ມີ​ຜູ້​ເຂົ້າ​ຮ່ວມ 1.060 ຄົນ ຍິງ 215 ຄົນ ໃນ​ນີ້ ຈັດ​ຢູ່​ເມືອງ 9 ຊຸດ ແລະ ພະ­ແນກ­ການ 10 ຊຸດ, ຈັດ​ສຳ​ມະ​ນາ​ວິ­ທະ­ຍາ­ສາດ​ໃນ​ໂອ­ກາດ​ວັນສຳຄັນທາງ​ປະ­ຫວັດ­ສາດ​ຂອງ​ຊາດ​ຕິດ​ພັນ​ກັບ​ການ​ຊອກ​ວິ­ທີ​ແກ້​ໄຂ​ສິ່ງ​ຫຍໍ້­ທໍ້​ຕ່າງໆ​ໃນ​ສັງ­ຄົມ ຄຽງ​ຄູ່​ກັນ​ນັ້ນ​ໄດ້​ເອົາ­ໃຈ­ໃສ່​ຊີ້​ນຳ-ນຳ­ພາ ຄຸ້ມ​ຄອງ​ການ­ເຄື່ອນ­ໄຫວ​ຂອງ​ສື່​ມວນ​ຊົນ​ທຸກ​ປະ­ເພດ​ທີ່­ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບ ໂດຍສະເພາະແມ່ນປັບ­ປຸງ​ເນື້ອ​ໃນ, ວິ­ທີ​ການ, ຮູບ​ການ​ໂຄ­ສະ­ນາ​ຜ່ານ​ສື່ຕົ້ນຕໍແມ່ນວາ­ລະ­ສານນະຄອນຫຼວງວຽງຈັນ    ສາ­ມາດ​ຜະ­ລິດ ແລະ ຈຳ­ໜ່າຍ​ໄດ້ 6 ສະ­ບັບ ສະ­ບັບ​ທີ 44-49 ລວມ​ທັງ​ໝົດ 16.650 ຫົວ, ໜັງ­ສື­ພິມ​ວຽງ​ຈັນ​ໃໝ່, ວິ­ທະ­ຍຸ, ໂທລະ​ໂຄ່ງ, ເວບ​ໄຊ​ວຽງ​ຈັນ​ນິວ​ເດ ພິ­ເສດນະຄອນຫຼວງວຽງຈັນ ໄດ້​ສ້າງ​ສະ­ຖາ­ນີ​ໂທລະ ພາບ VTE9 ຜ່ານ​ລະ­ບົບ​ດາວ​ທຽມ​ລາວ​ແຊັດ ເຊິ່ງ​ປັດ­ຈຸ­ບັນ ທົ່ວ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມນະຄອນຫຼວງວຽງຈັນມີ​ຜູ້​ເຮັດ​ວຽກ​ໂຄ­ສະ­ນາ​ອົບ­ຮົມ​ການ­ເມືອງ​ທັງ​ໝົດ 139 ຄົນ ຍິງ 42 ຄົນ ແລະ ໄດ້​ສ້າງ​ຕາ​ໜ່າງ​ເພື່ອນ​ຮ່ວມ​ງານ​ເພື່ອ​ກຳ­ກັບ​ຫາ​ສຽງ​ສັງ­ຄົມ​ທີ່​ປະ­ຈຳ​ຢູ່​ເມືອງ, ຢູ່ພະ­ແນກ­ການ ແລະ ອົງ­ການ​ທຽບ​ເທົ່າ​ອ້ອມ​ຂ້າງນະຄອນຫຼວງ.

ສຳ­ລັບທິດທາງ​ແຜນ­ການ​ປີ 2020 ເຊິ່ງ​ເປັນ​ປີ​ໜຶ່ງ​ທີ່​ມີ​ຄວາມ​ສຳ­ຄັນ​ຫຼາຍ ດັ່ງ­ນັ້ນ ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ຈະຕ້ອງ ​ໄດ້​ອອກ­ແຮງ​ສູ້​ຊົນ​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ສ້າງ​ແຜນ​ເຄື່ອນ​ໄຫວ, ແນະ­ນຳ, ກວດ­ກາ​ການ​ປະ­ຕິ­ບັດ​ໜ້າ­ທີ່​ ທີ່ພົວ­ພັນ​ເຖິງ​ວຽກ​ງານ​ກໍ່­ສ້າງ​ພັກ​ທາງ​ດ້ານ​ການ­ເມືອງ-ແນວ​ຄິດ ປະ­ກອບ­ສ່ວນ​ຍົກ​ສູງ​ຄວາມ​ສາ­ມາດ​ນຳ­ພາຂອງ​ພັກ, ຍົກສູງຄຸນ​ນະ​ພາບ​ການ​ຄຸ້ມ​ຄອງ​ຂອງ​ລັດ, ການ­ເຄື່ອນ­ໄຫວ​ຂອງ​ແນວ​ລາວ​ສ້າງ​ຊາດ, ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ພ້ອມ​ທັງ​ເພີ່ມ​ທະ­ວີ​ການ­ເຄື່ອນ­ໄຫວ​ວຽກ​ງານ​ໂຄ­ສະ­ນາ​ອົບ­ຮົມ​ໃຫ້​ເລິກ­ເຊິ່ງ ທົ່ວ​ເຖິງ​ທຸກ​ເປົ້າ​ໝາຍ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ, ມີ​ຄວາມ​ເຊື່ອ​ໝັ້ນ ແລະ ສະ­ໜັບ­ສະ­ໜູນ​ແນວ­ທາງ​ນະ­ໂຍ­ບາຍ ແລະ ການ​ນຳ­ພາ​ຂອງ​ພັກ ເຮັດ​ໃຫ້​ວຽກ​ງານ​ໂຄ­ສະ­ນາ​ມີ​ຄຸນ​ນະ​ພາບໃໝ່ ຕິດ​ພັນ​ກັບ​ພາ­ລະໜ້າທີ່​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ກໍ​ຄືການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນານະຄອນຫຼວງວຽງຈັນ ເພີ່ມ​ທະ­ວີ​ຄວາມ​ແຫຼມ​ຄົມ-ວ່ອງ­ໄວ ທັນ​ການ​ຂອງ​ບັນ­ດາ​ສື່ ໃນການ​ໂຄ­ສະ­ນາ​ໃນ​ການ​ອະ­ທິ­ບາຍ​ຕອບ​ແກ້​ໄຂ​ບັນ­ຫາ​ຕ່າງໆ​ທີ່​ສັງ­ຄົມ​ສົນ­ໃຈ.