ພິທີປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019)


ພິທີປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ
(9 ທັນວາ 2003-9 ທັນວາ 2019)

ໃນຕອນເຊົ້າວັນທີ 26 ທັນວາ 2019 ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຕ້ານການສໍ້ລາດ ບັງຫຼວງສາກົນຄົບຮອບ 16 ປີ (9 ທັນວາ 2003-9 ທັນວາ 2019) ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງ ພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ ແລະ ວິຊາການທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ ຮອງປະທານກວດກາ ຜູ້ຊີ້ນຳວຽກງານກວດກາພັກໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານກວດກາ ໃນປີ 2019, ທິດທາງແຜນການເຄື່ອນໄຫວວຽກງານກວດກາ ປີ 2020, ລາຍງານຜົນງານການເຄື່ອນໄຫວຂອງວຽກງານກວດ ກາໃນແຕ່ລະດ້ານໂດຍສະເພາະແມ່ນການສ້າງກ່ອງເກັບກຳຄຳຄິດເຫັນອອນລາຍເຊິ່ງເປັນການຳ ໃຊ້ເທັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານກວດກາ ແລະ ຕີລາຄາດ້ານດີ-ດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂເປັນຕົ້ນແມ່ນ: ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ, ເອົາໃຈໃສ່ຕິດຕາມ ການກວດກາ ແລະ ຄຸ້ມຄອງພະນັກງານຂອງຕົນ; ການສ້າງເປົ້າໝາຍມະຫາຊົນຜູ້ກ້າວໜ້າເຂົ້າພັກ, ການປະຕິບັດວິໃນຂອງສະມາຊິກພັກ ແລະ ອຶ່ນໆ.

ຫຼັງຈາກນັ້ນ ທ່ານ ວັນຕູລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານພ້ອມດ້ວຍວິຊາການທີ່ເປັນຜູ້ພັດທະນາ ລະບົບກ່ອງຄຳຄິດເຫັນອອນລາຍ ເພື່ອເປັນຕົວຊ່ວຍທີ່ໃນການເກັບກຳຄຳຄິດເຫັນທີ່ມີຄວາມວ່ອງໄວ, ປອດໄພ ພ້ອມທັງເສີມຂະຫຍາຍວຽກງານກວດກາຂອງຄະນະໂຄສະນາອົບຮົມກາງ ພັກໃຫ້ມີປະສິດທິພາບດີຂື້້ນກວ່າເກົ່າ, ແທດເໝາະ ແລະ ສອດຫ້ອຍເຊື່ອມສານເຂົ້າສູ່ວຽກງານຕົວຈິງ; ພ້ອມທັງສາທິດວິທີການນຳໃຊ້ລະບົບ ດັ່ງກ່າວ ໃຫ້ແກ່ພະນັກງານທົ່ວ ຄອສພ.

ໃນທ້າຍພິທີ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຜີຍແຜ່ ບັນດາເນື້ອໃນການຕ້ານການສໍ້ລາດບັງຫຼວງ, ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ,  ຜົນສະທ້ອນຂອງການສໍ້ລາດບັງຫຼວງສາກົນ ເວົ້າລວມ ເວົ້າ ສະເພາະ ກໍແມ່ນຢູ່ໃນ ສປປ ລາວ,  ການສໍ້ລາດບັງຫຼວງແມ່ນ ສະພາບການຫຍໍ້ທໍ້ອັນໜຶ່ງໃນກົງຈັກການຈັດຕັ້ງທີ່ເປັນໄພອັນຕະລາຍຮ້າຍແຮງ ຊຶ່ງສົ່ງ ຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ  ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ຮັ່ງມີ ຫຼື ທຸກ ຍາກ ກໍລ້ວນແລ້ວແຕ່ມີຜົນກະທົບເຊັ່ນດຽວກັນ;  ການສໍ້ລາດບັງຫຼວງ ເປັນໄພຂົ່ມຂູ່ເຖິງສະຖຽນລະພາບຂອງການຈັດຕັ້ງທັງພາກລັດ  ແລະ  ເອກະ ຊົນ,  ສ້າງໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ ເປັນການບັ່ນທອນກໍາລັງແຮງ; ຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນ ການປົກຄອງ ແລະ ການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ; ນອກຈາກນັ້ນ ທ່ານ ຍັງກ່າວຕື່ມວ່າ ວຽກງານກວດກາກໍແມ່ນ ວຽກງານໜຶ່ງທີ່ສໍາ ຄັນ ແລະ ຈໍາເປັນທີ່ຕ້ອງສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນເຄື່ອງວັດແທກໃຫ້ແກ່ສະມາຊິກພັກ-ພະນັກງານປະຕິບັດໜ້າທີ່ວຽກງານທີ່ຖືກ ຕ້ອງຕາມລະບຽບກົດໝາຍ ທັງເປັນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທີ່ຈະເກີດຂຶ້ນ. ພ້ອມທັງຮຽກຮອງໃຫ້ສະມາຊິກພັກ -ພະນັກງານ ທຸກຄົນເອົາໃຈໃສ່ຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆເຂົ້າໃນການຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດ, ສ້າງຄວາມຮັບຮູ້, ເຂົ້າໃຈ  ແລະ  ເປັນເອກະ ພາບກັນເພື່ອນໍາເອົາວຽກງານດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ