ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ.

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ.

(ສໍານັກຂ່າວສານ Chan-nel News Asia) ລາຍງານວ່າ: ທ່ານໝໍຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ ກໍາລັງໃຊ້ສານລະລາຍຈາກ ນໍ້າເລືອດ ຫຼື  Plasma (ພລາສມາ) ຈາກຄົນທີ່ຟຶ້ນໂຕຈາກການຕິດເຊື້ອໄວຣັສໂຄວິດ-19 ມາໃຊ້ກັບຄົນທີ່ຕິດເຊື້ອ ເພື່ອເພີ່ມພູມຕ້ານທານໃຫ້ແກ່ຄົນເຈັບ ວິທີການນີ້ມີປະສິດທິຜົນສໍາລັບຜູ້ຕິດເຊື້ອນີ້ມາແລ້ວ.

ສາດສະດາຈານ ຫູ່ ກ່າວວ່າ: ທາງໂຮງຫມໍໄດ້ສ້າງຕັ້ງຄລິນິກພິເສດ ສໍາລັບການປິ່ນປົວດ້ວຍພລາສມາ ແລະ ເລືອກເອົາຄົນເຈັບທີ່ຍິນຍອມບໍລິຈາກເລືອດໂດຍເລືອດດັ່ງກ່າວຈະຜ່ານການຄັດເລືອກ ເພື່ອປ້ອງກັນການຕິດເຊື້ອໄວຣັສຕັບອັກເສບ (ຕັບບີ ແລະ ຊີ); ເຊື່ອໝັ້ນວ່າ ວິທີການນີ້ຈະມີປະສິດທິຜົນສູງ ສໍາລັບຄົນເຈັບທີ່ຕິດເຊື້ອໄວຣັສນີ້.

ທ່ານ ດຣ. ໄມໄຣອັນ ຫົວໜ້າໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ໃຫ້ຄໍາເຫັນຕໍ່ເລື່ອງນີ້ວ່າ: ການນໍາໃຊ້ນໍ້າເລືອດຈາກຄົນເຈັບທີ່ຫາຍດີມາໃຊ້ ແມ່ນວິທີການທີ່ສົມເຫດສົມຜົນຫຼາຍ ທີ່ຈະໄດ້ຮັບການທົດສອບ ເພາະວ່າມັນໄດ້ພິສູດວ່າມີປະສິດທິຜົນໃນການສູ້ກັບພະຍາດຕິດຕໍ່ອື່ນໆ ລວມທັງເຊື້ອພິດໝາວໍ້ ແລະ ພະ ຍາດຄໍຕີບ, ແຕ່ສິ່ງສໍາຄັນຄືການໃຊ້ເວລາທີ່ເໝາະສົມ ເພື່ອເພີ່ມພູມຕ້ານທານຂອງຄົນເຈັບໃຫ້ສູງຂຶ້ນ.

ຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ