ຄຸນປະໂຫຍດຂອງໝາກນອດທີ່ທຸກທ່ານຄວນຮູ້

ຄຸນປະໂຫຍດຂອງໝາກນອດທີ່ທຸກທ່ານຄວນຮູ້

  1. ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊຶ່ງຊ່ວຍຫຼຸດການເກີດຮ່ອງຮອຍກ່ອນໄວອາຍຸ.
  2. ບໍາລຸງຜິວ ມີວິຕາມິນຫລາຍຊະນິດໃນຫມາກນອດເຊັ່ນ: ວິຕາມິນບີ 2 ຊ່ວຍບໍາລຸງຜິວພັນ, ເສັ້ນຜົມ ແລະ ເລັບ ເຮັດໃຫ້ຜິວພັນໃຫ້ເປັ່ງປັງສົດໃສ
  3. ມີວິຕາມິນເອສູງ ໃນການຊ່ວຍບໍາລຸງສາຍຕາ ປ້ອງກັນບັນຫາສາຍຕາສັ້ນ, ສາຍຕາຍາວໃຫ້ທຸກເພດທຸກໄວ.
  4. ສ້າງພູມຄຸ້ມກັນ ເພາະວິຕາມິນ ແລະ ແຮ່ທາດໃນໝາກນອດນັ້ນລ້ວນແລ້ວແຕ່ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງ.
  5. ຊ່ວຍແກ້ບັນຫານອນບໍ່ຫລັບ ໂດຍການດື່ມນໍ້າຫມາກນອດເປັນປະຈໍາຈະຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ແລະ ຊ່ວຍໃຫ້ນອນຫລັບສະບາຍ.
  6. ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດກະດູກເຊື່ອມ.
  7. ຊ່ວຍເບີ່ງແຍງເຫືອກ ແລະ ແຂ້ວໃຫ້ແຂງແຮງ
  8. ມີແມ໋ກນີຊຽມ ຊ່ວຍໃນການເຜົາຜານໄຂມັນ ແລະ ປ່ຽນມາເປັນພະລັງງານ
  9.  ຫມາກນອດ ຍັງເປັນສ່ວນໜື່ງເຂົ້າໃນສ່ວນປະສົມຂອງເຄື່ອງສໍາອາງ ໂດຍສະເພາະຜະລິດຕະພັນບໍາລຸງຜິວ, ຜະລິດຕະພັນຮັກສາສິວ, ຜະລິດຕະພັນກັນແດດ ເພາະມີສັບພະຄຸນຊ່ວຍໃນການສະຫມານຜິວ ຮັກສາເນື້ອເຍື້ອຜີວຫນັງ.
  10. ນໍາໝາກນອດມາເຮັດເປັນນໍ້າມັນໃຊ້ນວດຜ່ອນຄາຍອາການປວດເມື່ອຍ.
  11. ຊ່ວຍປັບຄວາມສົມດູນໃນຮ່າງກາຍ, ຫຼຸດອາການວິນຫົວປວດຮາກໄດ້ດີ.
  12. ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ຊ່ວຍຮັກສາພະຍາດຄວາມດັນເລືອດ
  13. ບໍາລຸງຕັບ, ຊ່ວຍຟື້ນຟູຕັບ ແລະ ໄຕໃຫ້ແຂງແຮງ.
  14. ບັນເທົາອາການກະເພາະປັດສະວະອັກເສບ.

                                                                     ທີ່ມາ http://www.pakaad.com