ອາຫານທີ່ຄວນກິນ ແລະ ຄວນຫຼີກລ່ຽງຂອງແຕ່ລະກຸບເລືອດ.

ອາຫານທີ່ຄວນກິນ ແລະ ຄວນຫຼີກລ່ຽງຂອງແຕ່ລະກຸບເລືອດ.

   ທ່ານເຄີຍສົງໄສບໍ່ວ່າເປັນຫຍັງເວລາທີ່ເຮົາກິນອາຫານບາງຢ່າງຈື່ງມີອາການແພ້, ບາງເທື່ອເວລາກິນແລ້ວມີອາ ການເຈັບທ້ອງ ຫຼື ແພ້ມີອາການຄັນ, ຕຸ່ມຜື່ນຂຶ້ນທົ່ວຮ່າງກາຍ ແລະ ອາການອື່ນໆ.

  • ກຸບເລືອດ AB:

– ຄວນເລືອກກິນອາຫານທະເລ, ເນີຍ, ນົມ, ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກ ແລະ ໄຂ່.

– ຄວນຫຼີກລ່ຽງ: ປາຊີ້ນຂາວ, ຊີ້ນສັດໃຫຍ່, ໝາກສີດາ, ສາລີ, ໝາກມ່ວງ, ຖົ່ວແດງ ເພາະພູມຄຸ້ມກັນອ່ອນເພຍ ກົດໃນກະເພາະຕໍ່າຍ່ອຍຊີ້ນສັດໄດ້ຍາກ.

  • ກຸບເລືອດ A:

– ຄວນເລືອກກິນຜັກ, ປາ, ນົມຖົ່ວເຫຼືອງ.

– ຄວນຫຼີກລ່ຽງ: ໄຂ່, ນົມງົວ, ແປ້ງ, ຊີ້ນສັດ ເພາະລະບົບຍ່ອຍອາຫານ, ລະບົບພູມຄຸ້ມກັນບໍ່ດີ ສ່ຽງເປັນພະຍາດຫົວໃຈ ແລະ ມະເຮັງ.

  • ກຸບເລືອດ B:

– ຄວນເລືອກກິນເຂົ້າກ໊ອງ, ເຂົ້າໂອດ, ຂີງ, ຊາຂຽວ, ໂສມ.

– ຄວນຫຼີກລ່ຽງ: ປູ, ກຸ້ງ, ຫອຍແຄງ, ຊີ້ນໄກ່, ແປ້ງ, ເພາະກົດໃນກະເພາະອາຫານສູງ ລະບົບເຜົາຜານບໍ່ດີ ເລືອດແຂງໂຕຊ້າ.

  • ກຸບເລືອດ O:

– ຄວນເລືອກກິນຊີ້ນສັດ, ອາຫານທະເລ, ຜັກຫົມ.

– ແຕ່ຄວນຫຼີກລ່ຽງ: ໝາກໄມ້ລົດສົ້ມ, ຊາ, ກາເຟ, ເບຍ ເພາະກົດໃນກະເພາະສູງ ລະບົບເຜົາກໍ່ບໍ່ດີປານໃດ ເລືອດກໍ່ແຂງຕົວຊ້າຕື່ມອີກ.

     ແນວໃດກໍຕາມ ອາຫານທີ່ເວົ້າມານັ້ນ ກໍບໍ່ໄດ້ໝາຍຄວາມວ່າສິ່ງທີ່ຄວນຫຼີກລ່ຽງນັ້ນ ກຸບເລືອດນັ້ນຈະກິນບໍ່ໄດ້ ແຕ່ວ່າຖ້າຫຼີກລ່ຽງໄດ້ແມ່ນດີຕໍ່ສຸຂະພາບ, ແຕ່ຖ້າຫຼີກລ່ຽງບໍ່ໄດ້ ກໍ່ຄວນກິນເລັກໜ້ອຍເທົ່ານັ້ນ ເພື່ອເຮັດໃຫ້ຮ່າງກາຍຂອງເຮົາມີສຸຂະພາບທີ່ດີ.

ທີ່ມາ: http://www.pakaad.com