ຄຸນປະໂຫຍດຂອງຫວ້ານຫາງແຂ້

ຄຸນປະໂຫຍດຂອງຫວ້ານຫາງແຂ້

   ຫວ້ານຫາງແຂ້ ເປັນສະໜຸນໄພຊະນິດໜຶ່ງທີ່ມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ ແລະ ຮ່າງກາຍຂອງຄົນເຮົາ ຊຶ່ງຊ່ວຍບັນເທົາອາການທີ່ເກີດຂຶ້ນທາງຜິວໜັງ ແລະ ພາຍໃນຮ່າງກາຍ ເຊັ່ນ:

  1. ຊ່ວຍປິ່ນປົວບາດແຜທີ່ຖືກໄຟໄໝ້ ແລະ ນໍ້າຮ້ອນລວກ

    ວິທີຮັກສາຄື: ໃຫ້ປອກເປືອກທາງນອກຂອງຫວ້ານຫາງແຂ້ອອກ ແລ້ວນໍາເອົາວຸ້ນໃສໆມາລ້າງຢາງອອກໃຫ້ສະອາດ, ຈາກນັ້ນ ຈິ່ງນໍາໄປແປະໃສ່ບາດແຜປະມານ 2 ມື້ ຈະຊ່ວຍໃຫ້ອາການເຈັບແສບຮ້ອນຫຼຸດລົງໄດ້ ມັນຈະເຮັດໃຫ້ບາດແຜແຫ້ງໄວ ແລະ ບໍ່ເປັນຮອຍບາດແຜ.

  1. ຊ່ວຍປ້ອງກັນ ແລະ ຫຼຸດຜ່ອນຮອຍໄໝ້ຈາກການຕາກແດດ

   ວິທີຮັກສາຄື: ນໍາເອົາເນື້ອຫວ້ານຫາງແຂ້ປະສົມກັບໂລຊັນ ( ຄຼີມທາຜິວ ) ຈາກນັ້ນ ຈິ່ງທາລົງເທິງຜິວໜັງກ່ອນຈະອອກແດດ ມັນຈະຊ່ວຍປ້ອງກັນແສງແດດໄດ້ ຖ້າຫາກເກີດຮອຍໄໝ້ຜິວໜັງເມື່ອຖືກແດດ ໃຫ້ໃຊ້ວຸ້ນທີ່ລ້າງດ້ວຍນໍ້າສະອາດມາທາໃສ່ບໍລິເວນທີ່ເປັນຮອຍໄໝ້ນັ້ນ, ດີແທ້ແມ່ນເອົາວຸ້ນໃສໆປະສົມກັບນໍ້າມັນພືດ ຫຼື ນໍ້າມັນໝາກກອກ ຈິ່ງທາໃສ່ບ່ອນດັ່ງກ່າວເພື່ອຫຼຸດຜ່ອນຈາກອາການຜິວໜັງແຫ້ງ, ເຄັ່ງຕຶງ.

  1. ຊ່ວຍປ້ອງກັນພະຍາດເບົາຫວານ

   ວິທີຮັກສາຄື: ຕັດເອົາຫວ້ານຫາງແຂ້ທີ່ມີຄວາມຍາວ ປະມານ 3-4 ຊັງຕີ ນໍາມາກິນທຸກມື້ ຫຼື ປັ່ນເປັນນໍ້າຫວານຫາງແຂ້ເພື່ອດື່ມ ຈະແກ້ອາການເປັນເບົາຫວານໄດ້ດີ ( ສໍາລັບຄົນທີ່ເລີ່ມເປັນພະຍາດເບົາຫວານໄລຍະທໍາອິດ ) ສ່ວນຜູ້ທີ່ຕ້ອງການກິນເພື່ອປ້ອງກັນ ແມ່ນສາມາດກິນໄດ້ໃນປະລິມານທີ່ໜ້ອຍລົງກວ່າທີ່ກ່າວມາຂ້າງເທີງນີ້.

  1. ຊ່ວຍແກ້ອາການເມົາລົດ-ເມົາເຮືອ

   ວິທີຮັກສາຄື: ທ່ານໃດທີ່ມີບັນຫາໃນການເດີນທາງມັກເກີດອາການ ເມົາລົດ ຫຼື ເມົາເຮືອເປັນປະຈໍາ ລອງຮັບປະທານວຸ້ນຫວ້ານຫາງແຂ້ກ່ອນອອກເດີນທາງ ຈະຊ່ວຍບັນເທົາອາການດັ່ງກ່າວໄດ້ດີ ພ້ອມທັງຮູ້ສຶກສົດຊື່ນ.

  1. ແກ້ກະເພາະລໍາໄສ້ອັກເສບ

   ວິທີຮັກສາຄື: ໃຫ້ປອກເປືອກອອກແລ້ວນໍາເອົາວຸ້ນທີ່ລ້າງສະອາດມາກິນເທື່ອລະ 2 ບ່ວງແກງ,ມື້ລະ 2 ເທື່ອ ຈະຊ່ວຍຫຼຸດຜ່ອນອາການອັກເສບຂອງທາງເດີນອາຫານໄດ້.

  1. ຫຼຸດຜ່ອນອາການເຈັບປວດຕາມຂໍ່ກະດູກ

   ວິທີຮັກສາຄື: ນໍາເອົາວຸ້ນຫວ້ານຫາງແຂ້ທີ່ລ້າງດ້ວຍນໍ້າສະອາດໄປແຊໄວ້ໃນຕູ້ເຢັນແລ້ວນໍາມາກິນ ເພື່ອຫຼຸດຜ່ອນອາການເຈັບຂໍ່ຕ່າງໆໄດ້ດີ ໂດຍສາມາດໃຊ້ໄດ້ທັງເນື້ອວຸ້ນ ແລະ ນໍ້າວຸ້ນຂອງມັນ ຖ້າຢາກຮັບປະທານໃຫ້ງ່າຍຂຶ້ນ ກໍສາມາດນໍາເອົາໄປປັ່ນແລ້ວດື່ມໄດ້ເຊັ່ນກັນ.