ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ

ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ

 ໃນຕອນເຊົ້າວັນທີ 25 ມີຖຸນາ 2020 ທີ່ຫ້ອງວ່າການສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກໂດຍຜ່ານລະບົບກອງປະຊຸມທາງໄກພາຍໃຕ້ການເປັນປະທານຂອງທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສ ປປລາວ ຕ່າງໜ້າຄະນະພັກຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມແມ່ນ ທ່ານ ນ. ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາພ້ອມດ້ວຍຄະນະກົມຈຳນວນໜື່ງ, ມີບັນດາເລຂາຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ເຊິ່ງໄດ້ຈັດຂຶ້ນຢູ່ຫ້ອງ ປະຊຸມທາງໄກຊັ້ນ 4 ຂອງ ຄອສພ.

ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກຄັ້ງນີ້ມີ 4 ຫົວຂໍ້ຕົ້ນຕໍຄື:

  1. ການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ X.
  2. ສະພາບການຜະລິດລະດູຝົນ ແລະ ການລະບາດຂອງພະຍາດຕາມລະດູການ.
  3. ຄວາມຄືບໜ້າການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ການກະກຽມກອງປະຊຸມໃຫຍ່, ອົງຄະນະພັກກະຊວງ-ອົງການ ແລະ ແຂວງ, ນະຄອນຫຼວງວຽງຈັນ.
  4. ການດຳເນີນວິຖີ່ຊີວິດໃໝ່(New normal) ພາຍຫຼັງການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນສັງຄົມລາວ.

ກອງປະຊຸມທາງໄກຄັ້ງນີ້ໄດ້ຟັງການລາຍງານຕາມຫົວຂໍ້ທີ່ເຈາະຈີ້ມ 4 ບັນຫາຢູ່ໃນແຕ່ລະແຂວງ, ບັນຫາທີ່ພົ້ນເດັ່ນ ແລະ ຂໍ້ສະເໜີຕ່າງໆຕໍ່ບັນດາກະຊວງ, ອົງການໂດຍສະເພາະແມ່ນບັນຫາຄູອາສາສະໜັກເຮັດວຽກຫລາຍປີບໍ່ມີໂກຕາເຂົ້າເປັນລັດຖະກອນ, ບັນຫາການປ້ອງພະຍາດໃນໂຮງຮຽນໂດຍໃຫ້ນັກຮຽນກິນຢາຂ້າແມ່ທ້ອງເຊິ່ງມີນັກຮຽນຈຳນວນຫຼວງຫຼາຍມີອາການແພ້ຢາຈົນເຮັດໃຫ້ພໍ່ແມ່ຜູ້ປົກຄອງທ່ວງຖາມເຖິງພາກສ່ວນທີ່ກ່ຽວຂ້ອງ ແລະ ບັນຫາອື່ນໆ ຫຼັງຈາກນັ້ນບັນດາກະຊວງທີ່ກ່ຽວຂ້ອງໄດ້ອອກມາອະທິບາຍບັນຫາທີ່ເກີດຂື້ນ ແລະ ນຳໄປແກ້ໄຂໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ ທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສ ປປລາວ ໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາຄະນະພັກແຕ່ລະ ກະຊວງ-ອົງການ ແລະ ແຂວງເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກໃຫ້ຕິດພັນກັບແຜນການ, ແຜນວຽກລົງເລິກປະຕິບັດໃຫ້ເກີດຜົນເປັນຈິງ, ການລະບາດຂອງພະຍາດຕາມລະດູການໂດຍສະເພາະແມ່ນພະຍາດໄຂ່ເລືອດອອກ, ການຄຸ້ມຄອງຂັດກອງຄົນຕ່າງປະເທດເຂົ້າ-ອອກໃຫ້ປະຕິບັດຕາມໜ່ວຍງານສະເພາະກິດວາງອອກຢ່າງເຂັ້ມງວດເພື່ອບໍ່ໃຫ້ພະຍາດໂຄວິດ-19ກັບຄືນມາອີກເທື່ອທີ່ສອງ, ການດຳລົງຊີວິດແບບໃໝ່ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19ເນັ້ນໃຫ້ບັນດາຄະນະພັກແຕ່ລະ ກະຊວງ-ອົງການ ແລະ ແຂວງລົງເຜີຍແຜ່ໂຄສະນາອົບຮົມສະມາຊິກພັກ-ພະນັກງານ, ປະຊາຊົນບັນດາເຜົ່າໃຫ້ມີສະຕິສູງຕໍ່ການດຳລົງຊີວິດແບບໃໝ່ຄື: ປະຫຍັດ, ຫຼຸດຜ່ອນການຟຸມເຟືອຍ ແລະ ມີທິດຊີ້ນຳບາງວຽກງານຈຸດສຸມວຽກງານຄຸ້ມຄອງເສດຖະກິດ ແລະ ວຽກງານກົດໝາຍໃຫ້ມີປະສິດທິຜົນສູງກວ່າເກົ່າ.