ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກຈັດຝຶກອົບຮົມການນຳໃຊ້ໂປຼແກຼມຕ່າງໆ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກຈັດຝຶກອົບຮົມການນຳໃຊ້ໂປຼແກຼມຕ່າງໆ.

ໃນວັນທີ 2 ມີຖຸນາ 2020 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກ ຈັດຝຶກອົບຮົມການນຳໃຊ້ໂປຼແກຼມນັບຄະແນນສຽງເລືອກຕັ້ງ, ໂປຼແກຣມຄຸ້ມຄອງສະມາຊິກພັກ-ລັດຖະກອນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ປະຣີຕະ ແສງຈັນທ໌ ຮອງຫົວໜ້າສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກ ແລະ ຄູອາຈານມາຈາກສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກ ພ້ອມດ້ວຍພະນັກງານພາຍໃນກົມຂໍ້ມູນຂ່າວສານທັງໝົດ.

ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ໄດ້ກ່າວເປີດພິທີພ້ອມທັງກ່າວລາຍງານກ່ຽວກັບສະພາບລວມຂອງກົມຂໍ້ມູນຂ່າວສານໂດຍສັງເຂບ, ຮຽກຮ້ອງໃຫ້ນັກຝຶກອົບຮົມເອົາໃຈໃສ່ໃນການຝຶກອົບຮົມຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດ ແລະ ນຳເອົາບົດຮຽນຈາກຄູອາຈານມານຳໃຊ້ໃຫ້ປະກົດຜົນເປັນຈິງ ແລະ ໃນພິທີທ່ານ ປະຣີຕະ ແສງຈັນທ໌ ຮອງຫົວໜ້າສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກ ໄດ້ສະແດງຄວາມຍີນດີ ແລະ ຂອບໃຈຢ່າງຍິງທີ່ໄດ້ມາຝຶກອົບຮົມໃນຄັ້ງນີ້ພ້ອມນັ້ນທ່ານ ຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນທາງດ້ານເຕັກໂນໂລຢີ ແລະ ພ້ອມທີ່ຈະສະໜອງບັນດາໂປຼແກຼມຕ່າງໆຊ່ວຍຄະນະໂຄສະນາອົບຮົມສູນກາງພັກ ເພື່ອຮັບໃຊ້ເຂົ້າໃນວຽກງານການເມືອງແນວຄິດກ້າວໜ້ານຳໄປສູ່ຄວາມທັນສະໄໝເທື່ອລະກ້າວ. ຫຼັງຈາກນັ້ນອາຈານ ພອນໄຊ ຈັນທະລັງສີ ຮອງຫົວໜ້າພະແນກຄົ້ນຄວ້າ ແລະ ພັດທະນາຊອບແວໄດ້ ຂື້ນສອນ ແລະ ພ້ອມທັງນຳພາປະຕິບັດຕົວຈິງ.

ການຝຶກອົບຮົມໄດ້ດຳເນີນໄປໜື່ງມື້ເຕັມ ແລະ ໄດ້ສຳເລັດຕາມແຜນການທີ່ວາງໄວ້ໃນອະນາຄົດຈະໄດ້ສືບຕໍ່ພັດທະນາມີຄວາມຄ່ອງຕົວໃນການນຳໃຊ້ເພື່ອການໝູນໃຊ້ເຂົ້າໃນວຽກງານໂຄສະນາອົບຮົມຂອງພວກເຮົາໃນອະນາຄົດອັນໃກ້ນີ້.