ກອງປະຊຸມສ່ອງແສງລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ(Video conference).

ກອງປະຊຸມສ່ອງແສງລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ(Video conference).

ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2020, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍ ງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ (Video conference); ໂດຍການເປັນປະທານຂອງທ່ານ ປອ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະພັກກະຊວງ, ອົງການ ແລະ ທ້ອງ ຖິ່ນ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຊັ້ນ 5 ມີຄະນະພັກ, ຄະນະກົມຈໍານວນໜຶ່ງເຂົ້າຮ່ວມ ໂດຍຜ່ານລະບົບປະຊຸມທາງໄກ ວິດີໂອຄອນເຟີເຣນ (Video conference) ເຊິ່ງເປັນຄັ້ງທໍາອິດທີ ຄະນະໂຄສະນາອົບຮົມສູນກາງພັກ ປະຊຸມຜ່ານລະບົບປະຊຸມທາງໄກ ເຊິ່ງມີ 46 ພາກສ່ວນເຂົົ້າຮ່ວມປະຊຸມຄັ້ງນີ້ ນັບທັງສູນກາງ ແລະ ທ້ອງຖິ່ນ.

ຈຸດປະສົງຂອງກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກຄັ້ງນີ້ ແມ່ນມີ 3 ວຽກຄື:

  1. ລາຍງານສະພາບການພົ້ນເດັ່ນຂອງ ແຂວງ, ກະຊວງ, ອົງການ ໃນໄລຍະການລະບາດ ຂອງພະຍາດໂຄວິດ -19 ເປັນຕົ້ນ ມາດຕະການຄວບຄຸມ, ການແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແລະ ທິດທາງການຊີ້ນໍາ-ນໍພາໃນຕໍ່ໜ້າ.
  2. ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ.
  3. ບັນຫາ ແລະ ຂໍ້ສະເໜີຕ່າງໆ ທີ່ຕິດພັນໂດຍກົງກັບຂະແໜງການ ແລະ ແຕ່ລະທ້ອງຖິ່ນ ເພື່ອໃຫ້ຂັ້ນເທິງຊີ້ນໍາ ຫຼື ເພື່ອຂໍການປະສານສົມທົບຮ່ວມມືແກ້ໄຂບັນຫາລະຫວ່າງຂະແໜງການດ້ວຍກັນ ຫຼື ກັບບັນດາທ້ອງຖິ່ນ.

ໃນກອງປະຊຸມດັ່ງກ່າວ ຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ລາຍງານສະພາບການພົ້ນເດັ່ນຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຊ່ວງໄລຍະການລະບາດ ຂອງພະຍາດໂຄວິດ -19 ກໍຄືມາດຕະການຄວບຄຸມ, ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແລະ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ຂອງແຕ່ລະພາກສ່ວນ ພ້ອມກັບຂໍ້ສະເໜີຕ່າງໆ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະຫຼຸບຜົນລາຍງານສ່ອງແສງ ແລະ ໃຫ້ທິດຊີ້ນໍາບາງວຽກງານຈຸດສຸມ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງ ຖິ່ນ ສືບ ຕໍ່ຊີ້ນໍາ-ນໍາພາການເມືອງແນວຄິດ ໂດຍແນ່ໃສ່ການເພີ່ມທະວີໂຄສະນາສຶກສາອົບຮົມ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ເປັນເຈົ້າ ການຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ -19 ດ້ວຍການ ເອົາໃຈໃສ່ປະຕິບັດຕໍ່ມາດຕະການຕ່າງໆທີ່ທາງລັດຖະບານວາງອອກຢ່າງເຂັ້ມງວດ, ມອບໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສືບຕໍ່ຊີ້ນໍາ-ນໍາພາແນວຄິດຕິດພັນກັບບັນຫາຕົວຈິງຂອງ ສະມາຊິກພັກ-ພະນັກງານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດຕິພາບສູງ ແລະ ແກ້ໄຂຢ່າງທັນການ, ຄຽງຄູ່ກັນນັ້ນຕ້ອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ້າງຜົນຜະລິດກະສິກໍາປູກຝັງ, ລ້ຽງສັດ ໃນການດໍາລົງຊີວິດເພື່ອກຸ້ມຕົນເອງ ແລະ ເພື່ອເປັນການຫຼຸດຜ່ອນລາຍຈ່າຍຂອງຄອບຄົວ, ເອົາໃຈໃສ່ຄຸ້ມຄອງກວດກາການສະໜອງສິນຄ້າ, ລາຄາສິນຄ້າໃນບັນດາແຂວງ, ເມືອງ ຢ່າງເຂັ້ມງວດໃນຊ່ວງໄລຍະທີ່ເສດຖະກິດ-ສັງຄົມ ພົບກັບຄວາມຫຍຸ້ງຍາກໃນປະຈຸບັນ.

ຂຽນໂດຍ: ນ. ສົມພິນິດ ວົງສົມບັດ