ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳ ມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI.

ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI.

       ໃນວັນທີ 17 ກໍລະກົດ 2020 ທີ່ຜ່ານມາ,  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາບທາມເອົາຜູ້ສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI ຢູ່ທີ່ ສະໂມສອນໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ລັດຖະກອນທົ່ວ ຄອສພ.

      ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ແມ່ນ ເພື່ອທາບທາມເອົາຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ ຊຸດໃໝ່ ສະໄໝທີ VI; ໃນພິທີ ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ, ຫົວໜ້າຫ້ອງການ, ທັງເປັນຮອງປະທານສະຫະພັນກຳມະບານ ຂຶ້ນກ່າວມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI, ຕ້ອງແມ່ນຜູ້ທີ່ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນຊາວຜູ້ອອກແຮງງານ, ມີຄວາມເອກະພາບສູງຕໍ່ພາລະກິດປ່ຽນແປງໃໝ່, ຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ມີນໍ້າໃຈເສຍສະຫຼະສິດຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ, ເພື່ອຊາດ ເພື່ອປະຊາຊົນ, ມີຄວາມສາມັກຄີຮັກແພງຢ່າງສະໜິດແໜ້ນກັບສະມາຊິກກຳມະບານ-ລັດຖະກອນ, ມີຄວາມຮູ້ຄວາມສາມາດໃນການປຸກລະດົມ, ນໍາພາແນວຄິດສະມາຊິກກໍາມະບານ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ແລະ ແຜນພັດທະນາຂອງສະຫະພັນກຳມະບານ ຄອສພ ວາງອອກໃນແຕ່ລະໄລຍະດ້ວຍຄວາມຮັບຜິດຊອບສູງ.

    ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງພາລະບົດບາດ, ໜ້າທີ່ ຄວາມໝາຍຄວາມສໍາຄັນ, ການປະຕິບັດແບບແຜນການນໍາພາຂອງສະຫະພັນກຳມະບານລາວ ແລະ ການປະຕິບັດນະໂຍບາຍສິດອັນຊອບທໍາ, ຜົນປະໂຫຍດຂອງຊາວຜູ້ອອກແຮງງານ; ພ້ອມນັ້ນທ່ານ ຍັງໄດ້ເນັ້ນໜັກຕໍ່ການຄັດເລືອກເອົາຜູ້ສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI ຄັ້ງນີ້ ໃຫ້ໄດ້ຮັບປະສິດທິພາບສູງ ແລະ ຄົບຖ້ວນຕາມເງື່ອນໄຂທີ່ວາງໄວ້ນັ້ນຕ້ອງເລືອກໃຫ້ໄດ້ຜູ້ທີ່ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ເປັນຜູ້ທີ່ເສຍສະຫຼະສິດຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມ, ມີຄວາມຮູ້ ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີແບບແຜນໃນການນໍາພາ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ຊາວຜູ້ອອກແຮງງານ, ປະຕິບັດຫຼັກການເຮັດວຽກແບບລວມສູນປະຊາທິປະໄຕຢ່າງເຂັ້ມງວດ ເພື່ອເຮັດໃຫ້ວຽກງານຂອງ ສະຫະພັນກຳມະບານຄອສພ ມີປະສິດທິຜົນສູງ ແລະ ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ.

      ຫຼັງຈາກນັ້ນກອງປະຊຸມໄດ້ດໍາເນີນການທາບທາມເອົາຜູ້ຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI ລະອຽດດັ່ງລຸ່ມນີ້:

  • ການຄັດເລືອກຮອບທີ 1 ມີຈໍານວນ 21 ສະຫາຍໃນນັ້ນມີ ຄະນະບໍລິຫານງານສະຫະພັນກຳມະບານ ຊຸດເກົ່າ 6 ສະຫາຍ, ຄະນະກົມ 7 ສະຫາຍ ແລະ ຫົວໜ້າໜ່ວຍກໍາມະບານແຕ່ລະໜ່ວຍ 8 ສະຫາຍ ໃນນັ້ນເລືອກເອົາ 15 ສະຫາຍ.
  • ການຄັດເລືອກຮອບທີ 2 ມີ 15 ສະຫາຍ ໃຫ້ເລືອກເອົາ 10 ສະຫາຍເພື່ອກະກຽມສະໝັກຄະນະບໍລິ ຫານງານສະຫະພັນກໍາມະບານ ຄອສພ ຊຸດໃໝ່ໃນຕໍ່ໜ້າ.