ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019.

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019.

       ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2020, ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019 ຂຶ້ນທີ່ ຫ້ອງປະຊຸມໂຕະມົນ (ຊັ້ນ2) ສໍານັກງານຫຼັກ6; ໂດຍການເຂົ້າຮ່ວມຂອງຄະນະກວດກາ 4 ບຸກ ຂອງສູນກກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ-ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານກວດກາ ຄອສພ, ເຂົ້າຮ່ວມມີ: ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ເລຂາຊາວໜຸ່ມແຕ່ລະໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

      ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2019 ຄັ້ງນີ້ໄດ້ມີຄວາມໝາຍ ຄວາມສໍາຄັນ ເຊິ່ງເປັນການຢັ້ງຢືນເຖີງຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ຄອສພ ໃນໄລຍະຜ່ານມມາ; ໃນພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ໄດ້ກ່າວບົດລາຍງານປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2109 ແລະ ການຕີລາຄາຂອງຄະນະກວດກາທີ່ອີງຕາມແຜນການຂອງ ຄະນະຊາວໜຸ່ມ ຄອສພ ກ່ຽວກັບການສ້າງຂະບວນການແຂ່ງຂັນ 4 ບຸກ ທີ່ໄດ້ຄາດໝາຍໄວ້ຄື: ສະມາຊິກຊາວໜຸ່ມທີ່ເຂົ້າຮ່ວມທັງໝົດ 135 ສະຫາຍ, ຍິງ 60 ສະຫາຍ, ແບ່ງເປັນ 8 ໜ່ວຍວາງຄາດໝາຍໃຫ້ໄດ້ຄະນະ 4 ບຸກ, ໜ່ວຍ 4 ບຸກ ແລະ ບຸກຄົນ 4 ບຸກປະເພດດີໃຫ້ໄດ້ 95% ຂຶ້ນໄປ; ໃນນັ້ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຜົນງານການຈັດຕັ້ງປະຕິບັດ ຂອງຄະນະຊາວໜຸ່ມ ຄອສພ ໃນການເປັນເຈົ້າການຜັນຂະຫຍາຍມະຕິຄໍາສັ່ງຂອງພັກ, ແຜນນະໂຍບາຍຂອງລັດ ເຂົ້າໃນວຽກງານວິຊາສະເພາະຂອງຕົນ ໂດຍຕິດພັນກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບັ້ານເປັນຫົວໜ່ວຍພັດທະນາ ຕິດພັນກັບຂະບວນຮັກຊາດ ແລະ ພັດທະນາ ໂດຍການໂຄສະນານໍາເອົາແນວທາງ, ແຜນນະໂຍບາຍຂອງລັດ ເຜີຍ ແຜ່ໃຫ້ແກ່ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າດ້ວຍຫຼາຍຮູບການເຊັ່ນ: ໂຄສະນາຜ່ານສື່, ຈັດຊຸດອົບຮົມ, ປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ອື່ນໆ.  

        

      ຜ່ານກອງປະຊຸມໄດ້ປະເມີນໃຫ້ ຄະນະຊາວໜຸ່ມ ຄອສພ ເປັນ ຄະນະຊາວໜຸ່ມປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະເພດດີ ແລະ ຜ່ານການກວດກາປະເມີນຜົນຂໍ້ແຂ່ງຂັນຂະບວນການ 4 ບຸກຂອງ ຄະນະຊາວໜຸ່ມ ຄອສພ ສາ ມາດຮັບຮອງເປັນໜ່ວຍ 4 ບຸກໄດ້ທັງໝົດ 8 ໜ່ວຍ ໄດ້ 100% ແລະ ບຸກຄົນ 4 ບຸກ ປະເພດແຂງໄດ້ 97 %, ສະມາຊິກຊາວໜຸ່ມຈັດປະເພດເປັນຕົວແບບ ແລະ ບຸກຄົນ 4 ບຸກ ໄດ້ຈໍານວນຫຼາຍສະຫາຍ.