ກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ ຄະນະພັກຂອງ ກະຊວງ-ອົງການ ຂັ້ນສູນກາງ.

ກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ ຄະນະພັກຂອງ ກະຊວງ-ອົງການ ຂັ້ນສູນກາງ.

      ໃນວັນທີ 09 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກ ໃຫ້ແກ່ຄະນະພັກຂອງ ກະຊວງ-ອົງການຂັ້ນສູນກາງ ໂດຍການສົບທົບກັບ 3 ພາກສ່ວນຄື: ສູນກາງແນວລາວສ້າງຊາດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳໃຫ້ກຽດເຜີຍແຜ່ມີ: ສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ສະຫາຍ ໄພວີ ສີບົວລິພາ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກບັນດາກະຊວງ-ອົງການ, ຄະນະບັນນາທິການຂອງອົງການສື່ມວນຊົນຕ່າງໆ, ຄະນະກົມພ້ອມດ້ວຍພະນັກງານຂັ້ນພະແນກພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງຂອງການເຊື່ອມຊຶມສາມມະຕິໃນຄັ້ງນີ້ແມ່ນແນ່ໃສ່ເພື່ອສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນາຍທະຫານ, ນາຍຕຳຫຼວດ, ພະນັກງານວິຊາການ ແລະ ປະຊາຊົນລາວບັນດາເຜົ່າໄດ້ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນກ່ຽວກັບມະຕິດັ່ງກ່າວ; ຍົກສູງຫຼັກໝັ້ນການເມືອງຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມເດັດດ່ຽວໜ້ຽວແໜ້ນ,​ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການໃດໆ, ມີສະຕິຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ຫວັງດີ; ເດັດດ່ຽວຕ້ານ ແລະ ສະກັດກັ້ນການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັບໃຊ້ປະຊາຊົນ, ຈັນຍາບັນ, ຈັນຍາທຳ, ຄວາມທ່ຽງທຳ ແລະ ຄວາມໂປ່ງໃສ; ເພິ່ມທະວີວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ກົດໝາຍໃຫ້ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງແນ່ໃສ່ຍົກສູງສະຕິເຄົາລົບ, ຕື່ນຕົວເປັນເຈົ້າການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ; ເພີ່ມທະວີຄວາມສາມັກຄີເອກະພາບພາຍໃນພັກ ແລະ ພາຍໃນສັງຄົມໃຫ້ເປັນປຶກແຜນເປັນກຳລັງແຮງສັງລວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະ ຄວາມດ້ອຍພັດທະນາ, ນຳເອົາປະເທດກ້າວຂື້ນສູ່ຄວາມວັດທະນະຖາວອນ.

      ຈາກນັ້ນ ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ກຽດຂື້ນເຜີຍແຜ່ມະຕິ ກົມການເມືອງສູນກາງພັກ ເລກທີ 111/ກມສພ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ເຊິ່ງມະຕິດ່ັງກ່າວປະກອບມີ 4 ເນື້ອໃນຫຼັກຄື: ຕີລາຄາສະພາບຜ່ານມາ ແລະ ຄາດຄະເນສະພາບໃນຕໍ່ໜ້າ, ທັດສະນະຂອງພັກ ຕໍ່ວຽກງານປ້ອງກັນຄວາມສະຫງົບ, ທິດທາງວຽກງານຈຸດສຸມ ປ້ອງກັນຄວາມສະຫງົບໃນຕໍ່ໜ້າ ແລະ ການຊີ້ນຳຈັດຕັ້ງປະຕິບັດ. ສະຫາຍໄດ້ຍົກໃຫ້ເຫັນເຖີງສະພາບລວມ ແລະ ຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບເຊິ່ງເປັນວຽກງານຍຸດທະສາດສຳຄັນຕົ້ນຕໍຂອງພັກ-ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີລັກສະນະຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດພາຍໃຕ້ການນຳພາໂດຍກົງຂອງພັກປະຊາຊົນປະຕິວັດລາວ, ຕ້ານອິດທິກຳລັງປໍລະປັກທີ່ສວຍໃຊ້ບັນຫາສິດທິມະນຸດ, ຊົນເຜົ່າ, ສາສະໜາໂດຍຜ່ານສື່ສັງຄົມອອນລາຍກໍ່ຄວາມບໍ່ສະຫງົບ ແລະ ບັນຫາອື່ນໆ, ເພີ່ມທະວີວຽກງານໂຄສະນາປຸກລະດົມທຸກຊັ້ນຄົນໃນສັງຄົມ ເປັນເຈົ້າການເຂົ້າຮ່ວມໃນວຽກງານປ້ອງກັນ, ສະກັດກັ້ນຕ້ານຢາເສບຕິດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ປັບປຸງວຽກງານສືບສວນ-ສອບສວນຄະດີຢາເສບຕິດໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ກົດໝາຍຢ່າງເຂັ້ມງວດ.

      ຫຼັງຈາກນັ້ນສະຫາຍ ໄພວີ ສີບົວລິພາ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງຍຸຕິທຳໃຫ້ກຽດເຜີຍແຜ່ມະຕິ ກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ ເຊິ່ງມີ 3 ເນື້ອໃນຄື: ທັດສະນະຊີ້ນຳຂອງພັກ, ທິດທາງ ຍົກສູງຄູນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ການຈັດຕັ້ງປະຕິບັດ. ສະຫາຍໄດ້ຍົກໃຫ້ເຫັນສະພາບລວມ, ພາລະບົດບາດ,​ ການປະກາດໃຊ້ກົດໝາຍຕ່າງໆທີ່ກາຍເປັນພື້ນຖານທາງດ້ານນິຕິກຳທີ່ນັບມື້ນັບເປັນລະບົບ ແລະ ຮັດກຸມໃນການປົກປ້ອງສິດ, ພັນທະ ແລະ ຜົນປະໂຫຍດຂອງພົນລະເມືອງ,ຍົກສູງປະສິດທິພາບຂອງການຕິດຕາມ, ກວດກາການດຳເນີນຄະດີຢູ່ແຕ່ລະຂັ້ນ, ໃຫ້ມີຄວາມຮອບຄອບ, ຄົບຖ້ວນ, ພາວະວິໄສ, ໂປ່ງໃສ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ; ຍົກສູງຄຸນນະພາບການພິຈາຕັດສິນຄະດີຮັບປະກັນທຸກຂັ້ນຕອນຂອງການພິຈາລະນາຄະດີຢ່າງຮອບດ້ານ ແລະ ອຶ່ນໆ. ນອກນັ້ນສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນນຳພາການເຊື່ອມຊຶມ, ກຳແໜ້ນເນື້ອໃນຈິດໃຈມະຕິພ້ອມທັງເສີມຂະຫຍາຍບົດບາດຊີ້ນຳນຳພາ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ.

      ໃນຕອນບ່າຍ ສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດສືບຕໍ່ສະເໜີມະຕິກົມການເມືອງສູນກາງພັກ ເລກທີ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ເຊິ່ງປະກອບມີ 3 ເນື້ອໃນຄື: ສະພາບຄວາມເປັນຈິງຂອງວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ, ທັດສະນະພື້ນຖານ ທິດທາງ ວຽກງານແນວໂຮມວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດ. ພັກປະຊາຊົນປະຕິວັດລາວຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນເປັນຍຸດທະສາດສຳຄັນຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳລັງແຮງຕົ້ນຕໍຂອງພັກ. ສະຫາຍໄດ້ຍົກໃຫ້ເຫັນບົດບາດ, ໜ້າທີ່ຂອງແນວລາວສ້າງຊາດ, ວຽກງານແນວໂຮມ ແລະ ມະຫາຊົນເຊິ່ງວຽກງານດ່ັງກ່າວແມ່ນຄວາມຮັບຜິດຊອບໂດຍກົງທົ່ວພັກ, ທົ່ວລັດ, ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນໂດຍສ້າງເງື່ອນໄຂໃຫ້ມະຫາຊົນໄດ້ເຂົ້າຮ່ວມໃນການສ້າງ ແລະ ປັບປຸງພັກ, ອຳນາດລັດຂັ້ນຕ່າງໆ, ສືບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີພາຍໃນຊາດຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ.

      ໃນຕອນທ້າຍພິທີ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ່າງໜ້າຄະນະຮັບຜິດຊອບຂໍສະແດງຄວາມຂອບໃຈ ແລະ ໄດ້ຕີລາຄາສູງຕໍ່ການເຜີຍແຜ່ມະຕິໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄະນະພັກກະຊວງ-ອົງການນຳເອົາເນື້ອໃນຈິດໃຈບັນດາມະຕິດັ່ງກ່າວໄປຜັນຂະຫຍາຍໃນການປັບປຸງ ແລະ ຍົກສູງບົດບາດນຳພາຂອງພັກໃຫ້ສົມຄູ່ກັບທິດທາງໜ້າທີ່ການເມືອງໃນໄລຍະໃໝ່.