ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນ….

ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນການຕ້ອນຮັບການກະກຽມກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກດ້ວຍການຫຼີ້ນກິລາເຕະບານ

ໃນຕອນແລງວັນທີ 9 ກໍລະກົດ 2020 ຜ່ານມາທີ່ເດີນບານເຕະສີໄທ ບ້ານພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ,  ໄດ້ຈັດການ​ແຂ່ງຂັນ​ເຕະບານ​ມິດຕະພາບ ລະຫວ່າງ ນັກກິລາຊາຍ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກອງບັນຊາການປ້ອງກັນສູນກາງ ເພື່ອເປັນການສ້າງຄວາມ​ສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນທັງເປັນການ​ພັດທະນາ​ຮ່າງກາຍ​ໃຫ້​ມີ​ຄວາມ​ອຸດົມສົມບູນ, ມີອາລົມ​ຈິດທີ່ດີ ແລະ ມີສຸຂະພາບແຂງແຮງ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ວຽກງານ​ວິຊາ​ສະເພາະ​ໃຫ້​ໄດ້​ຮັບ​ໝາກຜົນ, ມີ​ຄຸນ​ນະ​ພາບ ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່ວາງ​ໄວ້.