ຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ສະມາຊິກພັກ- ພະນັກງານຫຼັກແຫຼ່ງຂອງມະຫາວິທະຍາໄລວິທະຍາສາດສຸຂະພາບຊຸດທີ I.

    ຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ສະມາຊິກພັກ- ພະນັກງານຫຼັກແຫຼ່ງຂອງມະຫາວິທະຍາໄລວິທະຍາສາດສຸຂະພາບຊຸດທີ I.  

      ໃນວັນທີ 7-10 ກໍລະກົດ 2020 ຜ່ານມາ,  ມະຫາວິທະຍາໄລວິທະຍາສາດສຸຂະພາບໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາ ຊຸດທີ I  ຂຶ້ນທີ່ເຮືອນພັກເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ ພູທອນ ວົງກອນວິໄລ  ຄະນະພັກ  ກະຊວງສາທາລະນະສຸກ, ອະທິ ບໍດີ ມວສ; ມີທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ, ພະນັກງານຫລັກແຫຼ່ງຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ, ຜູ້ຊ່ວຍວຽກພັກຂອງ 9 ໜ່ວຍພັກ, ຄະນະພັກຮາກຖານ ມວສ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 24 ສະຫາຍ, ຍິງ 10 ສະ ຫາຍເຂົ້າຮ່ວມ.

         ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບວຽກງານໂຄ ສະນາ-ປາຖະກະຖາໃຫ້ຖັນແຖວພະນັກງານພາຍໃນມະຫາວິທະຍາໄລວິທະຍາສາດສຸຂະພາບ ໂດຍແນ່ໃສ່ຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງພະນັກງານນຳພາ-ຄຸ້ມຄອງ ໃນການຈັດຕັ້ງປະຕິບັດຕາມແຜນພັດ ທະນາລັດ ຖະກອນຂອງມາຫາວິທະຍາໄລວິທະຍາສາດສຸຂະພາບໃຫ້ຍັບເຂົ້າສູ່ມາດຖານທີ່ກຳນົດໄວ້.

       ການຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ໃນໄລຍ 4 ວັນ ສາມາດຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ມະຫາວິທະຍາໄລວິທະຍາສາດສຸຂະພາບ ກ່ຽວກັບຄວາມຮູ້ພຶ້ນຖານຂອງວຽກງານໂຄສະນາ-ປາຖະກະຖາ, ຄວາມສາມາດໃນການຂຽນເອກະສານ ແລະ ຄຸນລັກ ສະນະ ແລະ ສິນລະປະໃນການປາກເວົ້າຂອງນັກປາຖະກະຖາ; ພ້ອມນັ້ນຍັງໄດ້ມອບໃບຢັ້ງຢຶນໃຫ້ຈຳນວນ 24 ສະຫາຍ, ຍິງ 10ສະຫາຍ ໂດຍໃຫ້ກຽດມອບຂອງທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ.

      ໃນຕອນທ້າຍພິທີປິດຊຸດຝຶກອົບຮົມທ່ານ ດຣ ບຸນຖົມ  ຊາມຸນຕຣີ ຄະນະພັກ ກະຊວງສາທະລະນະສຸກ ເລຂາຄະນະພັກຮາກຖານ ຮອງອະທິບໍດີ ມວສ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຕໍ່ຊຸດອົບຮົມຄັ້ງນີ້, ທ່ານໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ໂດຍສະເພາະແມ່ນສະມາຊິກພັກ ແລະ ພະນັກງານນຳພາ-ຄຸ້ມຄອງ ຕະຫຼອດຮອດພະນັກງານສືບທອດ ຕ້ອງໄດ້ຮັບຮູ້ໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກພັກ ໃນການເຮັດວຽກໂຄສະນາສຶກສາອົບຮົມການເມືອງແນວຄິດ ເປັນເຈົ້າການປຸກລະດົມມະຫາຊົນ ປະຊາຊົນບັນດາເຜົ່າກໍຄືສະມາຊິກໃນຄອບຄົວມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍ ບາຍຂອງພັກ, ລັດຖະທຳມະ ນູນ, ລະບຽບກົດໝາຍ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຂອງລັດ ໃຫ້ມີປະສິດທິຜົນສູງ.

ໂດຍ: ຈິນດາວັນ ອິນສົມເພຍ