ຍົກສູງຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການ ສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນບັນດາເຜົ່າລຽບຕາມຊາຍແດນ ໃຫ້ແກ່ຄະນະພັກຮາກຖານ, ອໍານາດການປົກຄອງກຸ່ມບ້ານໃຫຍ່ນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຍົກສູງຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການ ສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນບັນດາເຜົ່າລຽບຕາມຊາຍແດນ ໃຫ້ແກ່ຄະນະພັກຮາກຖານ, ອໍານາດການປົກຄອງກຸ່ມບ້ານໃຫຍ່ນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

    ຊຸດອົບຮົມຄັ້ງນີ້ໄດ້ຈັດຂຶ້ນທີ່ສະໂມສອນບ້ານນ້ຳເກິ່ງໃໝ່ ເມືອງ​ຕົ້ນເຜິ້ງ ແຂວງບໍ່​ແກ້ວ ແຕ່ວັນທີ 18-19/10/2019 ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ນຄຳ ທຳມະເລີດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງ​ຕົ້ນເຜິ້ງ, ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ ແລະ ທ່ານ  ອຸດົມ​ການ ​ແກ້ວ​ພວງ​ເພັດ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງບໍ່​ແກ້ວ.

    ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 55 ສະຫາຍ, ຍິງ 13 ສະຫາຍ; ສະມາຊິກພັກ 38 ສະຫາຍ, ຍິງ 5 ສະຫາຍ ຊຶ່ງມາຈາກ 2 ບ້ານໃຫຍ່ນ້ຳເກິ່ງຄື​: ບ້ານ​ນ້ຳເກິ່ງເກົ່າ, ບ້ານ​ນ້ຳເກິ່ງໃໝ່. ເນື້ອ​ໃນ​​ເອກະສານອົບຮົມຄັ້ງນີ້ປະກອບມີ 2 ເອກະສານຄື: ເອກະສານຄວາມ​ຮູ້​ພື້ນຖານດ້ານການ​ເມືອງ-ການ​ປົກຄອງ, ການ​ສ້າງ​ບ້ານ​ພັດທະນາ ຈໍານວນ 5 ບົດ ແລະ ເອກະສານອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນ ປະກອບມີ 17 ຄໍາຖາມ 17 ຄໍາຕອບ; ພາຍຫຼັງສໍາເລັດຊຸດອົບຮົມ ກໍໄດ້ມີການມອບໃບ ຢັ້ງຢືນໃຫ້ນັກອົບຮົມ.

    ຜ່ານການອົບຮົມການ​ເມືອງ-​ແນວຄິດ ​ໃຫ້​ແກ່ຄະນະພັກກຸ່ມບ້ານ, ເລຂາ, ຮອງເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ ພ້ອມ​ດ້ວຍ​ອໍານາດ​ການ​ປົກຄອງ​ກຸ່ມ​ບ້ານໃຫຍ່ນ້ຳເກິ່ງ ໄດ້ຍົກ​ສູງ​ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງ​ອົງ ການ​ປົກຄອງ​ບ້ານ, ​ເພີ່ມສະຕິຕື່ນຕົວ, ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ​ຊາຍ​ແດນ, ນໍາພາ​ປະຊາຊົນ​ສ້າງຄວາມເຂັ້ມແຂງໃນ​ການ​ຜະ​ລິດ​ເປັນ​ສິນຄ້າ, ການບໍລິການສ້າງລາຍຮັບເຂົ້າສູ່ຄອບຄົວ ໃຫ້ນັບມື້ນັບສູງຂຶ້ນກວ່າເກົ່າ ​ແນ​ໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນການກະກຽມເປີດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຕົ້ນເຜິ້ງ ແລະ ກຽມປະກາດບ້ານໃຫຍ່ນ້ຳເກິ່ງໃໝ່ ແລະ ບ້ານນ້ຳເກິ່ງ​ເກົ່າເປັນຕົວເມືອງນ້ອຍໃນຊົນນະບົດໃນທ້າຍປີ 2019.
ຂ່າວ: ສີວອນ ຈັນສຸລີ