ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຫລວງນ້ຳທາເພື່ອຕິດຕາມຊຸກຍູ້ການສ້າງຂະບວນການດ້ານຕ່າງໆເພື່ອສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຫລວງນ້ຳທາເພື່ອຕິດຕາມຊຸກຍູ້ການສ້າງຂະບວນການດ້ານຕ່າງໆເພື່ອສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

      ວັນທີ 15 ແລະ16 ກໍລະກົດ 2020, ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ,ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວຫນ້າຫນ່ວຍງານອະນຸກຳມະການໂຄສະນາ ແລະ ຂະບວນການກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ ເພື່ອຕິດຕາມຊຸກຍູ້ການສ້າງຂະບວນການດ້ານຕ່າງໆເພື່ອເປັນຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການສ້າງຂະບວນການກະກຽມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຫລວງນ້ໍາທາ, ພ້ອມທັງເປັນການປຸກລະດົມຊຸກຍູ້ແນວຄິດຈິດໃຈຂອງພະນັກງານ,ທະຫານ-ຕຳຫລວດ ແລະ ປະຊາຊົນຊາວແຂວງຫລວງນ້ຳທາ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄລຍະທ້າຍສະໄຫມ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງເຂົ້າສູ່ຊີວິດຕົວຈິງ.

ທ່ານ ພົມມະສຸກ ວິໄລກຸນ ຫົວຫນ້າຫ້ອງວ່າການແຂວງຫລວງນ້ຳທາ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບທ່ານ ຄຳເຈນ ວົງໂພສີ ພ້ອມດ້ວຍຄະນະ ແລະ ໄດ້ລາຍງານໃຫ້ຮູ້ວ່າ: ປີ 2019ຜ່ານມາແຂວງຫລວງນ້ຳທາເປັນແຂວງທີ່ມີສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງແລະຖືກທິດໃນລະດັບ 8,83 %ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ຫລື ຈີດີພີ(GDP) ປະຕິບັດໄດ້ 2.876 ຕື້ກວ່າກີບເທົ່າກັບຫລາຍກວ່າ 96 %ຂອງແຜນການປີ,ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.731 ໂດລາສະຫະລັດທຽບໃສ່ແຜນການປະຕິບັດໄດ້ຫລາຍກວ່າ 92 %ທົ່ວແຂວງມີເນື້ອທີ່ປູກເຂົ້າລວມທັງຫມົດ 18.188 ເຮັກຕາ ເນື້ອທີ່ເກັບກ່ຽວຕົວຈິງປະຕິບັດໄດ້ 13.180 ເຮັກຕາ,ຜົນຜະລິດປະຕິບັດໄດ້ 43.000 ກວ່າໂຕນ ການຜະລິດກະສິກໍາເປັນສິນຄ້າຂອງປະຊາຊົນບັນດາເຜົ່າໄດ້ຂະຫຍາຍຕົວ ເຊັ່ນ:ສາລີ,ອ້ອຍ,ມັນຕົ້ນ,ຫມາກໂມ,ຫມາກອຶ,ຫມາກນ້ຳມັນ,ໄມ້ໃຫ້ຫມາກ ແລະພືດລົ້ມລຸກອື່ນໆ.ສ່ວນການລ້ຽງສັດປະເພດຕ່າງໆໄດ້ຮັບການຊຸກຍູ້ສົ່ງເສີມເຊັ່ນ: ງົວ,ຄວາຍ,ແບ້,ຫມູ,ປາແລະສັດປີກ ສາມາດສະຫນອງຊີ້ນປາຮັບໃຊ້ສັງຄົມໄດ້ 4.158 ໂຕນຕໍ່ປີແລະເກັບກູ້ຢາງພາລາໄດ້ 35.000ໂຕນ.

ສ່ວນວຽກງານກໍ່ສ້າງຮາກຖານການເມືອງ,ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໄດ້ຮັບການຈັດຕັ້ງປະຕິບັດຕາມ4ເນື້ອໃນ 4ຄາດຫມາຍທີ່ກົມການເມືອງສູນກາງພັກ ວາງອອກ. ປັດຈຸບັນທົ່ວແຂວງມີບ້ານພົ້ນທຸກ 283 ບ້ານ ກວມ 79,83%ຂອງຈຳນວນບ້ານທັງຫມົດໃນທົ່ວແຂວງ.ການກໍ່ສ້າງພື້ນຖານໂຄງລ່າງໄດ້ຮັບການປັບປຸງແລະກໍ່ສ້າງ  ມາຮອດປະຈຸບັນບ້ານທີມີເສັ້ນທາງລົດເຂົ້າເຖິງກວມ 100% ຂອງຈຳນວນບ້ານໃນທົ່ວແຂວງ.ດ້ານວັດທະນາທຳ-ສັງຄົມ ອັດຕາການເຂົ້າຮຽນສຸດທິຂອງເດັກໃນເກນອາຍຸ 6-10ປີ ບັນລຸ 97,2% ພ້ອມທັງສຳເລັດການປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໃນທົ່ວແຂວງ, ດ້ານສາທາລະນະສຸກເອົາໃຈໃສ່ສັກຢາປ້ອງກັນພະຍາດໃຫ້ແມ່ຍິງ ແລະ ເດັກນ້ອຍໃນກຸ່ມເປົ້າຫມາຍບັນລຸ 89 % ເຮັດໃຫ້ອັດຕາການເສຍຊີວິດຂອງແມ່ ແລະ ເດັກຫລຸດລົງ . ວັດທະນາທຳອັນດີງາມຂອງຊາດແລະຂອງເຜົ່າໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍ,ສ່ວນຂົງເຂດການເມືອງ,ພັກ-ພະນັກງານໄດ້ຮັບການປັບປຸງດີຂຶ້ນ,ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການຈັດຕັ້ງປະຕິບັດຕາມແນວທາງການຕ່າງປະເທດຂອງພັກ.

ນອກຈາກເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຂະບວນການຢູ່ເມືອງຫລວງນ້ຳທາແລ້ວ ທ່ານ ຄຳເຈນ ວົງໂພສີ ພ້ອມດ້ວຍຄະນະຍັງໄດ້ລົງຕິດຕາມຊຸກຍູ້ຂະບວນການຢູ່ເມືອງສິງຕື່ມອີກ.

ຂ່າວ: ເວັບໄຊວິທະຍຸກະຈາຍສຽງແຫ່ງຊາດ