ພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019

ພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019

     ຕອນເຊົ້າວັນທີ 13 ກໍລະກົດ 2020 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019 ຂື້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6). ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ,  ຄະນະກົມ ແລະ ພະນັກງານ-ລັດຖະກອນທັງໝົດພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂື້ນຜ່ານບົດສະຫຼຸບບັ້ນດຳເນີນກວດກາໜ່ວຍພັກປອດໃສ, ເຂັ້ມແຂງ,  ໜັກແໜ້ນປະຈຳປີ 2019 ແລະ ສະຫຼຸບການຍ້ອງຍໍຜົນງານພະນັກງານປະຈຳປີ 2019 ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງບັ້ນດຳເນີນການກວດກາ ແລະ ຜົນຂອງການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

        ຜ່ານການປະເມີນ ແລະ ການປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຫ້ອງການ ແລະ ບັນດາກົມພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມີ 9 ໜ່ວຍພັກ, ມີສະມາຊິກທັງໝົດ 149 ສະຫາຍ, ຍິງ 70 ສະຫາຍ, ສະມາຊິກພັກສຳຮອງ 18 ສະຫາຍ, ຍິງ 8 ສະຫາຍ, ສະມາຊິກພັກບຳນານ 30 ສະຫາຍ, ຍິງ 12 ສະຫາຍ.

     ໃນນີ້ສາມາດເລືອກໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຈຳນວຍ 8 ໜ່ວຍ, ຍົກເວັ້ນໜ່ວຍພັກບຳນານບໍ່ໄດ້ຕີລາຄາ.

ຜ່ານການປະເມີນມີສະມາຊິກພັກປະເພດຕ່າງໆຄື:

  • ສະມາຊິກພັກ ແຂງ 75 ສະຫາຍ, ຍິງ 34 ສະຫາຍ
  • ສະມາຊິກພັກ ກາງ 3 ສະຫາຍ, ຍິງ 3 ສະຫາຍ
  • ບໍ່ໄດ້ຈັດປະເພດ 71 ສະຫາຍ ເຫດຜົນໄປຮຽນຕໍ່ ແລະ ແມ່ນສະມາຊິກພັກສຳຮອງ ແລະ ສະມາຊິກພັກບຳນານ.

     ຫຼັງຈາກນັ້ນໄດ້ສືບຕໍ່ຜ່ານບົດສະຫຼຸບການຍ້ອງຍໍຜົນງານປະຈຳປີ 2019, ການປະເມີນພະນັກງານ-ລັດຖະກອນ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ຈຸດປະສົງເພື່ອເປັນການກວດກາຕີລາຄາພະນັກງານໃນທົ່ວ ຄອສພ ໃນການຈັດຕັ້ງປະຕິບັດວຽກງານທາງດ້ານວິຊາສະເພາະກໍຄືດ້ານອຶ່ນໆເຊັ່ນ:ດ້ານຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ, ນ້ຳໃຈເສຍສະຫຼະຮັກຊາດ ແລະ ພັດທະນາຕົນເອງທຸກໆດ້ານ ເພື່ອສົ່ງເສີມວຽກດີຄົນເດັ່ນໃນການປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍກົດຂອງລັດ ແລະ ການປະຕິບັດທິດທາງແຜນການວຽກງານຄະນະໂຄສະນາອົບຮົມສູນກາງພັກວາງອອກໃຫ້ໄດ້ຮັບຜົນເປັນຈິງ; ເພື່ອຈົດຈຳຜົນງານ, ຄຸນງາມຄວາມດີຂອງພະນັກງານ-ລັດຖະກອນທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາໃນການປະຕິບັດໜ້າທີ່ຂອງຕົນໃນໄລຍະໜື່ງປີຜ່ານມາ.

     ຄະນະໂຄສະນາອົບຮົມສູນກາງພັກ ມີພະນັກງານທັງໝົດ 170 ຄົນ ຍິງ 87 ຄົນ, ໃນນັ້ນຜູ້ທີ່ມີເງື່ອນໄຂຄົບຖ້ວນໃນການປະເມີນມີຈຳນວນ 147 ຄົນ, ເປັນຍິງ 70 ຄົນ, ຜູ້ທີ່ບໍ່ໄດ້ເຂົ້າຮ່ວມການປະເມີນໂດຍມີເຫດຜົນ ມີຈຳນວນ 18 ຄົນ ເປັນຍິງ 8 ຄົນ; ຜ່ານການປະເມີນພະນັກງານ-ລັດຖະກອນທົ່ວ ຄອສພ ສາມາດຄັດເລືອກໄດ້ດັ່ງນີ້:

  • ປະເພດ 1 ມີ: 36 ສະຫາຍ, ຍິງ 17 ສະຫາຍ
  • ປະເພດ 2 ມີ: 85 ສະຫາຍ, ຍິງ 49 ສະຫາຍ
  • ໃບຊົມເຊີຍ ມີ: 8 ສະຫາຍ, ຍິງ 4 ສະຫາຍ

     ໃນໂອກາດດັ່ງກ່າວ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອຶ່ນທ່ານໄດ້ສະແດງຄວາມຊົມເຊີຍມາຍັງຄະນະພັກ, ບັນດາເລຂາໜ່ວຍພັກທີ່ໄດ້ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງໃນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ບັນດາສະຫາຍໄດ້ເປັນເຈົ້າການໃນການຕີລາຄາຕົນເອງຕາມ 3 ເນື້ອໃນປະເມີນທີ່ແທດຄວາມຈິງ, ທັງຈິງໃຈໃນການປະກອບຄຳຄິດຄຳເຫັນຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂຈຸດອ່ອນຂອງຕົນ. ນອກນັ້ນທ່ານໄດ້ເນັ້ນໃຫ້ບັນດາພະນັກງານຈົ່ງພ້ອມກັນຄົ້ນຄວ້າເຊື່ອມຊືມ, ກໍາແໜ້ນບັນດາມະຕິ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ; ຍົກສູງສະຕິຮັກຊາດ, ສຸມໃສ່ປະຕິບັດໜ້າທີ່ວຽກງານ, ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ; ມີຄວາມອຸ່ນອ່ຽງທຸນທ່ຽງໃນການປະຕິບັດວຽກງານໃຫ້ແທດເໝາະກັບໜ້າທີ່ວຽກງານໃນໄລຍະໃໝ່.