ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ປະຈຳ 5 ແຂວງພາກໃຕ້.

 

            ເມື່ອບໍ່ດົນຜ່ານມານີ້, ທ່ານ ຄຳເຈນ ວົງໂພສີ  ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້​ລົງ​ຊຸກຍູ້ ແລະ ຕິດຕາມ​ວຽກງານ​ສະພາບແນວຄິດ-ຫາງສຽງສັງຄົມ ຢູ່​ 5 ແຂວງພາກໃຕ້ໂດຍການຕ້ອນຮັບຈາກ ທ່ານ ມະໄລທອງ ກົມມະສິດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ, ພ້ອມທັງຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ​ ແລະ ພະນັກງານ​ທີ່​ກ່ຽວຂ້ອງ.

            ການລົງ​ຊຸກຍູ້​ ​ແລະ ຕິດຕາມ​ວຽກງານສະພາບແນວຄິດ-ຫາງສຽງສັງຄົມໃນຄັ້ງນີ້ ທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຟັງການ​ລາຍ​ງານ​ສະພາບ​ໂດຍຫຍໍ້ ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ພາຍໃນ ​ໄລຍະ​ຜ່ານ​ມາຈາກ ທ່ານ ມະໄລທອງ ກົມມະສິດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ​ ໂດຍທ່ານໄດ້ຍົກໃຫ້ເຫັນຜົນຂອງການຊີ້ນຳ-ນຳພາວຽກງານຮອບດ້ານ ຂອງຄະນະ​ນຳ​ໂດຍ​ສະ​ເພາະ​ແມ່ນກ່ຽວກັບ​ສະພາບ​ລວມຂອງ​ແຂວງ​, ໃນວຽກງານຕ້ານການລະບາດຂອງ ພະຍາດໂຄວິດ19 ຜ່ານມາ ​ແລະ ກະກຽມດໍາເນີນກອງປະຊຸມໃຫຍ່ 3ຂັ້ນ ຂອງແຂວງຈໍາປາສັກ.​ ຈາກນັ້ນ ທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳແຂວງ ທັງຊົມເຊີຍຕໍ່ການຊີ້ນຳ-ນຳພາວຽກງານຮອບດ້ານຂອງການນຳແຂວງ​ໃນ​ຜ່ານ​ມາ. ຫຼັງຈາກ​ນັ້ນ ທ່ານ ​ຮອງ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ໄດ້​ເຂົ້າກອງປະຊຸມຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ  ປະຈຳພາກໃຕ້ ​ແລະ ເປັນປະທານກອງ​ປະຊຸມຮ່ວມກັບ ທ່ານ ໜູຈັນ ຈັນທະພົງ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ ເຂົ້າຮ່ວມກອງປະຊຸມຍັງມີ: ຫົວໜ້າຄະນະໂຄສະນາອົບຮົມ 5 ແຂວງພາກໃຕ້,ມີຜູ້ຕາງໜ້າແນວລາວສ້າງຊາດແຂວງ, ມີຜູ້ຕາງໜ້ານະຄອນປາກເຊ(ແຂວງຈຳປາສັກ).

      ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານໂຄສະນາ-ອົບຮົມໂດຍລົງເລິກສະພາບແນວຄິດ ແລະ ຫາງສຽງສັງຄົມ ຈາກຜູ້ຕາງໜ້າຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມ 5 ແຂວງພາກໃຕ້ ລວມທັງແຂວງສະຫວັນນະເຂດ, ຕາງໜ້າແນວລາວສ້າງຊາດແຂວງ, ຕາງໜ້ານະຄອນປາກເຊ, ເຊິ່ງຜ່ານການສ່ອງແສງເຫັນໄດ້ຜົນງານດ້ານທີ່ຕັ້ງໜ້າ ແລະ ບາງວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕື່ມ ທີ່ພົວພັນເຖິງວຽກງານການເມືອງ-ແນວຄິດ ຂອງພະນັກງານສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຢູ່ 5 ແຂວງພາກໃຕ້.

 

        ໃນໂອກາດດັ່ງກ່າວ,ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ,ຮອງເລຂາຄະນະພັກ,ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ກໍໄດ້ມີຄວາມເຫັນແລກປ່ຽນໃນກອງປະຊຸມ ແລະ ເນັ້ນໜັກບາງດ້ານເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳແຂວງຈຳປາສັກ, ທັງໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີຂອງຄະນະໂຄສະນາອົບຮົມແຕ່ລະແຂວງທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາແຕ່ລະທ້ອງຖິ່ນໃນຕະຫຼອດໄລຍະຜ່ານມາ ແລະ ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເພື່ອແນ່ໃສ່ເຮັດໃຫ້ໜ້າທີ່ການເມືອງຂອງຕົນສືບຕໍ່ມີບາດກ້າວຫັ່ນປ່ຽນໃຫມ່ທີ່ຕັ້ງໜ້າ.

ສິ່ງສຳຄັນແມ່ນໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງ ສືບຕໍ່ກຳແໜ້ນແນວທາງ,ນະໂຍບາຍຂອງພັກ-ລັດ, ແຜນການຂອງຄະນະພັກທ້ອງຖິ່ນຕິດພັນກັບການກຳແໜ້ນພາລະບົດບາດ, ສິດ, ໜ້າທີ່ຂອງ​ຕົນ ເພື່ອສືບຕໍ່ເປັນເສນາທິການທີ່ດີ ​ແລະ ມີຜົນສຳເລັດຫຼາຍກ່ວາເກົ່າໃນດ້ານວຽກງານການເມືອງ-ແນວຄິດ ໃຫ້ການນຳ​ແຂວງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກລວມທັງການປະສານສົມທົບກັນອົງການເສນາທິການພາກສ່ວນອື່ນເຊັ່ນ: ຫ້ອງວ່າການ, ຄະນະຈັດຕັ້ງ, ຄະນະກວດກາແຂວງ ເພື່ອໃຫ້ວຽກງານຕ່າງໆໄປລວງດຽວກັນພ້ອມນີ້ກໍ່ສືບຕໍ່ອົດທົນຜ່ານຜ່າ​ເຝິກຝົນທາງດ້ານຄຸນທາດການເມືອງ, ແບບ​ແຜນການເຮັດວຽກ ​ແລະ ການດຳລົງຊີວິດໃຫ້ດີຂຶ້ນເລື້ອຍໆ​ເພື່ອ​ເປັນ​ຕົວ​ແບບ​ທີ່​ດີໃຫ້ພາກສ່ວນອື່ນໆ.

ພາຍຫຼັງ ສຳເລັດກອງປະຊຸມແລ້ວ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ   ຍັງໄດ້ເດີ່ນທາງໄປຢ້ຽມຢາມປະທານ ຄຳໄຕ ສີພັນດອນ ອະດີດປະທານ ພັກປະຊາຊົນປະຕິວັດລາວ, ອະດີດປະທານ ປະເທດ ແຫ່ງ ສ ປປ ລາວ ເພື່ອຢ້ຽມຄຳນັບ ແລະ ຂໍທິດຊີ້ນຳກ່ຽວກັບການເຄື່ອນໄຫວເຮັດວຽກງານໂຄສະນາອົບຮົມໃນໄລຍະໃໝ່ ເພື່ອກະກຽມທຸກເງື່ອນໄຂກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ່  XI  ພັກໃນຕໍ່ໜ້າ.