ກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມຢູ່ 8 ແຂວງພາກເໜືອ.

ກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມຢູ່ 8 ແຂວງພາກເໜືອ.

      ໃນລະຫວ່າງ ວັນ​ທີ  20-28 ກໍລະກົດ 2020 ຜ່ານ​ມາ, ທ່ານ ຄໍາ​ເຈນ ວົງ​ໂພ​ສີ ກຳມະການ​ສູນ​ກາງ​ພັກ,  ຮອງ​ເລຂາ​ຄະນະ​ພັກ,  ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ ເຂົ້າ​ຮ່ວມ​ເປັນ​ປະທານ​ກອງ​ປະຊຸມ​ສ່ອງ​ແສງ​ສະພາບແນວຄິດ-ຫາງສຽງສັງຄົມຢູ່ 8 ແຂວງ​ພາກ​ເໜືອ.

      ກອງ​ປະຊຸມ​ວາລະ​ທີ່​ໜຶ່ງໄດ້​ຈັດ​ຂຶ້ນ ໃນວັນ​ທີ 21 ກໍລະກົດ 2020 ທີ່​ຫ້ອງ​ວ່າການ​ປົກຄອງ​ແຂວງ ໄຊ​ຍະ​ບູ​ລີ ໂດຍ​ການ​ເປັນ​ປະທານຮ່ວມຂອງ ​ທ່ານ ຄຳ​ເຈນ ວົງ​ໂພ​ສີ ກຳມະການສູນກາງພັກ,  ຮອງເລຂາຄະນະພັກ,  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ປອ ສົມ​ລິດ ເປືອກ​ແກ້ວ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າແຂວງ, ປະທານສະພາປະຊາຊົນແຂວງ ໄຊ​ຍະ​ບູ​ລີ; ເຂົ້າຮ່ວມມີ​ບັນດາ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງ​ຫົວພັນ, ຊຽງຂວາງ, ຫຼວງ​ພະ​ບາງ ແລະ ໄຊ​ຍະ​ບູ​ລີ, ມີປະທານ​ແນວ​ລາວສ້າງ​ຊາດ​ແຂວງ​ໄຊ​ຍະ​ບູ​ລີ, ເຈົ້າເມືອງ, ຫົວໜ້າ​ຫ້ອງການ​ໂຄສະນາ​ເມືອງເທດສະບານ​ແຂວງ, ພະນັກງານ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ແລະ ພະນັກງານ​ໂຄສະນາ​ອົບຮົມ​ແຂວງ ​ໄຊ​ຍະ​ບູ​ລີ ເຂົ້າ​ຮ່ວມ.

       ໃນໂອກາດນີ້ ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງໄດ້ລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ວຽກຈຸດສຸມ 6 ເດືອນທ້າຍປີ 2020, ການພັດທະນາພື້ນຖານໂຄງລ່າງ, ການຜະລິດກະສິກໍາເປັນສິນຄ້າ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ວຽກງານກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ. ຈາກນັ້ນ ທ່ານ ອາເມ ຊົງເຢຍເລັ່ງ ຫົວໜ້າໂຄສະນາອົບຮົມແຂວງໄດ້ກ່າວວ່າ: ວຽກງານສັງລວມ ແລະ ເກັບກໍາຫາງສຽງສັງຄົມແຂວງໄຊຍະບູລີໄດ້ປະຕິບັດຕາມພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ຜູ້ເຮັດວຽກງານການເມືອງແນວຄິດປະຈໍາຢູ່ຂະແໜງການຕ່າງໆ ບໍ່ພຽງແຕ່ນໍາເອົາແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ, ມະຕິຄໍາສັ່ງ, ລະບຽບກົດໝາຍລົງມາເຜີຍແຜ່ໃຫ້ແກ່ເປົ້າໝາຍຕ່າງໆ ແຕ່ຍັງໄດ້ເກັບກໍາສະພາບແນວຄິດດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຫາງສຽງສັງຄົມຕ່າງໆ ທີ່ພົ້ນເດັ່ນເກີດຂຶ້ນໃນແຕ່ລະໄລຍະຈາກສໍານັກງານ, ອົງການ ແລະຮາກຖານບ້ານເພື່ອສະຫຼຸບສັງລວມ,ວິເຄາະວິໄຈ,ລາຍງານຂໍທິດຊີ້ນໍາຈາກຂັ້ນເທິງແກ້ໄຂຢ່າງທັນການ.

       ຈາກນັ້ນຕາງໜ້າໂຄສະນາອົບຮົມແຕ່ລະແຂວງກໍ່ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານເກັບກໍາຫາງສຽງສັງຄົມໃນໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຈະໄດ້ປຶກສາຫາລືຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຊຸກຍູ້ສົ່ງເສີມດ້ານທີ່ຕັ້ງໜ້າ ແລະ ແກ້ໄຂຈຸດບົກຜ່ອງທີ່ເປັນສາເຫດອຸດຕັນ,  ຈຸດປະສົງກໍ່ເພື່ອເປັນການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ປະກົດການຫຍໍ້ທໍ້ທຸກຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີບົນພື້ນຖານນັ້ນເພື່ອກໍານົດທິດທາງ, ວິທີການ ແລະ ສ້າງຄວາມເປັນເອກະພາບໃນມາດຕະການປັບປຸງແກ້ໄຂຢ່າງຖືກຕ້ອງສອດຄ່ອງທັນເວລາ ທັງເປັນຂໍ້ມູນລາຍງານຂັ້ນເທິງໃນການຊຸກຍູ້ການປະຕິບັດໜ້າທີ່ການເມືອງ ຂອງຄະນະໂຄສະນາອົບຮົມສູນກາງພັກ ກໍ່ຄືຄະນະພັກແຕ່ລະຂັ້ນວາງອອກ ເພື່ອແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ດີກວ່າເກົ່າ ແລະ ເພື່ອຍາດແຍ່ງຄວາມຄິດເຫັນຂອງຄະນະພັກ, ອົງການປົກຄອງທ້ອງຖິ່ນຕໍ່ວຽກງານການເມືອງແນວຄິດ ກໍ່ຄືການປະຕິບັດໜ້າທີ່ການເມືອງຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ.                           

       ວາລະ​ທີ່​ສອງໄດ້​ຈັດ​ຂຶ້ນໃນ ວັນ​ທີ 27 ກໍລະກົດ 2020 ທີ່​ຫ້ອງ​ວ່າການແຂວງ​ອຸດົມ​ໄຊ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ຄຳ​ເຈນ ວົງ​ໂພ​ສີ ແລະ ເປັນ​ປະທານ​ຮ່ວມ​ຂອງ​ ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ກຳມະການ​ສູນ​ກາງ​ພັກ, ເລຂາ​ພັກ​ແຂວງ, ເຈົ້າແຂວງ​ອຸດົມ​ໄຊ; ເຂົ້າຮ່ວມມີ: ​ບັນດາ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ບໍ່​ແກ້ວ, ຫຼວງ​ນ້ຳ​ທາ, ຫົວໜ້າ ແລະ ຮອງ​ຫົວໜ້າ​ໂຄສະນາ​ອົບຮົມ​ແຂວງ​ອຸດົມ​ໄຊ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ຫ້ອງການ​ໂຄສະນາ​ເມືອງ​ເທດສະບານ​ແຂວງ ແລະ ພະນັກງານ​ໂຄສະນາ​ຂອງ​ສູນ​ກາງ-ແຂວງ​ເຂົ້າ​ຮ່ວມ.

       ການ​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຂອງ​ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ,  ຮອງເລຂາຄະນະພັກ,  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ​ໃນ​ຄັ້ງ​ນີ້ໄດ້​ຮັບ​ຟັງ​ການລາຍ​ງານ​ສະພາບ​ການຈັດຕັ້ງ​ປະຕິບັດວຽກ​ງານ​ໂຄສະນາ​ອົບຮົມ ໂດຍ​ສະເພາະ​ແມ່ນ​ການ​ດຳເນີນ​ວຽກ​ງານ​ໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ​-​ແນວ​ຄິດ, ເກັບ​ກຳ​ຫາງ​ສຽງ​ສັງຄົມ ຕິດ​ພັນ​ກັບ​ຂະບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ແລະ ການ​ດຳເນີນ​ກອງ​ປະຊຸມ 3 ຂັ້ນ ຂອງ​ພັກ ຢູ່ຂັ້ນ​ທ້ອງຖິ່ນ. ຊຶ່ງ​ກ່ອນອື່ນ ທ່ານໄດ້​ໃຫ້ການ​ຍ້ອງຍໍ​ຊົມເຊີຍ ແລະ ຕີ​ລາຄາ​ສູງ ຕໍ່​ຄວາມ​ເອົາ​ໃສ່​ໃນການຊີ້​ນຳໆ​ພາຂອງ​ຄະນະ​ພັກ, ອົງການ​ປົກຄອງ​ທ້ອງຖິ່ນ ກໍ​ຄື​ຄະນະ​ໂຄສະນາ​ອົບຮົມ​ແຂວງ, ຫ້ອງການ​ໂຄສະນາ​ອົບຮົມ​ເມືອງ ທີ່​ໄດ້​ຕັ້ງໜ້າ​ເຮັດ​ໜ້າທີ່​ການເມືອງ​ຂອງ​ຕົນ ໂດຍ​ສະ ເພາະ​ແມ່ນ​ໄດ້​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ​ການເມືອງ​ທີ່​ພັກ​-​ລັດ ມອບ​ໝາຍ ເຮັດ​ໃຫ້​ຫຼາຍ​ດ້ານ​ບັນລຸ​ຜົນສຳເລັດ​ຢ່າງ​ຕັ້ງໜ້າ​ເປັນຕົ້ນ​ແມ່ນ ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ​-​ແນວ​ຄິດ ເວົ້າ​ລວມ, ວຽກ​ງານ​ເກັບ​ກຳ​ແນວ​ຄິດ​ຫາງ​ສຽງ​ສັງຄົມ ເວົ້າ​ສະເພາະ, ການ​ສ້າງສາ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ວຽກ​ງານ​ປ້ອງ​ກັນ​ຊາດ​-​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການເຄື່ອນໄຫວ​ສ້າງ​ຂະບວນ​ການ​ຕ່າງໆ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຂອງ​ຕົນ ແລະ ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງພັກ. ພ້ອມ​ນັ້ນ ທ່ານ ​ຍັງ​ໄດ້​ໃຫ້​ທິດ​ຊີ້​ນຳ​ພະນັກ​ງານ​-​ສະມາຊິກ​ພັກ, ລັດຖະກອນ ຄະນະ​ໂຄສະນາ​ອົບຮົມ​ທຸກ​ຂັ້ນ ຈົ່ງ​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ແຜນການ, ໂຄງການ, ວຽກ​ງານ​ຂອງ​ຕົນ​ໃຫ້​ມີ​ຜົນສຳເລັດ, ເອົາໃຈໃສ່​​ຄົ້ນຄ້​ວາ​ຮ່ຳຮຽນ​ເອົາ​ແນວທາງ, ມະຕິ, ຄຳ​ສັ່ງຂອງ​ ພັກ​-​ລັດ ເພື່ອ​ນໍາມາໝູນ​ໃຊ້​ເຂົ້າໃນໜ້າທີ່​ການເມືອງ ທີ່ໄດ້ຮັບມອບ​ໝາຍ. ໃນນັ້ນ, ໃຫ້​ເອົາໃຈໃສ່​ກຳ​ແໜ້ນ​ແນວທາງ​ແຜນ​ນະໂຍບາຍ, ລະບຽບ​ກົດໝາຍ​ຂອງ​ພັກ​-ລັດ, ກຳ​ແໜ້ນ​ແນວ​ຄິດ​ຂອງ​ພະນັກງານ​ສະມາຊິກ​ພັກ ແລະ ປະຊາຊົນລາວ ​ບັນດາເຜົ່າ, ກຳ​ແໜ້ນ​ການເຄື່ອນໄຫວ​ຂອງ​ສັງຄົມ ແລະ ກຳ​ແໜ້ນ​ວຽກ​ງານ​ວິຊາ​ສະເພາະຄວາມ​ຮັບຜິດຊອບ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ດີ, ມີ​ວິໄນ ແລະ ສະຕິ​ຕໍ່​ການຈັດຕັ້ງ ໃຫ້​ກາຍເປັນ​ພະນັກງານ​ທີ່​ດີ, ມີ​ຄວາມ​ຮູ້​ຄວາມ​ສາມາດ ເພື່ອ​ແບກ​ຫາບ​ພາລະ​ໜ້າທີ່​ທີ່​ພັກ​ມອບ​ໝາຍ​ໃຫ້ປະສົບຜົນສໍາເລັດເປັນກ້າວໆ.

      ໃນ​ໂອກາດ​ດັ່ງກ່າວ ທ່ານ​ກໍ​ໄດ້​ລົງ​ຊຸກຍູ້ ແລະ ຢ້ຽມຢາມ​ພື້ນຖານ​ການ​ຜະລິດ​ທາງ​ດ້ານ​ເສດຖະກິດ, ວັດທະນະ​ທຳ-​ ສັງຄົມຂອງ​ແຂວງ, ເມືອງ; ຢ້ຽມຢາມ​ພະນັກງານ​ອາວຸໂສ​ບຳນານ ແລະ ​​ປະຊາຊົນ​ບັນດາເຜົ່າ​ພາຍ​ໃນ​ແຂວງ​ໄຊ​ຍະ​ບູ​ລີ ແລະ ແຂວງ​ອຸດົມ​ໄຊ.