ການແກ້ໄຂປະກົດການຫຍໍ້ທໍ້ຂອງແຂວງບໍ່ແກ້ວ

ການແກ້ໄຂປະກົດການຫຍໍ້ທໍ້ຂອງແຂວງບໍ່ແກ້ວ

       ປັດຈຸບັນແຂວງບໍ່ແກ້ວ ພວມສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເພື່ອເຮັດໃຫ້ແຂວງສືບຕໍ່ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ເຊີ່ງຖືເປັນວຽກງານສໍາຄັນຫນຶ່ງທີ່ສຸມໃສ່ຈັດຕັ້ງປະຕິບັດສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງບໍ່ແກ້ວ ກໍຄື ກອງປະຊຸມໃຫຍ່ ຄັ້ງ XI ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນໃນຕໍ່ຫນ້າ.

       ທ່ານ ບົວຄົງ ນາມມະວົງ, ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ໄດ້ສະເໜີລາຍງານຕໍ່ ທ່ານ ຄໍາເຈນ ວົງໂພສີ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ທີ່ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ເມື່ອບໍ່ດົນມານີ້ ວ່າ: ການແກ້ໄຂປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນ ແມ່ນສຸມໃສ່ 2 ດ້ານ ຄື: ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ຖັນແຖວການຈັດຕັ້ງ ແລະ ສະມາຊິກພັກ. ໃນນີ້ ສະເພາະການແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມ ໄດ້ຫັນເອົາພະນັກງານ, ທະຫານ ແລະ ຕໍາຫລວດ ລົງກໍ່ສ້າງຮາກຖານການເມືອງແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບວຽກງານສາມສ້າງຢູ່ 39 ບ້ານຈຸດສຸມ ນັບແຕ່ທ້າຍປີ 2018 ຈົນມາຮອດປັດຈຸບັນນີ້ ໂດຍສຸມໃສ່ 8 ວຽກຕົ້ນຕໍ ຄື: ແກ້ໄຂບັນຫາຢາເສບຕິດ, ການຄ້າມະນຸດ, ການຄຸ້ມຄອງແຮງງານ, ການເຄື່ອນໄຫວສາສະ ໜາທີ່ບໍ່ຖືກຕ້ອງ, ການເຄື່ອນຍ້າຍຖິ່ນຖານຂອງພົນລະ ເມືອງ, ປັບປຸງສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງບ້ານ, ຄຸ້ມຄອງສໍາມະໂນຄົວ ແລະ ການຄ້າຂາຍເຖື່ອນ ໂດຍເລີ່ມຈາກການເຮັດທົດລອງກ່ອນ ຈາກນັ້ນໄດ້ແຕ່ງຕັ້ງຄະນະສະເພາະກິດເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ ແລະ ລົງມືຈັດ-ຕັ້ງປະຕິບັດຕົວຈິງຢູ່ແຕ່ລະບ້ານ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດຂຶ້ນສໍາມະໂນຄົວໃຫ້ຄອບຄົວທີ່ຜ່ານການກວດກາຄົບຕາມເງື່ອນໄຂ ໄດ້ 1.108 ຫົວ, ແກ້ໄຂການຄ້າຂາຍເຖື່ອນຫລົບຫລີກພາສີໄດ້ຫລາຍຄັ້ງ ເປັນຕົ້ນແມ່ນລົດໃຫຍ່, ນໍ້າມັນເຊື້ອໄຟ, ຊີມັງ ແລະ ອື່ນຯ. ຍ້ອນມີການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຫັດກຸມລະຫວ່າງຄະນະທີ່ລົງກໍ່ສ້າງຮາກຖານ ແລະ ຄະນະສະ ເພາະກິດ ເຮັດໃຫ້ປີ 2019 ຜ່ານມາ ສາມາດຢຶດຢາເສບຕິດ ໂດຍສະເພາະຢາບ້າໄດ້ 17 ລ້ານກ່ວາເມັດ, ໃນປີ 2020 ນັບແຕ່ຕົ້ນປີມາຮອດປັດຈຸບັນ ຢຶດຢາບ້າໄດ້ 1 ລ້ານກ່ວາເມັດ. ຄຽງຄູ່ກັນນີ້ ໄດ້ແກ້ໄຂຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງຕົ້ນເຜີ້ງກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ, ແກ້ໄຂການດໍາເນີນທຸລະກິດ, ການເຄື່ອນໄຫວຄ້າຂາຍບໍລິການ ແລະ ເລີກຮື້ປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະ ບຽບການໃນເຂດດັ່ງກ່າວ.

       ນອກຈາກນີ້ທ່ານເຈົ້າແຂວງບໍ່ແກ້ວ ຍັງກ່າວຕື່ມວ່າ: ສໍາລັບການແກ້ໄຂປະ ກົດການຫຍໍ້ທໍ້ຢູ່ໃນຖັນແຖວການຈັດຕັ້ງ ແລະ ສະມາຊິກພັກ ໄດ້ປະຕິບັດໄປພ້ອມຯ ກັບການປັບປຸງການຈັດຕັ້ງຂອງບັນ ດາພະແນກການອ້ອມຂ້າງແຂວງ ແລະ ເມືອງ ໂດຍໄດ້ສໍາຫລວດກວດກາ ແລະ ປະຕິບັດວິໄນຕໍ່ບາງບຸກຄົນ, ນັບທັງການນໍາ ແລະ ພະນັກງານ-ລັດຖະກອນທີ່ເຮັດຜິດລະ ບຽບກົດໝາຍຢ່າງເດັດຂາດ ເພື່ອເຮັດໃຫ້ກົງຈັກມີຄວາມປອດໃສເຂັ້ມແຂງ, ເປີດການຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະສ້າງບ້ານປ້ອງກັນຊາດເຂັ້ມແຂງ-ບ້ານປ້ອງກັນຄວາມສະຫງົບດີນັບແຕ່ຂັ້ນແຂວງລົງສູ່ຮາກຖານເຫັນວ່າໄດ້ຮັບຜົນສໍາເລັດດີ.

ຂ່າວ: ເວັບໄຊ ວິທະຍຸກະຈາຍສຽງແຫ່ງຊາດ