ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ

ວັນທີ 02-05 ສິງຫາ ສິງຫາ 2020 ຜ່ານມາກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງໄຊສົມບູນ ເປີດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ, ບໍລິຫານຈັດການເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງໄຊສົມບູນ, ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມໂດຍທ່ານ ຢາຊົງວ່າ ຍົງມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີນັກຝຶກອົບຮົມຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດຈຳນວນ 11 ສະຫາຍ, ຍິງ 2ສະຫາຍ. ເນື້ອໃນເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 2 ຫົວຂໍ້ຄື:

  1. ການພັດທະນາ, ຄຸ້ມຄອງ ແລະ ການນຳໃຊ້ເວັບໄຊ.
  2. ການບຳລຸງຮັກສາເຄື່ອງຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຼນິກ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈທາງດ້ານວຽກງານໄອທີ IT ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການເມືອງ-ແນວຄິດ ເວົ້າລວມ ເວົ້າສະເພາະກໍ່ແມ່ນການຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໄໝເທື່ອລະກ້າວເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ທີ່ເຮັດວຽກໂຄສະນາອົບຮົມໃຫ້ມີຄວາມຊຳນິຊຳນານໃນການນຳໃຊ້ອຸປະກອນທີ່ທັນສະໄໝ ITຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ທັງເປັນການເພີ່ມກຳລັງແຮງສູ້ຮົບທາງດ້ານແນວຄິດໃຫ້ນັບມື້ນັບມີຄວາມວ່ອງໄວ ແລະ ເຂັ້ມແຂງທັນເວລາ.

ໃນການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບການຄຸ້ມຄອງນຳໃຊ້ ແລະ ພັດທະນາເວັບໄຊເຊັ່ນ: ການບໍລິຫານໜ້າກະດານຂ່າວເອເລັກໂຕຼນິກ(ເວັບໄຊ), ການຂຽນຂ່າວທາງດ້ານໜ້າ, ດ້ານຫຼັງ, ການຕັດຕໍ່ຮູບພາບເພື່ອລົງເວັບໄຊ, ການເຊື່ອມເວັບລິ້ງ, ການເພີ່ມເມນູຕ່າງໆໃນເວັບໄຊ. ນອກຈາກນີ້ຍັງໄດ້ຮຽນຮູ້ກ່ຽວກັບການບຳລຸງຮັກສາຄອມພິວເຕີເຊັ່ນ: ຄວາມຮູ້ພື້ນຖານຂອງລະບົບຄອມພິວເຕີ, ການຕິດຕັ້ງວິນໂດ ແລະ ການລົງໂປຼແກຼມ ແລະ ດາວໂຫຼດຂໍ້ມູນຕ່າງໆ.

ໃນພິທີປິດຊຸດຝຶກອົບຮົມ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມພ້ອມທັງໃຫ້ທິດຊີ້ນຳວ່າ: ການເປີດຊຸດຝຶກອົບຮົມ ແລະ ມອບເວັບໄຊໃນຄ້ັງນີ້ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ວຽກງານໂຄສະນາອົບຮົມເພາະເຮົາຈະໄດ້ນຳໃຊ້ເວັບໄຊຂອງຄະນະໂຄສະນາອົບຮົມແຂວງເປັນເຄື່ອງມືເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດໃຫ້ກ້ວາງຂວາງວ່ອງໄວຕາມທິດຫັນເປັນທັນສະໄໝທາງດ້ານວຽກງານໂຄສະນາອົບຮົມ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ເກັບກຳເອົາບົດຮຽນ ແລະ ປະສົບການນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິຜົນສູງຂື້ນ.

ໃນຕອນທ້າຍພິທີໄດ້ມອບເວັບໄຊໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນພ້ອມທັງມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ.