ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດ ທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.

      

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.

      ໃນຕອນເຊົ້າວັນທີ 30 ກໍລະກົດ 2020 ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍມີ: ທ່ານ ຫິຼວ ຫູ້ ປະທານບໍລິສັດ ຮ່ວມ ທືນລາວ-ຈີນ ຈໍາກັດ, ທ່ານ ສຸບັນ ຈຸນລະຊາ ຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

     ໃນພິທີຕ້ອນຮັບທ່ານ ຫິຼວ ຫູ້ ປະທານບໍລິສັດ ຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ສະແດງຄວາມຍີນດີຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ໄດ້ລາຍງານສະພາບລວມການພັດທະນາບັນດາໂຄງການທີ່ສຳຄັນ ຢູ່ ສປປ ລາວ ຂອງກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານຮຸ້ນສ່ວນຈຳກັດ. ການລົງທຶນທັງໝົດ 63 ຕື້ໂດລາສະຫະລັດ. ໃນປີ 2019 ສາມາດຍາດໄດ້ອັນດັບທີ 159 ໃນ 500 ວິສາຫະກິດທີ່ພົ້ນເດັ່ນ ແລະ ຍາດໄດ້ອັນດັບທີ 5 ໃນ 80 ວິສາຫະກິດດ້ານການຮັບເໝົາທີ່ພົ້ນເດັ່ນຂອງ ສປ ຈີນ. ບໍລິສັດດັ່ງກ່າວໄດ້ຈັດຕັ້ງປະຕິບັດວຽກງານພັດທະນາໂຄງການຢູ່ໃນ ສ ປປ ລາວເປັນເວລາ 20 ກວ່າປີ, ບໍລິສັດໄດ້ເພີ່ມການລົງທຶນຢ່າງຫຼວງຫຼາຍເຂົ້າໃນຫຼາຍໂຄງການເຊັ່ນ: ໂຄງການພັດທະນາເຂດເສດຖະກິດກວມລວມໄຊເຊດຖາ, ໂຄງການເສັ້ນທາງດ່ວນລາວ-ຈີນ ແລະ ໂຄງການໂຮງງານກັ່ນນ້ຳມັນ ແລະ ໂຄງການອຶ່ນໆ ເຊີ່ງເປັນໂຄງການການຮ່ວມມືທີ່ສຳຄັນທີ່ສອງລັດຖະບານລາວ-ຈີນ ໃຫ້ການເອົາໃຈໃສ່ເປັນພິເສດ.

       ໂຄງການພັດທະນາເຂດກວມລວມໄຊເຊດຖາແມ່ນມີເປົ້າໝາຍພັດທະນາເປັນຂົງເຂດອຸດສາຫະກຳໃນເບື້້ອງຕົ້ນ, ສ້າງ ແລະ ພັດທະນາເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ, ແຜນການລົງທຶນທັງໝົດແມ່ນ 3 ຕື້ໂດລາສະຫະລັດ, ປັດຈຸບັນ ໄດ້ສຳເລັດພື້ນຖານໂຄງລ່າງ ແລະ ປັບໜ້າດິນໃຫ້ຮາບພຽງໂດຍພື້ນຖານໃນຂອບເຂດເນື້ອທີ່ 400 ເຮັກຕາ, ສຳເລັດການລົງທຶນໄປແລ້ວ 1,2 ຕື້ໂດລາສະຫະລັດ, ສຳເລັດການພັດທະນາໂຄງລ່າງພື້ນຖານແບບຄົບຊຸດ ແລະ ກ້າວເຂົ້າສູ່ໄລຍະແຫ່ງການດຶງດູດການລົງທຶນ, ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນໃນເຂດກວມລວມທັງໝົດ 82 ຫົວໜ່ວຍ ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 10,000 ຕໍາແໜ່ງ.

         ໃນທ້າຍພິທີທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນໂອ້ລົມກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຂອບໃຈທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ທ່ານໄດ້ມີຄໍາເຫັນເໜັ້ນໜັກເຖີງຄວາມສຳຄັນຂອງການຮ່ວມມືລະຫວ່າງສອງປະເທດລາວ-ຈີນ ໃນການພັດທະນາຕາມໂຄງການໜື່ງແລວໜື່ງເສັ້ນທາງທັງຖືເອົາການພັດທະນາດ່ັງກ່າວນີ້ເປັນຂີດໝາຍອັນສຳຄັນໃນການພົວພັນລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ, ສ້າງກົນໄກຄຸ້ມຄອງບໍລິຫານສະເພາະເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ມີການນໍາໃຊ້ເຕັກໂນໂລຊີຂັ້ນສູງ, ນໍາໃຊ້ວັດຕະກໍາທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດ ແລະ ພະລັງງານຊັບພະຍາກອນທໍາມະຊາດ ແລະ ພະລັງງານແບບຍືນຍົງເປັນມິດກັບສິ່ງແວດລ້ອມ. ເຂດເສດຖະກິດພິເສດ ອາດ ຈະປະກອບມີນິຄົມອຸດສາຫະກໍາ, ເຂດພັດທະນາກະສິກໍາ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ,  ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ. ໝາຍຄວາມວ່າ ເຂດເສດຖະກິດພິເສດ ແມ່ນມີການດໍາເນີນຈັດຕັ້ງປະຕິບັດພາຍໃຕ້ນະໂຍບາຍພິເສດ ຂອງສອງປະເທດວາງອອກ. ເຊີ່ງໄດ້ກາຍ ເປັນຍຸດທະສາດອັນສໍາຄັນ ເພື່ອຂັບເຄື່ອນການຂະຫຍາຍໂຕທາງດ້ານເສດຖະກິດຂອງສອງປະເທດ ຢ່າງເຫັນໄດ້ຊັດເຈນ ໃນການສ້າງນະໂຍບາຍ ແລະ ກົດໝາຍ ເພື່ອອໍານວຍຄວາມສະດວກຕໍ່ການພັດ ທະນາເຂດເສດຖະກິດພິເສດໃນປະເທດ ໂດຍສະເພາະໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ.

ຫຼັງຈາກນັ້ນ ໄດ້ລົງຢ້ຽມຊົມການພັດທະນາຂອງແຕ່ລະເຂດ ແລະ ຢ້ຽມຊົມໂຮງງານເປໂຕຼເຄມີລາວ ຈຳກັດນຳອີກ.