ກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ

       ໃນຕອນເຊົ້າວັນທີ 19 ສິງຫາ 2020 ຄະນະບໍລິຫານງານກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ສະຫາຍ ປອ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນ ອາລີ ວົງໜໍ່ບຸນທຳ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເຂົ້າຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຕ່າງໜ້າສະຫະພັນກຳມະບານມາຈາກບັນດາອົງການພັກ ແລະ ສະມາຊິກກຳມະບານ ທົ່ວ ຄອສພ ທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

       ໃນພິທີ ສະຫາຍ ອານົງສັັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຂື້ນຜ່ານຂໍ້ຕົກລົງ ອະນຸມັດໄຂກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະບໍລິຫານງານກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 44/ຄອສພ, ລົງວັນທີ 30 ກໍລະກົດ 2020 ແລະ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງກອງເລຂາ ສະບັບເລກທີ 114/ສກມບ ຄອສພ ເຊິ່ງປະກອບດ້ວຍ 3 ສະຫາຍ ຄື: ສະຫາຍ ບົວວົງ ພົມພັກດີ, ສະຫາຍ ນ. ກ່າຍ ແກ້ວບົວລະພາ ແລະ ສະຫາຍ ບຸນມີ ຫຼວງປັນຍາ ເພື່ອຊ່ວຍຄະນະປະທານກອງປະຊຸມຕິດຕາມບັນທຶກການດຳເນີນກອງປະຊຸມ ແລະ ສະຫຼຸບສັງລວມ.

       ຫຼັງຈາກນັ້ນ ສະຫາຍ ຄຳເຄນ ຈັນທະວົງ ປະທານສະຫະພັນກຳມະບານ ຄອສພ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານກຳມະບານ ຄອສພ ຄັ້ງທີ V ຕໍ່ກອງປະຊຸມ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ການເຄື່ອນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ໃນໄລຍະ 5 ປີຜ່ານມາ , ທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ( 2020-2025); ໃນຕະຫຼອດໄລຍະ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາໆພາ ຂອງຄະນະພັກ ຄອສພ ແລະ ສູນກາງສະຫະພັນກຳມະບານລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ກໍຄື ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສູນກາງສະຫະພັນກຳມະບານລາວ ແລະ ໂຄງການດຳເນີນງານຂອງສະຫະພັນກຳມະບານ ຄອສພ ເຂົ້າໃນທຸກຂົງເຂດວຽກງານຢ່າງເປັນຂະບວນການຟົດຟື້ນ ແລະ ຍາດໄດ້ຜົນງານອັນຕັ້ັງໜ້າໃນຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງປະ ຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າເຂົ້າສູ່ຊີວິດຕົວຈິງ ອັນເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກຳມະບານນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ; ການເຮັດວຽກງານວິຊາສະເພາະເປັນຂະບວນນການຟົດຟື້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຄອສພ ມີຄະນະບໍລິຫານງານ 7 ສະຫາຍ, ຍິງ 2 ສະຫາຍ, ມີ 8 ໜ່ວຍກຳມະບານ, ມີສະມາຊິກທັງໝົດ 169 ສະຫາຍ, ຍິງ 86 ສະຫາຍ ສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ ເປັນຫົວໜ່ວຍຮາກຖານໜຶ່ງທີ່ຂຶ້ນກັບສູນກາງ ສະຫະພັນກຳມະບານລາວໂດຍກົງ ແລະ ເຄື່ອນໄຫວພາຍໃຕ້ການຊີ້ນຳຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໂດຍກົງ.

       ຫຼັງຈາກນັ້ນສະຫາຍ ຄຳກອງ ທຳມະເທວາ ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ຂື້ນຜ່ານແຜນຍຸດທະສາດພັດທະນາວຽກງານກຳມະບານ ຄອສພ ໃນໄລຍະ 5 ປີ 2020-2025 ແລະ ວິໄສທັດ 10 ປີ 2020-2030 ເຊິ່ງໄດ້ຍົກໃຫ້ເຫັນການພັດທະນາວຽກງານກຳມະບານ ຄອສພ ໃຫ້ເຕີບໃຫຍ່ເຂັ້ມແຂງຕາມທິດ “ຍົກສູງຄຸນນະພາບເປັນເສນາທິການວຽກງານການເມືອງ-ແນວຄິດ, ເອົາໃຈໃສ່ສ້າງສະຫະພັນກຳມະບານ ຄອສພ ໃຫ້ເຂັ້ມແຂງ, ເປັນຕົວແທນໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກະມະບານ ແລະ ກຽມພ້ອມເຮັດສຳເລັດທຸກວຽກງານທີ່ໄດ້ຮັບການມອບໝາຍ” ເຊິ່ງປະກອບດ້ວຍ 7 ແຜນງານໃຫຍ່ຄື:

  1. ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກຳມະບານ.
  2. ປັບປຸງກົງຈັກ ແລະ ສ້າງພະນັກງານຮຸ່ນສືບທອດໃຫ້ໜັກແໜ້ນເຂັ້ມແຂງ.
  3. ຍົກສູງຄຸນນະພາບໃນການເປັນເສນາທິການຂອງສະມາຊິກກຳມະບານ ຄອສພ ໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ.
  4. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກຳມະບານ.
  5. ພັດທະນາວຽກງານຂະບວນການຂອງກຳມະບານໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
  6. ພັດທະນາລະບົບການກວດກາການຈັດຕັ້ງກຳມະບານ ຄອສພ.
  7. ພົວພັນຮ່ວມືກັບກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖີ່ນທີ່ມີເງື່ອນໄຂ.

       ຫຼັງຈາກນັ້ນຄະນະບໍລິຫານງານກຳມະບານ ຄອສພ ຊຸດເກົ່າ ໄດ້ຂຶ້ນກ່າວອຳລາໜ້າທີ່ ແລະ ກອງປະຊຸມໃຫຍ່ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານກຳມະບານ ຄອສພ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງເປັນ ຄະນະບໍລິຫານງານກຳມະບານ ຄອສພ ຊຸດໃໝ່ຈໍານວນ 10 ສະຫາຍ, ໃນນັ້ນເລືອກເອົາ 7 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງບັນດາສະມາຊິກກຳມະບານ ຄອສພ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມທີ ແລະ ເລືອກໄດ້ 7 ສະຫາຍ ສະນັ້ນ, ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ:

  1. ສະຫາຍ ວັນຕຸລາ ຣັກນຸດ ເປັນປະທານສະຫະພັນກຳມະບານ ຄອສພ ຊຸດໃໝ່.
  2. ສະຫາຍ ນ. ໄພວັນ ວັນນະໄຊ ເປັນຮອງປະທານທັງເປັນປະທານກວດກາ
  3. ສະຫາຍ ປອ ວັນລາຕີ ຄຳວານວົງສາ ເປັນຮອງປະທານ
  4. ສະຫາຍ ບົວໄລ ຊົມພູແກ້ວ ເປັນຮອງປະທານກວດກາ
  5. ສະຫາຍ ຄຳກອງ ທຳມະເທວາ ເປັນຄະນະ
  6. ສະຫາຍ ສາຄອນ ພົມມະລາດ ເປັນຄະນະ
  7. ສະຫາຍ ນ. ບຸນມາລີ ສິລິດາວົງ ເປັນຄະນະ
    ໄດ້ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມສະຫະພັນກຳມະບານທົ່ວປະເທດທີ່ຈະຈັດຂື້ນໃນຕໍ່ໜ້ານີ້ມີ: ຜູ້ແທນສົມບູນ 1 ສະຫາຍ ສະຫາຍ ວັນຕຸລາ ຣັກນຸດ, ສຳຮອງ 1 ສະຫາຍ ສະຫາຍ ນ. ໄພວັນ ວັນນະໄຊ

ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ຊຸດເກົ່າ

ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ຊຸດໃໝ່

 

       ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຮັກນຸດ ປະທານສະຫະພັນກຳມະບານ ຄອສພຊຸດໃໝ່ ຕາງໜ້າໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ໄດ້ຂື້ນກ່າວຮັບໜ້າທີ່ ແລະ ປະຕິຍານຕົນກ່ອນອຶ່ນໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະນຳ ແລະ ສະມາຊິກກຳມະບານ ຄອສພ ທັງໝົດທີ່ໃຫ້ຄວາມໄວ້ວາງໃຈໃນການສືບຕໍ່ຊີ້ນຳນຳວຽກງານກຳມະບານ ຄອສພ ໃນຕໍ່ໜ້າ.

       ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ນ. ອາລີ ວົງໜໍ່ບຸນທຳ ຮອງປະທານຄະນະບໍລິ ຫານງານສູນກາງສະຫະພັນກຳມະບານລາວ ຕໍ່ກອງປະຊຸມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະ ນະບໍລິຫານງານສະຫະພັນກຳມະບານ ຄອສພ ຍາດມາໄດ້ໃນໄລຍະ5 ປີຜ່ານມາຢ່າງສຸດອົກສຸດໃຈ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານກຳມະບານຊຸດໃໝ່ ເອົາໃຈໃສ່ສືບຕໍ່ຊີ້ນໍາໆພາວຽກງານຂອງກຳມະບານ ໃຫ້ມີຄວາມກ້າວໜ້າ, ມີບາດກ້າວໃໝ່ໃຫຍ່ຫຼວງກວ່າເກົ່າ, ສ້າງແຜນງານ ແລະ ແບ່ງໜ້າທີ່ເຊິ່ງກັນ ແລະ ກັນດ້ວຍຄວາມຮັບຜິດຊອບສູງ, ນໍາເອົາມະຕິກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບຜົນສໍາເລັດ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ພັດທະນາ ແລະ ເປັນເຈົ້າການຫັນມະຕິກອງປະຊຸມຄັ້ງນີ້ເປັນແຜນງານ, ໂຄງການລະອຽດຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ສູນກາງສະຫະພັນກໍາມະບານລາວ, ພ້ອມທັງປຸກລະດົມສະມາຊິກກຳມະບານ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

       ກ່ອນສິ້ນສຸດກອງປະຊຸມ ຕາງໜ້າຄະນະບໍລິຫານງານກຳມະບານ ຄອສພຊຸດໃໝ່ໄດ້ຂື້ນມອບກະຕ່າດອກໄມ້ໃຫ້ ສະຫາຍ ຫົວໜ້າ ຄອສພ ແລະ ສະຫາຍ ນ. ອາລີ ວົງໜໍ່ບຸນທຳ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການຊີ້ນຳ-ນຳພາຈົນກອງປະຊຸມໃຫຍ່ສຳເລັດຜົນຢ່າງຈົບງາມ.