ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

    ໃນຕອນເຊົ້າວັນທີ 7 ກັນຍາ 2020 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສາລະວັນ ວ່າການຫົວໜ້າກົມຂໍ້ມູນຂ່າວສານພ້ອມດ້ວຍຄະນະ ໄດ້ເຂົ້າພົບປະເຮັດວຽກນຳຄະນະນຳ ຄະນະໂຄສະນາອົບຮົມແຂວງສາລະວັນ ໂດຍມີ ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ພ້ອມດ້ວຍຄະນະ, ຮ່ວມເຮັດວຽກນຳເຊິ່ງກ່ອນອຶ່ນທ່ານວ່າການຫົວໜ້າກົມຂໍ້ມູນຂ່າວສານໄດ້ສະເໜີຈຸດປະສົງ ແລະ ຄາດໝາຍໃນການລົງເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນໃນຄັ້ງນີ້. ຫຼັງຈາກນັ້ນໄດ້ເລິ່ມການຝຶກອົບຮົມ

ລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງສາລະວັນ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ຄຳສິງ ແກ້ວອຳພອນ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາວະວັນ, ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຄອສພ. ໃນພິທີ ທ່ານ ຄຳສິງ ແກ້ວອຳພອນ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາວະວັນ ກ່າວເປີດພິທີ ແລະ ກ່າວຈຸດປະສົງ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຕ້ອງເອົາໃຈໃສ່ຍາດແຍ້ງຄວາມຮູ້ເພື່ອໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ ວິຊາສະເພາະ, ການຕິດຕໍ່ ປະສານງານ ລະຫວ່າງແຂວງ ກັບ ເມືອງ ກໍ່ຄືຂະແໜງການ ທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນ ຈົ່ງນຳເອົາບົດຮຽນ ດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນວຽກງານໃຫ້ປະກົດຜົນເປັນຈິງ.

ການຝຶກອົບຮົມໃນຄັ້ງນີ້ເປັນຫົວຂໍ້ທີ່ມີຄວາມໝາຍຄວາມສໍາຄັນທັງຮຽນທັງແລກປ່ຽນປະສົບການ ພາຍໃຕ້ຫົວຂໍ້:

  1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພີວເຕີ
  2. ລົງປະຕິບັດຕົວຈິງລົງວິນໂດ, ໂປຼແກຼມຕ່າງໆທີ່ຈຳເປັນ ແລະ ແອນຕີ້ໄວຣັດ
  3. ວິທີການບຳລຸງຮັກສາຄອມພີວເຕີ

ພາຍຫຼັງສຳເລັດການຝຶກອົບຮົມໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມຈຳນວນ 9 ສະຫາຍໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານໃຫ້ກຽດມອບໃບຢັ້ງຢືນ. ຫຼັງຈາກນັ້ນ ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຕໍ່ພິທີເຊິ່ງກ່ອນອຶ່ນທ່ານໄດ້ສະແດງຄວາມຂອບໃຈມາຍັງຄະນະໂຄສະນາອົບຮົມ ກົມຂໍ້ມູນຂ່າວສານສະເພາະສູນກາງທີ່ໄດ້ສຸມຈິດສຸມໃຈນຳເອົາບົດຮຽນດ່ັງກ່າວລົງມາຝຶກອົບຮົມໃຫ້ແກ່ພະນັກງານໄອທີຂອງແຂວງພວກເຮົາເຖີງວ່າຈະມີເວລາສັ້ນກໍ່ຕາມແຕ່ທາງອາຈານ ແລະ ນັກຝຶກອົບຮົມກໍ່ໄດ້ມີຄວາມຕັ້ງໃຈຈັດຕັ້ງປະຕິບັດຈົນປະສົບຜົນເລັດ. ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມໝົດທຸກຄົນຈົ່ງສືບຕໍ່ຄົ້ນຄວ້າໝູນໃຊ້ບົດຮຽນທີ່ຮຽນມາເຂົ້າໃນໜ້າທີ່ວຽກງານ, ສືບຕໍ່ຄົ້ນຄິດປະດິດສ້າງ, ຮຽນຮູ້ດ້ວຍຕົນເອງ, ຮຽນຮູ້ນຳໝູ່ຄະນະ ແລະ ຖືເອົາວຽກງານໄອທີເປັນວຽກງານສຳຄັນຂອງທຸກໆການເຄື່ອນໄຫວວຽກງານຄະນະໂຄສະນາອົບຮົມຂອງພວກເຮົາເພາະຍຸກປັດຈຸບັນແມ່ນຖືເອົາວຽກງານຂໍ້ມູນຂ່າວສານເປັນຫຼັກໃນການຕອບໂຕ້ຕອບຕ້ານກັບສື່ສັງຄົມອອນລາຍທີ່ວ່ອງໄວທັນເວລາເພື່ອຕີຖອຍການໂຄສະນາບິດເບືອນແນວທາງນະໂຍບາຍຂອງພັກລັດຂອງພວກເຮົາ.