ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີການບັນລະຍາຍກ່ຽວກັບ ລະບົບບໍລິຫານລັດດ້ວຍເອເລັກໂຕຼນິກ ແລະ ການຫັນເປັນທັນສະໄໝຂອງລັດຖະບານ

ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີການບັນລະຍາຍກ່ຽວກັບ ລະບົບບໍລິຫານລັດດ້ວຍເອເລັກໂຕຼນິກ ແລະ ການຫັນເປັນທັນສະໄໝຂອງລັດຖະບານ

       ຕອນເຊົ້າວັນທີ 3 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີການບັນລະຍາຍກ່ຽວກັບ ລະບົບບໍລິຫານລັດດ້ວຍເອເລັກໂຕຼນິກ ແລະ ການຫັນເປັນທັນສະໄໝຂອງລັດຖະບານໂດຍການເປັນປະທານຮ່ວມ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ປອ ທະວີສັກ ມະໂນທັມຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກ ພ້ອມດ້ວຍຄະນະ ມີ: ຄະນະກົມ, ຄະນະພະແນກ ພ້ອມດວ້ຍວິຊາການທັງໝົດເຂົ້າຮ່ວມຈຳນວນ 123 ທ່ານ, ຍິງ 63 ທ່ານ.

       ໃນພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ເວົ້າເຖີງສະພາບລວມຂອງການນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານການເມືອງແນວຄິດຢຢູ່ຄະນະຄະໂຄສະນາອົບຮົມສູນກາງພັກ, ຄວາມສຳຄັນ ແລະ ການຫັນປ່ຽນສູ່ທັນສະໄໝ ແລະ ພ້ອມທັງໃຫ້ກຽດກ່າວເປີດພິທີ.

       ທ່ານ ປອ ທະວີສັກ ມະໂນທັມຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກໄດ້ຂື້ນບັນລະຍາຍທ່ານໄດ້ຍົກໃຫ້ເຫັນສະພາບການຫັນປ່ຽນເປັນທັນສະໄໝດ້ວຍລະບົບດີຈີຕອນ, ແຜນການຫັນເປັນທັນສະໄໝຂອງ ສປປ ລາວ, ແຜນພັດທະນາລັດຖະບານດີຈີຕອນ, ການເຊື່ອມໂຍງວຽກງານໄອຊີທີ (ICT) ເຂົ້າໃນທຸກຂົງເຂດວຽກງານໄປສູ່ການປະຕິຮູບພື້ນຖານຂອງການບໍລິການ, ບໍລິຫານຈັດການ, ການຜະລິດແນ່ໃສ່ການສ້າງວຽກງານການເມືອງແນວຄິດຫັນເປັນທັນສະໄໝວ່ອງໄວໂດຍການນຳໃຊ້ E-Government, IOT, ປັນຍາປະດິດ (AI), ຖານຂໍ້ມູນ(Big data) ແລະ ອຶ່ນໆ. ນອກນັ້ນຍັງມີຕາງໜ້າພະແນກໂປຼແກຼມ ແລະ ຂໍ້ມູນຂ່າວສານໄດ້ຂື້ນບັນລະຍາຍລະບົບ E-mail, Video Conference,  Microsoft Teams, ລະບົບເຄືອຂ່າຍພາກລັດ, ລະບົບສື່ສານ ພາກລັດ (G-Chat), ແລະ ລະບົບແຊ ແລະ ການນຳໃຊ້ເອກະສານຮ່ວມກັນ(G-Share, G-Drive ) ເພື່ອໃຫ້ເປັນມາດຕະຖານດຽວກັນ ແລະ ຮັບປະກັນຄວາມປອດໄພແນໃສ່ການເຜີຍແຜ່ໂຄສະນາວຽກງານແນວຄິດການເມືອງ, ປະຊາສຳພັນ ແລະ ບໍລິການຂໍ້ມູນ ຂ່າວສານ ຜ່ານທາງເວັບໄຊ ໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ  ພາກລັດດ້ວຍກັນໃຫ້ມີປະສິດທິພາບສູງ.

       ໃນທ້າຍພິທີ ໃນພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້​ຮຽກຮ້ອງ​ໃຫ້​ບັນດາສະຫາຍ ​ຈົ່ງ​ຕັ້ງໜ້າຄົ້ນຄວ້າຮຽນຮູ້ສິ່ງໃໝ່ໆໄປໜູນໃຊ້ເຂົ້າໃນ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ​ໂດຍສະເພາະການນຳໃຊ້ໄອທີເຂົ້າໃນວຽກງານການເມືອງແນວຄິດໃຫ້​ນັບ​ມື້​ດີ​ຂຶ້ນ ສ້າງຄວາມສະດວກໃນການຕິດຕໍ່, ປະສານງານ, ການໂຄສະນາເຜີຍແຜ່ແນວທາງດ້ວຍເອເລັກໂຕຼນິກໃຫ້ມີຄວາມວ່ອງໄວ ເພື່ອຮັບໃຊ້ເຂົ້າໃນວຽກງານການເມືອງແນວຄິດກ້າວໜ້ານຳໄປສູ່ຄວາມທັນສະໄໝເທື່ອລະກ້າວ.