ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII

 

  

ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII

    ໃນວັນທີ 27 ຕຸລາ 2020, ຢູ່ທີ່ໂຮງຮຽນສິລະປະແຫ່ງຊາດ, ນະຄອນຫລວງວຽງຈັນ, ໜ່ວຍສິລະປະຊາວໜຸ່ມຄະນະໂຄສະນາອົບຮມສູນກາງພັກ ນຳໂດຍ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ນຳພາໜ່ວຍສິລະປະ ຄອສພ ພ້ອມກອງເຊຍເຂົ້າຮ່ວມຂະບວນການແຂ່ງຂັນ ສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໂດຍການຈັດຂື້ນຂອງກົມຂະບວນການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນ ກ້າວໜ້າລາວ ຈຳກັດຜູ້ດຽວ ໄດ້ພ້ອມກັນຈັດງານແຂ່ງຂັນ ສິລະປະຂອງຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນຂື້ນ ແລະ ຄັດເລືອກເອົາທີມສິລະປະທີ່ຊະນະເລີດ ເຂົ້າຮ່ວມ ສະແດງຮັບໃຊ້ໃນກອງປະຊຸມດັ່ງກ່າວ, ເຂົ້າຮ່ວມມີທ່ານ ບີ່ຢາ ຢ່າທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ວຽງທອງ ສຸຂະວົງ ອຳນວຍການໂຮງຮຽນ ສິລະປະແຫ່ງຊາດ ພ້ອມດ້ວຍຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ຈຸດປະສົງເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII, ຂ່ຳນັບຮັບຕ້ອນວັນຊາດ 2 ທັນວາ ຄົບຮອບ 45 ປີ ທີ່ຈະມາເຖິງ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວຄົບຮອບ 100 ປີ. ບົດຟ້ອນ ທີ່ຈະນຳມາແຂ່ງຂັນ ຕ້ອງມີເນື້ອໃນທີ່ສ່ອງແສງເຖິງມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຊາວໜຸ່ມ ແລະ ອະນາຄົດຂອງຊາວໜຸ່ມ ໃນການເດີນໄປທາງໜ້າ ເຊິ່ງມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 16 ທີມ ຈາກຄະນະໜ່ວຍສິລະປະກະຊວງ, ອົງການ ແລະ ນະຄອນຫຼວງ. ຜ່ານການແຂ່ງຂັນຢ່າງດຸເດືອດຂ້ຽວຂາດຈາກໜ່ວຍສິລະປະຂອງບັນດາຊາວໜຸ່ມຈາກກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ ທາງຄະນະກຳມະການໄດ້ລົງຄະແນນສຽງຕັດສິນໜ່ວຍສິລະປະທີ່ຊະນະເລີດຄື: ລາງວັນທີ 1 ໄດ້ແກ່ກະຊວງ ສຶກສາທິການ ແລະ ກິລາ ໃນບົດຟ້ອນຊົມເຊີຍ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ, ລາງວັນທີ 2 ໄດ້ແກ່ ກະຊວງຍຸຕິທຳ ໃນບົດຟ້ອນໃຕ້ຮົ່ມທຸງໄຊ ຊາວໜຸ່ມລາວກ້າວໄກ ສູ່ການພັດທະນາ, ລາງວັນທີ 3 ໄດ້ແກ່ນະຄອນຫລວງວຽງຈັນ ຈາກໂຮງຮຽນຊະນະພົນ ໃນບົດຟ້ອນຊາວໜຸ່ມ ລາວກ້າວໄປ, ລາງວັນທີ 4 ໄດ້ແກ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນບົດຟ້ອນຊາວໜຸ່ມ ວິທະຍາສາດກ້າວໄກ ແລະ ລາງວັນທີ 5 ໄດ້ແກ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນບົດຟ້ອນມູນເຊື້ອສິນໄຊ ແຫ່ງຍຸກສະໄໝ. ໃນໂອກາດດັ່ງກາ່ວ ທ່ານ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເປັນກຽດຂື້ນມອບລາງ ເຊິ່ງທັງ 5 ທີມດັ່ງກ່າວ ແມ່ນໄດ້ຖືກຄັດເລືອກ ເຂົ້າຮ່ວມສະແດງຕ້ອນຮັບໃນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ທີ່ຈະເປີດຂື້ນໃນຕໍ່ຫນ້າ.