ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະໂອ້ລົມ ຄະນະໂຄສະນາອົບຮົມ ແຂວງອັດຕະປື

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະໂອ້ລົມ ຄະນະໂຄສະນາອົບຮົມ ແຂວງອັດຕະປື

 

    ໃນວັນທີ 8 ຕຸລາ 2020 , ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ​ໄດ້ລົງພົບປະໂອ້ລົມ ຄະນະໂຄສະນາອົບຮົມແຂວງອັດຕະປື, ໂດຍການຕ້ອນຮັບຂອງ ທ່ານ ຄຳບຸນ ດວງພະບາງ ຄະນະປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າຮ່ວມມີ:ຫົວໜ້າຄະນະ ໂຄສະນາອົບຮົມ 5 ເມືອງ, ຫົວໜ້າຂະແໜງການ, ຮອງຫົວໜ້າຂະແໜງການອ້ອມຂ້າງແຂວງພ້ອມດ້ວຍພະນັກງານໂຄສະນາແຂວງທັງໝົດ.

​​​    ໂອກາດ​ນີ້, ທ່ານ ຄໍາພັນ ພົມມະທັດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດ ວຽກງານຂອງຄະນະໂຄສະນາ ອົບຮົມແຂວງ ທີ່ຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກ ຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ວຽກງານການເມືອງ-ແນວຄິດ, ທິດສະດີ, ສະເພາະໃນວຽກງານກໍ່ສ້າງພັກ, ການແກ້ບັນຫາ ຄວາມທຸກຍາກ ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້, ສໍ້ລາດບັງຫລວງ, ສ້າງຄວາມເຊື່ອໝັ້ນ ຕິດຕາມສະພາບການ; ການເຄື່ອນໄຫວ ໂຄສະນາປຸກລະດົມໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ເຊື່ອໝັ້ນຕໍ່ການນຳຂອງພັກ, ຍັງບໍ່ທັນໄດ້ດີເທົ່າທີ່ຄວນ; ການໝູນໃຊ້ທິດສະດີເຂົ້າໃຈພຶດຕິກຳຍັງບໍ່ທັນເປັນຮູບປະທໍາ ເພື່ອຊອກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງ; ເພື່ອທະລຸແນວຄິດອັນໃໝ່ ແລະ ການພັດທະນາ ເສດຖະກິດສັງຄົມໃຫ້ມີຄວາມຫຼາກຫຼາຍ.

ສ່ວນການພັດທະນາຂອງທ້ອງຖິ່ນ ຕ້ອງອີງໃສ່ທ່າແຮງບົ່ມຊ້ອນ, ມູນເຊື້ອທາງດ້ານວັດທະນະທໍາ ເພື່ອເຮັດໃຫ້ກາຍເປັນສິນຄ້າ, ທັງສາມາດແຂ່ງຂັນໄດ້ຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ເອີ້ນວ່າ: ສີນຄ້າໂອທ໊ອບ.
ທີ່ມາ: ຈາກຂ່າວສານປະເທດລາວ