ພິທີຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ

ພິທີຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ

    ໃນວັນທີ 22 ກັນຍາ 2020 ທີ່ຫ້ອງອິນເຕີເນັດຊັ້ນ3 ຂອງກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈຳນວນ 15 ສະຫາຍ, ຍິງ 12 ສະຫາຍ.

    ໃນພິທີ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມຂອງຄະນະໂຄສະນາອົບຮົມສູນກາງພັກກ່າວເປີດພິທີ ແລະ ກ່າວຈຸດປະສົງ ໃນການເປີດຊຸດຝຶກອົບຮົມວຽກງານໄອທີໃຫ້ແກ່ຊາວໜຸ່ມ ຄອສພ ໃນຄັ້ງນີ້ ພ້ອມນັ້ນໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມເອົາໃຈໃສ່ຍາດແຍ່ງເອົາຄວາມຮູ້ເພື່ອນຳໄປໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ. ເນື້ອໃນການຝຶກອົບຮົມໃນຄັ້ງມີຄື:

  1. ການກຳນົດສິດຕ່າງໆໃນການນຳໃຊ້ຄອມພິວເຕີ.
  2. ການບຳລຸງຮັກສາຄອມພິວເຕີ ແລະ ການຝຶກການວາງມືໃນການພິມ
  3. ຄວາມຮູ້ພື້ນຖານນຳໃຊ້ໂປຼແກຼມ Excel
  4. ການແກ້ໄຂ Usbທີ່ມີໄວຣັດ
  5. ວິທີດາວໂຫຼດ ແລະ ຕິດຕັ້ງແອນຕິ້ໄວຣັດ
  6. ການນຳໃຊ້gmail ແລະ google drive
  7. ການນຳໃຊ້ໂປຼແກຼມ Anydesk
  8. ຄວາມຮູ້ພື້ນຖານນຳໃຊ້ໂປຼແກຼມ Powerpoint

    ການຝຶກອົບຮົມໄດ້ດຳເນີນມາຮອດວັນທີ 15 ຕຸລາ 2020 ໄດ້ສຳເລັດຢ່າງຈົບງາມ ສະນັ້ນ ໃນພິທີສະຫຼຸບບັ້ນຝຶກອົບຮົມ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານໄດ້ໃຫ້ກຽດມອບໃບຢັ້ງຢືນ  ແລະ ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກຝຶກອົບຮົມທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນທັງເຫັນໄດ້ເຖີງຄວາມໝາຍຄວາມສຳຄັນຂອງວຽກງານໄອທີໃນຍຸກ4,0 ເຖິງວ່າຈະມີເວລາສັ້ນກໍຕາມແຕ່ທາງຄູ, ອາຈານ ແລະ ນັກຝຶກອົບຮົມໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຈົນປະສົບຜົນເລັດ. ການຝຶກອົບຮົມວຽກງານໄອທີຈະໄດ້ຈັດຂື້ນທຸກໆປີເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຊາວໜຸ່ມ ຄອສພ ໃນການນຳໃຊ້ເຄື່ອງໄອທີທີ່ທັນສະໄໝ. ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມໝົດທຸກຄົນຈົ່ງສືບຕໍ່ຄົ້ນຄວ້າໝູນໃຊ້ບົດຮຽນທີ່ຮຽນມາເຂົ້າໃນໜ້າທີ່ວຽກງານ, ສືບຕໍ່ຄົ້ນຄິດປະດິດສ້າງ, ຮຽນຮູ້ດ້ວຍຕົນເອງ, ຮຽນຮູ້ນຳໝູ່ຄະນະ, ໄປຈັດຕັ້ງຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນວຽກງານໃຫ້ປະກົດຜົນເປັນຈິງ.