ກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກໂຄສະນາອົບຮົມສູນກາງພັກເພື່ອຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກໂຄສະນາອົບຮົມສູນກາງພັກເພື່ອຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

    ໃນວັນທີ 29 ຕຸລາ 2020 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກໂຄສະນາອົບຮົມສູນກາງພັກເພື່ອຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຫ້ອງປະຊຸມໃຫຍ່ ຄອສພ ໃຫ້ກຽດເປັນປະທານຂອງສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ບັນດາຄະນະພັກ, ຄະນະພັກອາວຸໂສບຳນານ, ຮອງຫົວໜ້າ ຄອສພ, ອະດິດຮອງຫົວໜ້າ ຄອສພ, ສະມາຊິກພັກສົມບູນ ແລະ ສະມາຊິກສຳຮອງພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດກ່າວເປີດເຊິ່ງໄດ້ກ່າວວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວພວກເຮົາ ພວມສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນ ຂອງພັກ, ຂອງຊາດ ປະຈໍາປີ 2020, ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍ່ຄືກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນທ້ອງຖິ່ນ ຊຸດທີ II ທີ່ຈະດໍາເນີນຂຶ້ນໃນຕົ້ນ ປີ 2021 ນີ້.

ຫຼັງຈາກນັ້ນ ສະຫາຍ ນ. ສົມພອຍ ພົມມະຈັກ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າໃຫ້ຄະນະພັກຄະນະໂຄສະນາອົບຮົມສະເຫນີຮ່າງບົດສະຫລຸບຜົນຂອງການເຄື່ອນໄຫວ ຂອງອົງຄະນະພັກ ຄອສພ ໃນໄລຍະ 5 ປີ (2015-2020) ແລະ ທິດທາງແຜນການ (2021-2025) ໂດຍຫຍໍ້, ຍົກໃຫ້ເຫັນຜົນງານແຫ່ງການຊີ້ນໍາ-ນໍາພາ ວຽກງານຮອບດ້ານຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກໃນໄລຍະ 5 ປີ ຜ່ານມາ. ທັງສະເຫນີທິດທາງ, ຫນ້າທີ່ ສໍາລັບການສືບຕໍ່ຊີ້ນໍາ-ນໍາພາ ໃນ 5 ປີ ຕໍ່ຫນ້າ. ບົດລາຍງານດັ່ງກ່າວຈະເປັນບ່ອນອີງພື້ນຖານ ໃຫ້ແກ່ການສືບຕໍ່ກະກຽມເນື້ອໃນຮ່າງບົດລາຍງານການເມືອງ ທີ່ຈະສະເຫນີຕໍ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄຂຂຶ້ນໃນຕົ້ນປີ 2021 ນີ້.

ກອງປະຊຸມໄດ້ດໍາເນີນການເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ຜ່ານການປ່ອນບັດຄັດເລືອກຂອງບັນດາສະມາຊິກພັກ ຄອສພ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມທີ ແລະ ເລືອກເອົາ 5 ສະຫາຍໃນນັ້ນ 4 ສະຫາຍແມ່ນຜູ້ແທນສົມບູນ ແລະ 1 ສະຫາຍຜູ້ແທນສຳຮອງມີຄື:

  1. ສະຫາຍ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຜູ້ແທນສົມບູນ
  2. ສະຫາຍ ຄຳເຄນ ຈັນທະວົງ ເລຂາໜ່ວຍພັກກົມອົບຮົມ ເປັນຜູ້ແທນສົມບູນ
  3. ສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານ ເປັນຜູ້ແທນສົມບູນ
  4. ສະຫາຍ ນ. ບົວລີ ບັນຊາລິດ ຄະນະພັກ, ເລຂາໜ່ວຍພັກກົມໂຄສະນາ ເປັນຜູ້ແທນສົມບູນ
  5. ສະຫາຍ ນ. ແສງຕານ ແກ້ວອິນດາປິງ ເລຂາໜ່ວຍພັກກົມສັງລວມ ເປັນຜູ້ແທນສຳຮອງ

ກອງປະຊຸມໃຫຍ່ສະມາຊິກພັກໄດ້ດໍາເນີນດ້ວຍຜົນສໍາເລັດຢ່າງຈົບງາມໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເນັ້ນໃຫ້ຄະນະພັກພະນັກງານນຳພາມີຫນ້າທີ່ ແລະ ຄວາມຮັບຜິດຊອບຕື່ມນັ້ນແມ່ນ:

1. ບັນດາສະຫາຍຜູ້ແທນສົມບູນ ແລະ ສໍາຮອງ ທີ່ຖືກເລືອກໃນກອງປະຊຸມຄັ້ງນີ້ ຕ້ອງສືບຕໍ່ກະກຽມຄວາມພ້ອມ ເພື່ອກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈະມາເຖິງນີ້ ໃນນີ້ລວມທັງການຮັກສາສຸຂະພາບຂອງແຕ່ລະສະຫາຍ.

2. ສໍາລັບແຕ່ລະຫນ່ວຍພັກ ແມ່ນຕ້ອງໄດ້ສືບຕໍ່ກະກຽມວຽກງານດ້ານຕ່າງໆ ໃນນີ້ລວມທັງດ້ານຂະບວນການ, ເນື້ອໃນ, ບຸກຄະລາກອນ ແລະ ອື່ນໆ ເພື່ອໃຫ້ຫນ່ວຍພັກຕົນສາມາດດໍາເນີນກອງປະຊຸມໃຫຍ່ໄດ້ ຕາມການຊີ້ນໍາຂອງຂັ້ນເທິງ.

3. ແຕ່ລະອະນຸກໍາມະການ ເພື່ອກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງໄດ້ສືບຕໍ່ກວດກາ ແລະ ປັບປຸງວຽກງານ ຂອງຕົນ ໃຫ້ມີຄວາມພ້ອມ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ດໍາເນີນຕາມກໍານົດເວລາ ທັງມີຜົນສໍາເລັດອັນຈົບງາມ ໃນນີ້ສໍາຄັນແມ່ນຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາຂະແຫນງການ ຂອງພວກເຮົາ ໂດຍໃຫ້ເນື້ອໃນສອງບົດດັ່ງກ່າວຕິດພັນກັບຮ່າງລາຍງານການເມືອງ ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ທີ່ຈະສະເຫນີໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

4. ຂໍສະເຫນີບັນດາສະຫາຍອະດີດການນໍາ ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ປະກອບ ສ່ວນເຂົ້າຮ່ວມໃນການຊີ້ນໍາ-ນໍາພາ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຂອງພວກເຮົາ ດ້ວຍຮູບການຕ່າງໆ ຕາມເງື່ອນໄຂຄວາມສາມາດ ຂອງແຕ່ລະສະຫາຍ ເພື່ອແນໃສ່ເຮັດໃຫ້ວຽກງານ ຂອງຄະນະໂຄສະນາອົບຮົມສູນກາງພັກ ພວກເຮົານັບມື້ໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

5. ສໍາລັບບັນດາສະຫາຍສະມາຊິກພັກສົມບູນ ທັງສໍາຮອງແຕ່ລະສະຫາຍ ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງແຕ່ລະສະຫາຍ ເປັນຕົ້ນ ແມ່ນສືບຕໍ່ບຸກບືນພັດທະນາຕົນເອງ ໃນທຸກດ້ານ ດ້ວຍການຝຶກຝົນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກກໍ່ຄືແບບແຜນການດໍາລົງຊີວິດ ບົນພື້ນຖານກົດລະບຽບຂອງພັກ ກໍ່ຄືກົດຫມາຍລັດຖະກອນ ເພື່ອໃຫ້ແຕ່ລະສະຫາຍມີຜົນສໍາເລັດ ແລະ ມີຄວາມກ້າວຫນ້າໃນຫນ້າທີ່ການງານ ທັງສືບຕໍ່ປະກອບສ່ວນເຂົ້າໃນວຽກງານລວມ ຂອງຄະນະໂຄສະນາອົບຮົມສູນກາງພັກພວກເຮົາ ໃຫ້ດີຂຶ້ນເປັນກ້າວໆ.