ກອງປະຊຸມດຳເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນທ້າຍສະໄໝຊຸດທີ IX

ກອງປະຊຸມດຳເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນທ້າຍສະໄໝຊຸດທີ IX

    ໃນວັນທີ 11 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມເຮືອນພັກ ເລກ 1 ຂອງແຂວງໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ ພ້ອມດ້ວຍບັນດາສະຫາຍຮອງເລຂາ, ຄະນະປະຈຳ ແລະ ຄະນະບໍລິຫານ ງານພັກແຂວງ.
ກອງປະຊຸມໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງຄຳມ່ວນສະໄໝທີ IX, ຜ່ານຮ່າງບົດສຳຫຼວດຂອງບຸກຄົນ ໃນຄະນະບໍລິຫານງານພັກແຂວງ ພ້ອມທັງປະກອບຄຳຄິດເຫັນໃສ່ຮ່າງບົດສຳຫຼວດການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຕ່ລະສະຫາຍຕໍ່ກັບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແນວທາງກໍ່ຄືມະຕິ, ຄຳສັ່ງຕ່າງໆ, ການເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ແບບແຜນວິທີນຳພາ-ວິທີ ເຮັດວຽກ ລະຫວ່າງຄະນະພັກ ກັບອົງການປົກຄອງ, ການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ຄວາມເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ, ການຕົກລົງບັນຫາເປັນໝູ່ຄະນະ ໃນການຊີ້ນຳ-ນຳພາວຽກງານແຕ່ລະດ້ານ ເພື່ອມາ ຕຳນິຕິຊົມກັນໂດຍຜ່ານການຄົ້ນຄວ້າ, ວິເຄາະ, ວິໃຈ ແລະ ໄຈ້ແຍກຢ່າງພາວະວິໃສ ເພື່ອຊອກໃຫ້ເຫັນເຖິງດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອແນໃສ່ສ້າງ ແລະ ປັບປຸງພາຍໃນພັກ ບົນຈິດໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຊີ້ນຳ-ນຳພາແຂວງຄຳມ່ວນ ໃຫ້ກ້າວຂຶ້ນສູ່ຄວາມສີວິໄລຢ່າງບໍ່ຢຸດຢັ້ງ. ກອງປະຊຸມດຳເນີນຊີວິດການເມືອງຂອງຄະນະບໍລິຫານງານພັກແຂວງຄຳມ່ວນທ້າຍສະໄໝຊຸດທີ IX ໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ແລະ ພວມກ້າວສູ່ກອງປະຊຸມໃຫຍ່ອົງຄະນະພັກແຂວງ. ໃນໂອກາດທີ່ມາຮ່ວມກອງປະຊຸມດຳເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ໃນຄັ້ງນີ້ ສະຫາຍ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະບໍລິຫານງານພັກ ແຂວງຍັງໄດ້ຮ່ວມປູກຕົ້ນໄມ້ ທີ່ເຮືອນພັກເລກ 1 ຈຳນວນ 1 ຕົ້ນ.