ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX

       ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2020 ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ມີຜູ້ແທນສົມບູນ 322 ສະຫາຍ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 14.000 ກວ່າສະຫາຍ ແລະ ມີບັນດາແຂກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນທົບທວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນ ຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

ສະຫາຍ ໂພໄຊ ໄຊຍະສອນ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ ໄດ້ຍົກໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ເຊິ່ງມີຜົນງານອັນໂດດເດັ່ນຫຼາຍດ້ານ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະໃນວຽກງານເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງໃນໄລຍະຜ່ານມາ ເຖິງແມ່ນວ່າໄດ້ປະເຊີນໜ້າ ກັບຄວາມຫຍຸ້ງຍາກທາງດ້ານເສດ​ຖະ​ກິດ, ແຕ່ກໍ່ຍັງເຫັນວ່າແຂວງສາລະວັນ ຍັງຮັກສາໄດ້ບາດກ້າວການພັດທະນາຢ່າງ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ ແລະ ຖືກ​ທິດ ລະດັບການຂະຫຍາຍຕົວທາງເສດຖະກິດໂດຍສະເລ່ຍ 7% ຕໍ່​ປີ, ​ລວມຍອດ​ຜະ​ລິດ​ຕະ​ພັນພາຍ​ໃນ (GDP) ບັນ​ລຸໄດ້ 20.595 ຕື້ກີບ, ສະເລ່ຍ​ໃສ່​ພົນ​ລະ​ເມືອງ ໄດ້ 9,72 ລ້ານກີບ​ຕໍ່ຄົນຕໍ່ປີ ຫຼື ​ເທົ່າ​ກັບ 1.147 ໂດ​ລາ​ສະ​ຫະ​ລັດ. ການລົງທຶນ 5 ປີ ສາມາດປະຕິບັດໄດ້ 6.000 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 81%. ​ໄດ້ຕັ້ງໜ້າປະຕິບັດວິໄນແຜນການ – ການເງິນຢ່າງເຂັ້ມງວດ, ການຈັດເກັບ​ລາຍ​ຮັບເຂົ້າ​ງົບ​ປະ​ມານ​ຂອງລັດ ​ປະຕິບັດໄດ້ 743,78 ຕື້ກີບ​ ທຽບໃສ່ແຜນການ ປະຕິບັດໄດ້ 99,10%, ລາຍຈ່າຍ ປະຕິບັດໄດ້ 1.292,41 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 97,65%; ຂະບວນການຜະລິດກະສິກໍາເປັນສິນຄ້າ ຂອງປະຊາຊົນ ໄດ້ມີບາດກ້າວຂະຫຍາຍຕົວໃໝ່ ເປັນຕົ້ນໂຄງການປູກເຂົ້າ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ ບັນລຸໄດ້ 1,9 ລ້ານກວ່າໂຕນ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 13%, ສະມັດຕະພາບເຂົ້ານາປີ ແລະ ນາແຊງ ໄດ້ເພີ່ມຂຶ້ນ, ການປູກພືດທາດແປ້ງ ແລະ ພືດອຸດສາຫະກໍາອື່ນໆ ມີການຂະຫຍາຍຕົວຢ່າງໄວວາ.

ດ້ານການສ້າງເສັ້ນທາງຍຸດທະສາດປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ລຽບຕາມບໍລິເວນຊາຍແດນ ດ້ານຕາເວັນຕົກລຽບແຄມນ້ຳຂອງ ແລະ ບໍລິເວນຊາຍແດນດ້ານຕາເວັນອອກ ໄປສູ່ເຂດຫ່າງໄກສອກຫຼີກ ຂອງເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ; ສໍາເລັດການກໍ່ສ້າງຂົວເຊໂດນສາລະວັນ – ເຕົາປູນ ແລະ ຂົວທາງແຫ່ງຕ່າງໆຢ່າງຫຼວງຫຼາຍ; ຂະຫຍາຍໄຟຟ້າລົງສູ່ຊົນນະບົດ ກວມ 96,89% ຂອງບ້ານທັງໝົດ; ເອົາໃຈໃສ່​ຄຸ້ມຄອງຊັບພະຍາກອນບໍ່ແຮ່, ​ຈັດ​ສັນ ​ແລະ ອອກໃບຕາດິນ ໄດ້ລື່ນແຜນການ 17%; ວຽກງານວິທະຍາສາດເຕັກໂນໂລຊີ ກໍ່ໄດ້ຫັນໄປສູ່ຄຸນນະພາບ ແລະ ມາດຕະຖານໃໝ່ເທື່ອລະກ້າວ.

ການບໍລິການດ້ານສາທາລະນະສຸກ ກວມ 100% ຂອງຈໍານວນກຸ່ມບ້ານ, ຄຸນນະພາບການບໍລິການ – ການປິ່ນປົວ ໄດ້ຮັບການປັບປຸງດີຂຶ້ນ, ຍົກລະດັບໂຮງໝໍແຂວງ ໃຫ້ທັນສະໄໝຂຶ້ນອີກກ້າວໜຶ່ງ, ສູ້ຊົນປະ​ຕິ​ບັດ​ນະ​ໂຍ​ບາຍ​​ປິ່ນ​ປົວແບບ​ບໍ່​ເສຍ​ຄ່າ ໄດ້ເປັນຢ່າງດີ ເຮັດໃຫ້ປະຊາຊົນມີຄວາມເພິ່ງພໍໃຈຫຼາຍຂຶ້ນ, ເປັນເຈົ້າການປະຕິບັດບັນດາຄາດໝາຍຕ່າງໆ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ, ບ້ານ ແລະ ຄອບຄົວແບບຢ່າງ​ສາທາລະນະສຸກ ໄດ້​ຂະຫຍາຍຕົວຢ່າງໄວວາ ອັນພົ້ນເດັ່ນ ແມ່ນໄດ້ສຸມທຸກກໍາລັງເຂົ້າໃສ່ການເຝົ້າລະວັງການແຜ່ລະບາດຂອງໄຂ້ຍຸງລາຍ ແລະ ພະຍາດໂຄວິດ-19 ໄດ້ຢ່າງທັນການ ເຮັດໃຫ້ປະຊາຊົນໃນທົ່ວແຂວງ ປອດໄພຈາກເຊື້ອພະຍາດດັ່ງກ່າວ ໄດ້ເປັນຢ່າງດີ.

ດ້ານວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ໂດຍປະຕິບັດຕາມທິດນໍາຂອງພັກ ໄດ້ຫັນລົງກໍ່ສ້າງຮາກຖານຢ່າງຈິງຈັງ ດ້ວຍການຫັນເອົາພະນັກງານຫຼັກແຫຼ່ງຈຳນວນໜຶ່ງ ລົງກໍ່ສ້າງຮາກຖານການເມືອງ ແລະ ນໍາພາບໍລິຫານບ້ານໃນບ່ອນທີ່ມີຄວາມຫຍຸ້ງຍາກ; ສ້າງບ້ານໃຫຍ່ໃຫ້ຄ້າຍຄືຕົວເມືອງນ້ອຍ ຈຳນວນ 15 ບ້ານ, ສຸມທຶນຮອນເຂົ້າໃສ່ການແກ້ໄຂຄວາມທຸກຍາກ ເຮັດໃຫ້ຄອບຄົວ​ທຸກ​ຍາກຫຼຸດລົງ ຍັງເຫຼືອ 3.604 ຄອບຄົວ ກວມ 4,9 %, ບ້ານ​ທຸກ​ຍາກ ຍັງເຫຼືອ 52​​ ບ້ານ, ກວມ 8,9% ຂອງຈໍານວນບ້ານທັງໝົດ.

ນອກຈາກນີ້ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມເຖິງບັນດາຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ລວມເຖິງບັນດາທິດທາງໜ້າທີ່ຈຸດສຸມ, ທິດທາງລະອຽດແຕ່ລະດ້ານໃ 5 ປີຕໍ່ໜ້າ ຕື່ມອີກ.

ຫຼັງຈາກນັ້ນກອງປະຊຸມໄດ້ປ່ອຍບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງສາລະວັນກ້າວໄປສູ່ຄວາມມັ່ງຄັ້ງຢ່າງບໍ່ຢຸດຢັ້ງ.

ຂ່າວ: ແດນດອກຮັງ ສາລະວັນ